• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຫງວຽນວັນອານ ກັບ ໂຄງການປຶ້ມ ແລະ ການກະທຳ

ທ່ານ ຫງວຽນວັນອານ, ຜູ້ທ່ີຮ່ວມກັບໂຄງການປຶ້ມ ແລະ ການກະ ທຳ ໄດ້ດໍາເນີນງານຕາມເປົ້າໝາຍ ໃນການນຳຄວາມຮູ້ຈາກປຶ້ມ ເຂົ້າການປະຕິບັດຕົວຈິງ ໃນຊີວິດ, ສ້າງຄວາມເຊື່ອໝັ້ນ ໃຫ້ຄົນ ໜຸ່ມສາວ ທີ່ມີຄວາມຮູ້ ຄວາມສາມາດ ໃນການສ້າງສັງຄົມ ທີ່ດີ ງາມກວ່າເກົ່າ. ດ້ວຍສານທີ່ວ່າ “ການກະທຳ, ວິໄນ, ບໍ່ຍອມ ແພ້”, ທ່ານ ຫງວຽນວັນອານ ຄື “ສະຖານີ” ປຶ້ມ, ບ່ອນທີ່ບັນດາ ຂະບວນ “ລົດໄພ” ສົ່ງປຶ້ມເຊື່ອມຕໍ່ກັນ, ເມື່ອຢຸດ ກໍຈະມອບ ຄວາມຮູ້ໃຫ້ແກ່ຜູ້ຄົນ. 
ທ່າມກາງບັນຍາກາດ ຂອງ ບັນດາປຶ້ມ, ທ່ານ ຫງວຽນວັນອານ ໄດ້ໄຂຄວາມໃນໃຈ ຕໍ່ພວກຂ້າພະເຈົ້າ ກ່ຽວກັບເຫດການ ທີ່ໂຄງ ການປຶ້ມ ແລະ ການກະທຳ ປະຕິບັດ ໃນປີ 2020 ຊຶ່ງ ທ່ານ ອານ ເປັນປະທານຂອງໂຄງການ. ເພິ່ນວາງເປົ້າໝາຍ ຈະສ້າງຕັ້ງສະ ໂມສອນ ປຶ້ມ 1000 ແຫ່ງ ຢູ່ ຫວຽດນາມ ແລະ ເປີດກວ້າງ ການ ເຄື່ອນໄຫວ ນີ້ສູ່ບັນດາປະເທດ ກຳລັງພັດທະນາ ອີກດ້ວຍ. 

ທ່ານ ຫງວຽນວັນອານ ໄດ້ຮັບລາງວັນທີໜຶ່ງ ໃນປະເພດ “ບັນດາ ອົງການຈັດຕັ້ງການສຶກສາ ມີອິດທິພົນ ແລະ ເຜີຍແຜ່ ຄຸນຄ່າ ທ່ີ ດີງາມ ໃຫ້ແກ່ຊຸມຊົນ ປີ 2018”, ລາງວັນຊົມເຊີຍ ການແຂ່ງຂັນ “ຊາວໜຸ່ມ ການກໍ່ສ້າງປີ 2017” ໂດຍສູນຄົ້ນຄວ້າພັດທະນາ ທີ່ ໝັ້ນຄົງ ເປັນຜູ້້ມອບໃຫ້. 
ເກີດປີ 1992, ທ່ານ ຫງວຽນວັນອານ ອະດີດນັກສຶກສາຂະແໜງ ເອເລັກໂຕຣນິກ ໂທລະຄົມມະນາຄົມ, ມະຫາວິທະຍາໄລ ສັບ ພະວິຊາ, ຮ່າໂນ້ຍ. ເມື່ອກຳລັງຮຽນປີທີ 3, ທ່ານ ຫງວຽນວັນອານ ຢາກເຮັດບາງສິ່ງ ທີ່ໃຫຍ່ກວ່າ ເພື່ອຜັນປ່ຽນຕົນເອງ. ຄວາມປາດ ຖະໜາ ດັ່ງກ່າວ ໄດ້ກະຕຸ້ນໃຫ້ທ່ານ ອານ ລົງມືກະທຳ. ພ້ອມກັບ ເພື່ອນ 4 ຄົນ ໄດ້ລວມກຸ່ມກັນສ້າງຕັ້ງໂຄງການປຶ້ມ ແລະ ການ ກະທຳ ເພື່ອສົ່ງເສີມຂະບວນການ ອ່ານປຶ້ມ. ສະໂມສອນປຶ້ມ ແຫ່ງທຳອິດ ໄດ້ເກີດຂຶ້ນ ຢູ່ສະຖາບັນການເງິນ ໄດ້ສ້າງນິດໄສ ຮັກການ ອ່ານ ແລະ ຈິດໃຈການກະທຳ ໃຫ້ບັນດາ ນັກຮຽນ, ນັກສຶກສາ. ຕໍ່ຈາກນັ້ນ, ຕົວແບບສະໂມສອນ ໄດ້ຂະຫຍາຍ ໄປຍັງ 4 ເມືອງໃຫຍ່ ຂອງ ຫວຽດນາມ ເຊັ່ນ: ຮ່າໂນ້ຍ, ຖ໋າຍງວຽນ, ເຫວ້ ແລະ ນະຄອນ ໂຮ່ຈີມິນ. 


