• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສຽງຈາກໃຈ ຂອງ ຄົນບ້ານແຝວ

ຕັ້ງຫຼາຍເຊັ່ນຄົນມາແລ້ວ, ຂັບແທນ (ປະເພດ ຂັບ ແຫ່ງ ຄວາມ ເຊື່ອຖື ທາງດ້ານໃຈ ຂອງຊາວເຜົ່າໄຕ່, ນຸ່ງ ຊຶ່ງໄດ້ເລ່ົາ ຄືນເຖິງ ການເດີນທາງຂຶ້ນຟ້າ ເພື່ອ ຂໍຮ້ອງຟ້າແຖນ ແກ້ໄຂ ບັນຫາໃດ ໜຶ່ງໃຫ້ແກ່ຄອບຄົວເຈົ້າຂອງ) ເປັນສຽງຈາກຫົວໃຈ ຂອງ ຊົນ ເຜົ່າໄຕ່, ແຝງໄວ້ບັນດາຄຸນຄ່າ ທາງວັດທະນະທຳ ປະຫວັດສາດຊົນເຜົ່າ ຊຶ່ງໄດ້ສືບທອດເຜີຍແຜ່ກັນມາ ຜ່ານ ຫຼາຍເຊ່ັນຄົນ. ດ້ວຍເຫດນັ້ນ, ຊົນເຜົ່າໄຕ່ ຢູ່ບ້ານ ແຝວ, ຕາແສງ ຊວນ ຢາວ, ເມືອງ ບ່າວຖັ໋ງ (ແຂວງ ລາວກາຍ) ຍາມໃດກໍ ມີສະຕິ ໃນການປົກປັກຮັກສາ ບັນດາທຳນອງ ຂັບແທນ ທີ່ສືບທອດ ກັນ ມາແຕ່ ບູຮານນີ້ ຢູ່ສະເໝີ ເໝືອນດັ່ງຂອງປະເສີດອັນໜຶ່ງ. 
ພວກຂ້າພະເຈົ້າພົບກັບນັກສິລະປິນຂັບແທນ ນົງວັນຊີນ ໃນ ງານບຸນ ລົ່ງຕົ່ງ ໃນຕົ້ນລະດູບານໃໝ່. ເຖິງວ່າຢູ່ໃນໄວ 50 ປີແລ້ວ ແຕ່ ສີມືການສະແດງດົນຕີ ຂອງເພິ່ນຍັງຄ່ອງແຄ່ວ ຊຶ່ງ ນຳພາໜ່ວຍສິລະປະ ຂັບແທນ ຂອງ ບ້ານແຝວ ຟ້ອນຕາມ ຈັງຫວະຢ່າງເຂົ້າແກັບເຂົ້າເກຍກັນດີ.

ນັກສິລະປິນ ນົງວັນຊີນ ໃຫ້ຮູ້ວ່າ ຂັບແທນ ໄດ້ຜູກພັນ ກັບທ່ານ ແຕ່ມື້ກຳເນີດ ແລ້ວ “ຊືມ” ເຂົ້າໃນຕົວທ່ານ ແຕ່ຍາມໃດກໍບໍ່ຮູ້. ກວ່າ 30 ປີຜ່າມາ, ທ່ານ ຊີນ ໄດ້ພ້ອມກັບ ພິນຕີ໋ງ ໄປທົ່ວທຸກ ຫົນແຫ່ງ ຢູ່ເຂດພູສູງ ໄຕບັກ ໃນບັນດາງານບຸນລະດູບານໃໝ່ ຂອງ ຊົນເຜົ່າໄຕ່, ບັນດາຄອບຄົວ ທຳພິທີມູນເຊື້ອ, ພິທີເກີບ ສັກ (ພິທີເລື່ອນຊັ້ນ ຮັບຮອງ ຜູ້ຊາຍ ເມື່ອຮອດອາຍຸກະສຽນ) ແລະ ອື່ນໆ... ທ່ານກ່າວວ່າ “ໄປຂັບແທນ ຢູ່ບ້ານໄກ ມ່ວນແລ້ວ, ແຕ່ໄດ້ເມືອກັບມາຂັບແທນ ຢູ່ບ້ານຂອງຕົນ, ສ້າງໜ່ວຍ ສິລະປະ ແລະ ເຜີຍແຜ່ບັນດາທຳນອງ ຂັບແທນ ບູຮານ ໃຫ້ເຂົ້າເຈົ້າ ກໍ ຍິ່ງມ່ວນ”. 


