• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຫງວຽນທິແທງອານ ແລະ ເສັ້ນທາງ ເພື່ອປັບປຸງ ຄວາມເປັນຢູ່ ໃຫ້ຊາວກະສິກອນ ຫວຽດ

ໃນຖານະເປັນຊາວ ຫວຽດນາມ ຜູ້ທຳອິດ ທ່ີດໍາລົງ ຕຳແໜ່ງ ເປັນຫົວໜ້າ ຜູ້ຕາງໜ້າ ACIAR (ສູນກາງຄົ້ນຄວ້າ ກະສິກຳ ສາກົນ ອົດສະຕຣາລີ) ປະຈຳ ຫວຽດນາມ, ທ່ານນາງ ຫງວຽນ ທິແທງອານ ເປັນຂົວເຊື່ອມຕໍ່ ໃນການນຳຄວາມຮູ້ ດ້ານກະສິກຳ ຂອງ ອົດສະຕຣາລີ  ປະກອບສ່ວນປັບປຸງ ຊີວິດການເປັນຢູ່ ໃຫ້ ແກ່ຊາວກະສິກອນ ຫວຽດນາມ.  ຄວາມສາມາດບົ່ມຊ້ອນ ຂອງ ພື້ນທ່ີກະສິກໍາ ມົກເຈົາ ໄດ້ ACIAR ແລະ ທ່ານນາງ ແທງອານ ເຫັນໄດ້ແຕ່ຫົວທີ ແລະ ເຂດ ຕາເວັນຕົກສ່ຽງເໜືອ ຫວຽດນາມ ໄດ້ກາຍເປັນ ເຂດບຸລິ ມະສິດ ຂະຫຍາຍຕົວ ຂອງ ACIAR ແຕ່ປີ 2008, ໃນນັ້ນ ມີ ໂຄງການເປີດກວ້າງ ເຂດປູກຜັກປອດສານພິດຈຳນວນໜຶ່ງ ຢູ່ ຕາເວັນຕົກສ່ຽງເໜືອ ຊຶ່ງ ACIAR ໄດ້ຜັນຂະຫຍາຍແລ້ວ.

ທ່ານນາງ ແທງອານ ໄດ້ກ່າວໃນຊຸມມື້ທຳອິດ ທີ່ເພິ່ນພ້ອມກັບ ບັນດາເພື່ອນຮ່ວມງານ ຜັນຂະຫຍາຍໂຄງການ ຄົ້ນຄວ້າປູກຜັກ ນອກລະດູ ຢູ່ເມືອງ ມົກເຈົາ ແລະ ເວິນໂຮ່ (ແຂວງ ເຊີນລາ)ວ່າ: “ສະພາບອາກາດ ທ່ີເອື້ອອຳນວຍ, ຊາວກະສິກອນດຸໝັ່ນ, ພວກຂ້າພະເຈົ້າໄດ້ຕັ້ງຄຳຖາມວ່າ ເປັນຫຍັງບໍ່ພັດທະນາ ແຫ່ງນີ້ ໃຫ້ກາຍເປັນ ດ່າລາດ ແຫ່ງທີ່ສອງ”. ທ່ານນາງ ແທງອານ ໄດ້ແບ່ງປັນ ໃນຊຸມວັນຕົ້ນໆ ທ່ີທ່ານນາງ ແລະ ທິມງານ ປະຕິບັດໂຄງການຄົ້ນຄວ້າ ປູກຜັກນອກລະດູ ຢູ່ເມືອງ ມົກເຈົາ ແລະເວິນໂຮ່.  ການລົງເບິ່ງຕົວຈິງ ຢູ່ທົ່ງນາ ພ້ອມກັບ ຊາວກະສິກອນ ແລະ ເປັນ ຄົນຫວຽດ, ສະນັ້ນ ທ່ານນາງ ແທງອານ ໄດ້ເຂົ້າໃຈຢ່າງລະອຽດ ຈິດຕະສາດ, ບຸກຄະລິກ ສະເພາະ ກໍຄື ບັນດາຂໍ້ຫຍຸ້ງຍາກ, ຂໍ້ສະດວກ ທີ່ ຊາວກະສິກອນ ຫວຽດນາມ ກຳລັງຖືກປະເຊີນ. ທ່ານນາງ ອານ ກ່າວວ່າ: “ພວກຂ້າພະເຈົ້າງ ຕ້ອງເຮັດສິ່ງໃດສິ່ງໜຶ່ງ ໃຫ້ເຂົາເຈົ້າ”.