ທ່ານ ຫງວຽນວັນອານ ເປັນໜຶ່ງໃນ 30 ຄົນ ທີ່ອາຍຸຕໍ່າກວ່າ 30 ປີ ໄດ້ວາລະສານ Forbes ເລືອກ ໃຫ້ເປັນຕົວແທນດີເດັ່ນ ຂອງ ປີ 2020...


...ແລະ ປັດຈຸັນ ທ່ານ ເປັນ CEO ຂອງໂຄງການປຶ້ມ ແລະ ການ ກະທໍາ, ບ່ອນທີ່ທ່ານ ແລະ ເພື່ອນຮ່ວມງານ ໄດ້ສ້າງຕົວແບບ ສະໂມສອນປຶ້ມ ແລະ ການກະທຳ
ຢູ່ ມະຫາວິທະຍາໄລ, ໂຮງ ຮຽນຊັ້ນກາງ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຫຼາຍແຫ່ງ. 



ທ່ານ ຫງວຽນວັນອານ ພ້ອມກັບເພື່ອນ ຮ່ວມງານໜຸ່ມ ໃນໂຄງ ການປຶ້ມ ແລະ ການກະທຳ. ພາບ: ເອກະສານ


ທ່ານ ຫງວຽນວັນອານ ພົບປະກັບນັກສຶກສາ ທີ່ເຂົ້າຮ່ວມໂຄງ ການປຶ້ມ ແລະ ການກະທຳ ຢູ່ນະຄອນໂຮ່ຈີມິນ.  ພາບ: ເອກະ ສານ


ບັນດາອາຈານ ແລະ ທ່ານ ຫງວຽນວັນອານ ຖ່າຍຮູບເປັນທີ່ ລະ ນຶກ ໃນງານສຳມະນາ “ອາຈານ ກັບ ລູກສິດ” ຢູ່ງານສະແດງປຶ້ມ ແລະ ການກະທຳ 2019. ພາບ: ເອກະສານ


ດ້ວຍຄວາມກະຕືລືລົ້ນຂອງຕົນ, ທ່ານ ຫງວຽນວັນອານ ໄດ້ຮັບ ຄວາມຮັກແພງ ຈາກ ນັກປາຖະກະຖາທີ່ມີຊື່ສຽງຫຼາຍຄົນ ຊຶ່ງ ເຂົາເຈົ້າພ້ອມແລ້ວທີ່ຈະ ເປັນເພື່ອນຮ່ວມທາງ
ກັບໂຄງການປຶ້ມ ແລະ ການກະທຳ ເຊັ່ນ: ສຈ ຫງວຽນເລິນຢຸ້ງ (ອະດີດສະມາຊິກ ສະພາແຫ່ງຊາດ). ພາບ: ເອກະສານ




ດ້ວຍຫຼາຍວິທີການຈັດຕັ້ງທີ່ມີຄວາມປະດິດສ້າງ, ໂຄງການຂອງ ທ່ານ ຫງວຽນວັນອານ ໄດ້ແຜ່ຂະຫຍາຍຄຸນຄ່າຂອງປຶ້ມ ເຖິງຜູ້ ອ່ານໜຸ່ມຫຼາຍຄົນ. ພາບ: ເອກະສານ


ທ່ານ ຫງວຽນວັນອານ ພ້ອມກັບສະມາຊິກ ສະໂມສອນ ປຶ້ມ ແລະ ການກະທຳ ຢູ່ ນະຄອນ ຫາຍຟ່ອງ. ພາບ: ເອກະສານ


ໂຄງການປຶ້ມ ແລະ ການກະທຳ ໄດ້ຈູດປະກາຍ, ສ້າງເປັນຂະ ບວນການອ່ານປຶ້ມຢ່າງແຂງແຮງໃນຊຸມຊົນ. ພາບ: ເອກະສານ