 ນັກສິລະປິນ ນົງວັນຊີນ ໄດ້ໃຊ້ເວລາ ກວ່າ 30 ປີ ຜູກພັນ ກັບພິນຕີ໋ງ ແລະ ເປັນໜຶ່ງ ໃນຈຳນວນບໍ່ພໍເທົ່າໃດ ນັກສິລະປິນ ຢູ່ ແຂວງ ລາວກາຍ
ມີຄວາມຮູ້ຢ່າງລະອຽດກ່ຽວກັບ ບັນດາຈັງ ຫວະ ແທນບູຮານ ຂອງຊົນເຜົ່າ ໄຕ່. 



ຂັບແທນ ເປັນສິລະປະ ວັດທະນະທໍາພື້ນເມືອງ ທີ່ເປັນມູນ ເຊື້ອ ຂອງ ຊົນເຜົ່າໄຕ່ ຊຶ່ງກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮັບຮອງວ່າ
ເປັນມໍລະດົກວັດທະນະທຳ ທີ່ເປັນນາມມະທຳລະດັບຊາດ. 



ໜ່ວຍສິລະປິນ ຂັບແທນ ຢູ່ ບ້ານແຝວ ຝຶກແອບ ບັນດາ ຈັງ ຫວະ ແທນບູຮານ. 


ສິລະປະຂັບແທນມີການປະສົມກົມກຽວກັນ ລະຫວ່າງ ບັນດາປັດໃຈສິລະປະເຊັ່ນ: ດົນຕີ, ຟ້ອນລຳ ແລະ ບັນດາ ຄຸນຄ່າ ວັດທະນະທຳ,
ປະຫວັດສາດ ຂອງ ຊົນເຜ່ົາ ໄຕ່. ຢູ່ແຕ່ລະເຂດພາກ, ຂັບແທນ ມີລວມມີຫຼາຍບົດ ແລະ  ທຳນອງທີ່ແຕກຕ່າງກັນ.



່ວຍສິລະປິນ ຂັບແທນ ຢູ່ ບ້ານແຝວ ຝຶກແອບ ບັນດາ ຈັງ ຫວະ ແທນບູຮານ. 


ຕາມ ສຈ.ປອ ວສ ໂຕຫງອກແທງ-ຜູ້ຮັບຜິດຊອບ ສະມາຄົມ ສິລະປະ ວັດທະນະທຳ ພື້ນເມືອງ ຫວຽດນາມ, ຂັບແທນ ເປັນ ວັດທະນະທຳ ພື້ນເມືອງ,
ເປັນຜົນ ການປະດິດແຕ່ງ ສິລະປະ ວັດທະນະທຳ ໜຶ່ງ ທີ່ຫຼາກຫຼາຍຮູບແບບ, ທັງສ່ອງແສງເຖິງ ຄວາມສຸກ ທຸກ ໃນການດຳລົງຊີວິດ.



ບັນດາເຄື່ອງມື ແລະ ເສື້ອຜ້າອາພອນ ສຳລັບການສະແດງ ຂອງ ໜ່ວຍຂັບແທນ. 

່ວຍສິລະປິນ ຂັບແທນ ຢູ່ ບ້ານແຝວ ມີ 10 ຄົນທຳການ ຝຶກ ແອບ ແລະ ສະແດງເປັນປະຈຳ ໃນມື້ມີງານບຸນຂອງບ້ານ. ບັນ ດານັກສິລະປິນ ຂັບແທນ ຂອງ ບ້ານ ແຝວ ຄວ້າໄດ້ຫຼາຍລາງ ວັນ ໃນ ງານປະກວດ ການສະແດງ ສິລະປະ ວັນນະຄະດີ ມະຫາຊົນ ຂັ້ນເມືອງ ແລະ ຂັ້ນແຂວງ. 