.

ທ່ານນາງ ຫງວຽນທິແທງອານ, ຫົວໜ້າຜູ້ຕາງໜ້າ ສູນຄົ້ນຄວ້າ ກະສິກຳສາກົນ ອົດສະຕຣາລີ (ACIAR) ປະຈຳ ຫວຽດນາມ. 

ທ່ານນາງ ຫງວຽນທິແທງອານ  ແລະ ພະນັກງານ ຂອງ ACIAR ໃນການລົງພື້ນທີ່ຕົວຈິງ ຢູ່ແຂວງ ລ່າວກາຍ. ພາບ: ເອກະສານ

ຈາກການເດີນທາງຄັ້ງຕ່າງໆ, ທ່ານນາງ ອານ ແລະ ເພື່ອນຮ່ວມ ງານ ໄດ້ເຫັນກັບຕາ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງ ຊາວສິກອນ ຫວຽດນາມ. ພາບ: ເອກະສານ


ທ່ານນາງ ຫງວຽນທິແທງອານ ແລະ ຜູ້ອຳນວຍການໃຫຍ່ ດ້ານ ບໍລິຫານ ACIAR ສຈ Andrew Campbell (ນອກສຸດ, ຈາກ ຊ້າຍ) ພ້ອມກັບເພື່ອນຮ່ວມງານ ໃນຄັ້ງການເດີນທາງລົງຕົວຈິງ ຢູ່ເຂດໄຕງວຽນ
ໃນເດືອນ ກໍລະກົດ 2019 ເພື່ອເລີ່ມຕົ້ນໂຄງ ການຮ່ວມມື ຂອງ ACIAR ກັບພື້ນທີ່ນີ້. ພາບ: ເອກະສານ

ຫວຽດນາມ ໄດ້ຮ່ວມມືທ່ີປະສົບຜົນສໍາເລັດ ກັບ ACIAR ເປັນ ເວລາ 27 ປີ ໃນການຄົ້ນຄວ້າກະສິກໍາ, ພັດທະນາ ຊົນນະບົດ ກໍຄືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ທ່ີມີຄຸນນະພາບສູງ. 
ACIAR ໄດ້ປະກອບສ່ວນສະໜອງ ໃຫ້ແກ່ຊາວກະສິກອນ ຫວຽດນາມ ສິ່ງທີ່ເຂົາເຈົ້າຍັງຂາດ ນັ້ນແມ່ນ ຄວາມຮູ້, ຂໍ້ມູນ ຂ່າວສານ, ແນວຄວາມຄິດ ແລະ ໂອກາດຕະຫຼາດ. ໂຄງການ ຜັກປອດສານພິດ ມົກເຈົາ ເປັນຕົວຢ່າງທີ່ເປັນຕົວແທນ. ເມື່ອ ເຫັນເງື່ອນໄຂສະພາບອາກາດ ຢູ່ແຫ່ງນີ້ເອື້ອອໍານວຍ ສາມາດ ປູກປະເພດຜັກ ນອກລະດູ, ACIAR ໄດ້ວິເຄາະ ໂອກາດໃຫ້ ແກ່ ຊາວທ້ອງຖິ່ນ.

