• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ APEC ທີ່ມີຄວາມເຂັ້ມແຂງ, ວັດທະນາຖາວອນລວມໃນອະນາຄົດ

      ກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ຄັ້ງທີ 27 (APEC 27) ໄດ້ຈັດຂຶ້ນເມື່ອວັນທີ 20 ພະຈິກດ້ວຍທາງອອນລາຍ ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyddin Yassin. ການນຳ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ໄດ້ຮັບຮອງເອົາຖະແຫຼງການ Putrajaya ກ່ຽວກັບວິໄສທັດ APEC ຮອດປີ 2040 ຊື່ງໄດ້ສ້າງປະຖົມປັດໄຈທີ່ສຳຄັນ ເພື່ອໃຫ້ APEC ພ້ອມກັນຮ່ວມມື, ພ້ອມກັນພັດທະນາໃນ 2 ທົດສະວັດທີ່ຈະມາເຖິງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ທີ່ຮ່າໂນ້ຍ (ພາບ: VGP/Quang Hiếu)
      ວິໄສທັດຮອດປີ 2040 ຂອງ APEC ໄດ້ກຳນົດຈະສ້າງປະຊາຄົມອາຊີ-ປາຊີຟິກ ເປີດ, ຂະຫຍັນຂັນເຄື່ອນ, ເຂັ້ມແຂງ ແລະ ສັນຕິພາບ ເພື່ອຄວາມວັດທະນາຖາວອນຂອງປະຊາຊົນທຸກຄົນ ແລະ ລຸ້ນຕ່າງໆໃນອະນາຄົດ. ບັນດາການນຳໃຫ້ຄຳໝັ້ນສັນຍາຈະສຶບຕໍ່ປະຕິບັດພາລະກຳຂອງ APEC ເພື່ອບັນລຸໄດ້ວິໄສທັດນີ້ ຜ່ານການຊຸກຍູ້ 3 ກຳລັງໜູນດ້ານເສດຖະກິດຄື: ການຄ້າ ແລະ ການລົງທຶນ; ການປ່ຽນແປງໃໝ່ ແລະ ຫັນເປັນດີຈີຕອນ; ການຈະເລີນເຕີບໂຕທີ່ເຂັ້ມແຂງ, ດຸ່ນດ່ຽງ, ປອດໄພ, ຍືນຍົງ ແລະ ກວມລວມ.
ເອກະພາບກ່ຽວກັບທິດພັດທະນາຈຸດສຸມ
  ກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ເພື່ອຮັບປະກັນໃຫ້ ອາຊີ-ປາຊີຟິກ ສືບຕໍ່ແມ່ນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະ ມີການເຊື່ອມຕໍ່ກ່ວາໝູ່ໃນໂລກນັ້ນ, ການນຳບັນດາພື້ນຖານເສດຖະກິດສະມາຊິກ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສ້າງສະພາບແວດລ້ອມແຫ່ງການຄ້າ ແລະ ການລົງທຶນເສລີ, ແບບເປີດ, ມີຄວາມຍຸດຕິທຳ ແລະ ສະຖຽນລະພາບ. ບັນດາການນຳກໍ່ຢັ້ງຢືນຄືນໃໝ່ ຈະສະໜັບສະໜູນບັນດາຂໍ້ກຳນົດ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຂອງອົງການການຄ້າໂລກ  (WTO) ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ ເຄື່ອນໄຫວຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ ແມ່ນການສືບຕໍ່ຊຸກຍູ້ບັນດາເປົ້າໝາຍ Bogor ແລະ ການຮ່ວມສຳພັນໃນພາກພື້ນ.

ກອງປະຊຸມບັນດາການນຳ APEC 27 ທີ່ມາເລເຊຍ ເມື່ອວັນທີ 20 ພະຈິກ (ພາບ:  hanoimoi.com.vn)
      ເພື່ອຊ່ວຍໃຫ້ປະຊາຊົນທຸກຄົນ ແລະ ວິສາຫະກິດ ເຂົ້າຮ່ວມ ແລະ ພັດທະນາໃນພື້ນຖານເສດຖະກິດທົ່ວໂລກ ທີ່ໄດ້ຮັບການເຊື່ອມຕໍ່ຢ່າງແໜ້ນແຟ້ນນັ້ນ, ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ສະພາບແວດລ້ອມທີ່ອຳນວຍຄວາມສະດວກ, ໃນນັ້ນ ຮັບປະກັນການກຳນົດທິດຕະຫຼາດ ແລະ ການພັດທະນາຂອງເສດຖະກິດດີຈີຕອນ ແລະ ການປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງ.
   ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ຢືນຢັນຈະຊຸກຍູ້ການເຕີບໂຕທີ່ມີຄຸນນະພາບ, ເພີ່ມທະວີການພັດທະນາແຫຼ່ງຊັບພະຍາກອນມະນຸດຮອບດ້ານ ເພື່ອແນໃສ່ປະກອບບັນດາທັກສະ ແລະ ພູມປັນຍາທີ່ດີກ່ວາ ໃຫ້ແກ່ປະຊາຊົນໃນອະນະຄົດ ເພື່ອຮັບປະກັນໃຫ້ອາຊີ-ປາຊີຟິກ ມີຄວາມສາມາດຮັບມືກັບວິກິດການ, ໂລກລະບາດ ແລະ ບັນດາກໍລະນີຮີບດ່ວນອື່ນໆ. ບັນດາພື້ນຖານເສດຖະກິດສະມາຊິກ ກໍ່ຈະຊຸກຍູ້ບັນດານະໂຍບາຍ, ການຮ່ວມມື ແລະ ການເຕີບໂຕດ້ານເສດຖະກິດ ເພື່ອແນໃສ່ໜູນຊ່ວຍທົ່ວໂລກໃນການແກ້ໄຂສຳລັບສິ່ງທ້າທາຍທຸກປະການ ໂດຍສັງລວມ ກ່ຽວກັບດ້ານສະພາບແວດລ້ອມ ເພື່ອໜ່ວຍໂລກທີ່ຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ຍົກອອກຄຳເຫັນວ່າ:
    ກ່ອນອື່ນໝົດ APEC ຕ້ອງສົມທົບກັນເພື່ອຄວບຄຸມໂລກລະບາດໂຄວິດ 19 ແລະ ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ ເພື່ອຮັບປະກັນບັນດາລະບົບສະໜອງເພື່ອຫ້ອາຊີ-ປາຊີຟິກ ສືບຕໍ່ນຳໜ້າໃນວິວັດທະນາການຟື້ນຟູເສດຖະກິດ. ໂດຍແມ່ນປະເທດປະທານອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກອາຊຽນ ມີຄວາມສະໜິດຕິດພັນຢ່າງແທ້ຈິງ, ສົມທົບກັນຢ່າງແໜ້ນແຟ້ນກັບຫຼາຍຄູ່ຮ່ວມມືທີ່ເປັນສະມາຊິກຂອງ APEC ເພື່ອເປັນເຈົ້າການຮັບມື, ມີການເຄື່ອນໄຫວຢ່າງຂ້ຽວຂາດ, ທັນການເພື່ອຄວບຄຸມໂລກລະບາດໄດ້, ຟື້ນຟູເສດຖະກິດເທື່ອລະ ກ້າວ, ໃນນັ້ນມີ 15 ປະເທດທີ່ໄດ້ລົງນາມໃນສັນຍາ RCEP.
ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ APEC
    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ຊີ້ແຈ້ງວ່າ: ຍິ່ງກ່ວາເວລາໃດໝົດ, APEC ຕ້ອງຍົກສູງນ້ຳໃຈຮ່ວມມືສາກົນ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ. ບົນເນື້ອໃນຈິດໃຈດັ່ງກ່າວ, ສືບຕໍ່ຊຸກຍູ້ບັນດາບ້ວງເງິນຊຸກຍູ້ເສດຖະກິດ ແລະ ສ້າງເງື່ອນໄຂອຳນວນຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍທີ່ຈຳເປັນຂອງປະຊາຊົນ, ໂດຍສະເພາະແມ່ນບັນດາວິສາຫະກິດ, ພ້ອມກັນນັ້ນ ກໍ່ຮັບປະກັນຄວາມສາມາດໃນການສຳຜັດກັບວັກຊິນຢ່າງສະເໝີພາບ ຂອງປະຊາຊົນ ແລະ ບັນດາຜະລິດຕະພັນການແພດທີ່ຈຳເປັນ.  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ຢືນຢັນວ່າ:
   ຂ້າພະເຈົ້າເຫັນດີເຫັນພ້ອມ ເມື່ອກອງປະຊຸມຮັບຮອງເອົາວິໄສທັດ APEC ຮອດປີ 2040. ດ້ວຍຄວາມຕັດສິນໃຈ ຄວາມມານະພະຍາຍາມຂອງຕົນ ແລະ ການຊ່ວຍເຫຼືອຂອງປະຊາຄົມໂລກ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ APEC ເພື່ອຫັນວິໄສທັດ ແລະ ຄວາມມຸ່ງຫວັງແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຜາສຸກຂອງປະຊາຊົນທຸກຄົນ ໃນພາກພື້ນເປັນຈິງ.
 APEC ແມ່ນເວທີປາໄສຮ່ວມມືດ້ານເສດຖະກິດພາກພື້ນອັນດັບໜຶ່ງ, ລິເລີ່ມ ແລະ ນຳໜ້າໃນການຊຸກຍູ້ທ່າອ່ຽງ ຫັນເສດຖະກິດ, ການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ໃນໂລກ ເປັນເສລີ. ໃນສະພາບການທີ່ໂລກຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ 19 ແລະ ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຂ້ຽວຂາດນັ້ນ, ເລື່ອງບັນດາພື້ນຖານເສດຖະກິດສະມາຊິກ APEC ໃນນັ້ນມີຫວຽດນາມ ໄດ້ເຫັນດີເປັນເອກະສັນກ່ຽວກັບການກຳນົດທິດທາງຍຸດທະສາດການພັດທະນາໃນໄລຍະທີ່ຈະມາເຖິງ ແມ່ນຕ່ອງໂສ້ສຳຄັນທີ່ສຸດເພື່ອໃຫ້ APEC ປັບປຸງທີ່ຕັ້ງນຳໜ້າໃນແຜນທີ່ເສດຖະກິດໂລກ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top