ຄຸນລັກສະນະໃໝ່ ຂອງສະໂມສອນປຶ້ມ ແລະ ການກະທຳ ແມ່ນ ບໍ່ມອບປຶ້ມ ໂດຍບໍ່ຄິດຄ່າ, ແຕ່ເປັນການສ້າງຕູ້ປຶ້ມ ໂດຍບໍ່ຄິດຄ່າ ເພື່ອໃຫ້ຄົນໜຸ່ມສາວ ເຂົ້າມາອ່ານຕາມໃຈມັກ. ປັດຈຸບັນ, ໂຄງ ການປຶ້ມ ແລະ ການກະທຳ ໄດ້ສ້າງຕັ້ງສະໂມສອນປຶ້ມ 147 ແຫ່ງ ຢູ່ 26 ແຂວງ, ນະຄອນ ໃນທົ່ວປະເທດ. ທ່ານ ຫງວຽນວັນອານ ຍັງໄດ້ຝຶກອົບຮົມເຄືອຂ່າຍ ຂອງ ຜູ້ນໍາ ສະໂມສອນປຶ້ມ ຢູ່ ບັນດາແຂວງ, ຝຶກເດັກນ້ອຍ ໃຫ້ກາຍເປັນປັດໄຈສໍາຄັນ ໃນການ ກະຈາຍ ແຮງບັນດານໃຈໃນການອ່ານປຶ້ມ ຢູ່ທ້ອງຖິ່ນທີ່ເຂົາເຈົ້າ ກຳລັງດໍາລົງຊີວິດ.

ປັດຈຸບັນ ໂຄງການປຶ້ມ ແລະ ການກະທຳ ມີສະມາຊິກ 5000 ຄົນ ທຳການເຄື່ອນໄຫວໃນທົ່ວປະເທດ, ແຜ່ປັດໄຈໄດ້ປຶ້ມ 86.721 ຫົວ ຮັບໃຊ້ນັກຮຽນ, ນັກສຶກສາກວ່າ 300.000 ຄົນ ໄດ້ອ່ານປຶ້ມ ໂດຍບໍ່ຄິດຄ່າ, ຢືມປຶ້ມຢູ່ບັນດາສະໂມສອນ 346.537 ຄັ້ງ, ຈັດ ກິດຈະກໍາ 1648 ຄັ້ງ ແລະ ຂະບວນການ 120.000 ຄັ້ງ...
ປີ 2018, ເມື່ອຄະນະຊາວໜຸ່ມ ຂອງ ພູຖານ ມາຍັງ ຮ່າໂນ້ຍ ເພື່ອເຂົ້າຮ່ວມກອງປະຊຸມ ຂອງ ສະຫະພັນຜູ້ນຳຊາວໜຸ່ມໂລກ, ທ່ານ ຫງວຽນວັນອານ, ເວລານັ້ນເປັນສະມາຊິກ ຂອງ JCI ຮ່າໂນ້ຍ (ສະຫະພັນຜູ້ນຳ ແລະ ນັກທຸລະກິດໜຸ່ມຮ່າໂນ້ຍ) ໄດ້ແນະ ນຳຕົວແບບນີ້ ຕໍ່ເພື່ອນມິດສາກົນ ແລະ ໄດ້ຊາວໜຸ່ມ ພູຖານ ຕັ້ງ ບັນຫາ ນຳໂຄງການນີ້ ເຜີຍແຜ່ຢູ່ປະເທດຂອງ ເຂົາເຈົ້າ. 

ນອກຈາກກິດຈະກໍາຕົ້ນຕໍ ທ່ີກ່ຽວຂ້ອງເຖິງ ການສ້າງ ນິດໃສ ຮັກການອ່ານ ແລະ ຈິດໃຈ ການກະທຳ ສຳລັບ ໄວໜຸ່ມ, ໂຄງການ ຂອງທ່ານ ອານ ຍັງໄດ້ຈັດການ ແຂ່ງຂັນ ທີ່ມີ ຄວາມໝາຍ ຫຼາຍຢ່າງໃຫ້ແກ່ຊຸມຊົນເຊ່ັນ: ການກະທຳເພື່ອ ແຫຼ່ງນຳ້, Run to Connect, ແລ່ນເພື່ອວັດທະນຳທຳ ໃນການອ່ານ, ມອບປຶ້ມດ້ວຍ ຄວາມຮັກ, ການເດີນທາງ ຂອງ ປຶ້ມ 1 ລ້ານຫົວ, ການອ່ານປຶ້ມ ສ້າງຄວາມຫວັງ ລະດູ 4...

ໃນຖານະເປັນຜູ້ນຳ ແລະ ກຳນົດຍຸດທະສາດ, ທ່ານ ຫງວຽນວັນ ອານ ໄດ້ໃຫ້ກຳລັງໃຈ ແລະ ເພີ່ມທະວີການເຄື່ອນໄຫວ ຂອງ ຄົນ ໜຸ່ມສາວ ທີ່ກໍາລັງຕັ້ງໃຈໃນການສຶກສາ, ມີຄວາມຮູ້ ແລະ ກ້າ ທ່ີ ຈະດໍາເນີນງານ ຢ່າງຈິງຈັງ ເພື່ອປະກອບສ່ວນຊ່ວຍ ສ້າງສັງຄົມ ທີ່ດີງາມ ຍິ່ງຂຶ້ນ.

 
ບົດ: ເຈິ່ນເວິນ-ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top