ດ້ວຍຄວາມພະຍາຍາມ ຂອງ ACIAR ແລະ ເພື່ອນຮ່ວມງານ, ຊາວກະສິກອນ ທ່ີເຂົ້າຮ່ວມໂຄງການ ໄດ້ມີຄວາມເຊື່ອໝັ້ນຕົນ ເອງຍິ່ງຂຶ້ນ ໃນເຕັກນິກຜະລິດຜັກປອດສານພິດ, ເປັນເຈົ້າຂອງ ເຊື່ອມຕໍ່ກັບຕະຫຼາດ ແລະ ລາຍຮັບຂອງເຂົາເຈົ້າ ໄດ້ເພີ່ມຂຶ້ນ 7-10 ເທົ່າ ເມື່ອທຽບກັບການປູກ ເຂົ້າ/ສາລີ ຢູ່ໃນເນື້ອທີ່ດຽວ ກັນ.


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ ຫວຽດນາມ ຖ່າຍຮູບເປັນທີ່ລະນຶກ ຢູ່ຮ້ານວາງສະແດງ ຂອງ ACIAR ທີ່ ອົດສະຕຣາລີ ປີ 2018. ພາບ: ເອກະສານ


ຕິດພັນກັບ ACIAR ແຕ່ປີ 2007, ປັດຈຸບັນ, ທ່ານນາງ ຫງວຽນ ທິແທງອານ ຍັງເປັນຂົວເຊື່ອມຕໍ່ ນຳຄວາມຮູ້ ດ້ານກະສິກຳ ຂອງ ອົດສະຕຣາລີ ປະກອບສ່ວນປັງປຸງ ຊີວິດການເປັນຢູ່
ໃຫ້ ແກ່ ຊາວກະສິກອນ ຫວຽດນາມ. ພາບ: ເອກະສານ



ທ່ານນາງ ຫງວຽນທິແທງອານ ແລະ ເພື່ອນຮ່ວມງານ ACIAR ປະຈຳ ຫວຽດນາມ. ພາບ: ເອກະສານ

ທ່ານ Robyn Mudie ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ, ທ່ານນາງ ຫງວຽນທິແທງອານ ໃນຄັ້ງ ເຮັດ ວຽກຮ່ວມ ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ ນາມ. ພາບ: ເອກະສານ


ເດືອນກໍລະກົດ ຜ່ານມາ, ທ່ານນາງ ຫງວຽນທິແທງອານ ໄດ້ສໍາເລັດລາຊະການ ອົດສະຕຣາລີ ປະດັບຫຼຽນໄຊ ອັນສູງສົ່ງ ຍ້ອນໄດ້ ປະກອບສ່ວນການພົວພັນຮ່ວມມື ລະຫວ່າງ
ຂອງປະເທດ ໃນ ຂົງເຂດກະສິກຳ. ໃນພາບ: ເອກອັກຄະລັດຖະທູດ ອົດສະຕຣາ ລີ ທ່ານ Robyn Mudie ໄດ້ຮັບມອບສິດ ຈາກ ຜູ້ສໍາເລັດ ລາ ຊະການ ອົດສະຕຣາລີ
ປະດັບຫຼຽນໄຊອັນສູງສົ່ງ ໃຫ້ແກ່ ທ່ານ ນາງ ຫງວຽນທິແທງອານ.  ພາບ: ເອກະສານ



ເອກອັກຄະລັດຖະທູດ ອົດສະຕຣາລີ ທ່ານ Robyn Mudie, ທ່ານນາງ ຫງວຽນທິແທງອານ ແລະ ປອ ຫງວຽນວັນໂບ້ ແລກ ປ່ຽນ ຄໍາເຫັນ ກ່ຽວກັບ ຂະແໜງກະສິກຳ ຫວຽດນາມ ກັບບັນດາ ນັກວິຊາການ ຂອງ ອົດສະຕຣາລີ ເພື່ອສ້າງວິໄສທັດ ໃຫ້ແກ່ ການຮ່ວມມື ຄົ້ນຄວ້າ. ພາບ: ເອກະສານ


ທ່ານນາງ ຫງວຽນທິແທງອານ ແລະ ເພື່ອນຮ່ວມງານ ກຳລັງ ເຮັດວຽກໃຫ້ ACIAR ຢູ່ບັນດາປະເທດ.  ພາບ: ເອກະສານ
ເມື່ອເດືອນກໍລະກົດ ຜ່ານມາ, ທ່ານນາງ ຫງວຽນທິແທງອານ ໄດ້ ຮັບຫຼຽນໄຊ ອັນສູງສົ່ງ ຈາກ ຜູ້ສໍາເລັດ ລາຊະການ ອົດສະ ຕຣາລີ ຍ້ອນໄດ້ປະກອບສ່ວນ ໃນການພົວພັນຄູ່ຮ່ວມມື ລະ ຫວ່າງສອງ ປະເທດ ໃນຂົງເຂດກະກິກຳ. 

ເວົ້າເຖິງຈຸດເດັ່ນ ໃນພາລະກິດ ຂອງຕົນ ທີ່ ACIAR, ທ່ານນາງ ແທງອານ ໃຫ້ຮູ້ວ່າ: “ຂ້າພະເຈົ້າຍັງຈື່ ຊ່ວງເວລາ ພ້ອມກັບບັນ ດານັກວິທະຍາສາດ ແລະ ນັກຄຸ້ມຄອງ ຂອງ ຫວຽດນາມ ແລະ ອົດສະຕຣາລີ ກໍ່ສ້າງຍຸດທະສາດ 10 ປີ ກ່ຽວກັບ ການຮ່ວມ ມື ຮອບດ້ານ ລະຫວ່າງສອງຊາດ ໃນຂົງເຂດຄົ້ນຄວ້າກະສິກຳ. ຍຸດທະສາດດັ່ງກ່າວໄດ້ພັດທະນາ ໂດຍຜ່ານການປຶກສາ ແລະ ຟັງຄວາມຄິດເຫັນຢ່າງລະອຽດ, ສະແດງເຖິງຄວາມຕ້ອງການ ຄົ້ນຄວ້າ ແລະ ພັດທະນາຂອງບັນດາພື້ນທີ່ ແລະ ຂົງເຂດ ຄົ້ນ ຄວ້າທີ່ແຕກຕ່າງກັນ. 

ໃນສະພາບແວດລ້ອມການພົວພັນ ລະຫວ່າງສອງປະເທດ ອົດ ສະຕາຣລີ ແລະ ຫວຽດນາມ ໄດ້ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດ ທະສາດ, ໃນນັ້ນ ກະສິກຳເປັນໜຶ່ງ ໃນບຸລິມະສິດການຮ່ວມມື. ນີ້ແມ່ນໂອກາດ ທັງເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ ຕໍ່ ທ່ານນາງ ອານ ແລະ ເພື່ອນຮ່ວມງານ. ທ່ານນາງ ແທງອານ ໄດ້ໄຂຄວາມ ໃນໃຈອອກມາວ່າ: “ຄວາມມຸ່ງມາດປາດຖະໜາ ໃຫຍ່ຫຼວງ ທີ ສຸດຂອງ ຂ້າພະເຈົ້າແມ່ນ ເຮັດແນວໃດເພື່ອ ACIAR ຕອບ ສະ ໜອງນັບມື້ດີຍິ່ງຂຶ້ນ ຄວາມຕ້ອງການພັດທະນາທີ່ຍືນຍົງ ຂອງ ກະສິກຳ ຫວຽດນາມ ແລະ ປະກອບສ່ວນເຮັດໃຫ້ຊີວິດການ ເປັນຢູ່  ຂອງ ຊາວກະສິກອນໄດ້ດີຂຶ້ນເປັນເທື່ອລະກ້າວ”. 
ບົດ: ຖາວວີ-ພາບ: ຫວຽດເກື່ອງ ແລະ ຜູ້ກ່ຽວສະໜອງໃຫ້

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top