ປະຈຸບັນມີສອງປະເພດຂັບແທນ: ຂັບແທນບູຮານ ມີຈຳນວນ ນັກສິລະປິນ ບໍ່ເທົ່າໃດຄົນ ແລະ ບັນດາຜູ້ເຮັດອາຊີບ ທີ່ກ່ຽວ ພັນເຖິງ ສິລະປະ ຂັບແທນ ຍັງຮັກສາ ແລະ ຖ່າຍທອດໃຫ້ຄົນ ລຸ້ນໃໝ່. ຂັບແທນໃໝ່ ໂດຍບັນດາ ຜູ້ມີຄວາມຮູ້ກ່ຽວກັບ ສິລະປະ ຂັບແທນ, ຮັກມັກຂັບແທນ ປະດິດແຕ່ງ ເນື້ອບົດໃໝ່ ໃຫ້ແກ່ ທຳນອງຂັບແທນບູຮານ ຊຶ່ງມີເນື້ອໃນ ສ່ອງແສງ ຊີວີດໃໝ່. 
ຖ້າສັງເກດໃຫ້ດີ ຈະເຫັນໄດ້ວ່າ ໜ່ວຍ ຂັບແທນ ບ້ານແຝວ ມີ ແພຄຽນຫົວ ທີ່ມີສີສັນພິເສດແຕກຕ່າງ. ນັກສິລະປິນ ນົງວັນ ຊີນໃຫ້ຮູ້ວ່າ ນັ້ນແມ່ນແພຄຽນຫົວມູນເຊື້ອ ຂອງ ຊົນເຜົ່າໄຕ່. ແຕ່ຄາວຍັງນ້ອຍ ໄດ້ເຫັນຜູ້ເຖົ້າຜູ້ແກ່ ໃຊ້ແພຄຽນຫົວນີ້, ແຕ່ ວັນເວລາ ເຂົາເຈົ້າ ໄດ້ບໍ່ໃຊ້ອີກແລ້ວ. ເພາະສະນັ້ນ ບັນດາ ເອື້ອຍນ້ອງ ໃນໜ່ວຍຂັບແທນ ຕ້ອງໄດ້ເສຍເວລາ ຊອກຫາ ເຖິງບ່ອນຈຶ່ງສັ່ງຊື້ໄດ້. ສຳລັບ ພິນຕີ໋ງເຕົ໊າ 10 ໜ່ວຍ ແມ່ນນັກສິ ລະປິນ ນົງວັນຊີນ ເປັນຜູ້ຜະລິດ. ການເຮັດພິນຕີ໋ງເຕົ໊າ 1 ໜ່ວຍ ຕ້ອງຜ່ານ ຫຼາຍຂັ້ນຕອນຄື: ເລືອກວັດຖຸດິບ, ປະດິດສ້າງພິນ ຕີ໋ງ, ສ້າງສຽງພິນ ກໍຕ້ອງ ທຳພິທີຂໍເທວະດາຟ້າແຖນ... ທຸກຂັ້ນ ຕອນຕ້ອງເສຍເວລາປະມານ 2 ປີ ຈຶ່ງຖືວ່າ ສຳເລັດ.

ບໍ່ພຽງແຕ່ສາມາດທຳການສະແດງ 30 ຈັງຫວະແທນບູຮານໄດ້ ຢ່າງຊຳນິຊຳນານ, ໜ່ວຍສິລະປະຂັບ ແທນ ບ້ານແຝວ ຍັງຄົງ ປະດິດແຕ່ງ ບັນດາທຳນອງໃໝ່ ເພື່ອສັນລະເສີນ ປະເທດຊາດ ບ້ານເກີດເມືອງນອນອີກດ້ວຍ.


ຕາມບັນດານັກຄົ້ນຄວ້າດົນຕີພື້ນເມືອງ, ສິລະປະຂັບແທນ ກຳ ເນີດຂຶ້ນໃນ ລະຫວ່າງ ທ້າຍສະຕະວັດທີ XV, ຕົ້ນສະຕະວັດທີ XVI ໃນສະໄໝລາຊະວົງ ມາກ ຂຶ້ນມາຍັງ ແຂວງ ກາວບັ່ງ ແລະ ກໍ່ສ້າງ ກຳແພງຢູ່ທີ່ນີ້. ຕາມເທບນິຍາຍ, ໃນຈຳນວນ ອາດຍາເຈົ້ານາຍ ຂອງລາຊະວົງ ມາກ ໄດ້ມີ ສອງຄົນຊື່ວ່າ ເດ໋ຟຸ້ງ ແລະ ເດ໋ດ໋າງ ສຸດທີ່ຮັກສິລະປະດົນຕີ ແລະ ການຮ້ອງລຳທຳເພງ. ເຂົ້າເຈົ້າໄດ້ປະດິດສ້າງ ພິນຕີ໋ງເຕົ໊າ ແລະ ສ້າງຕັ້ງໜ່ວຍສິລະປະ 2 ກອງ ເພື່ອສະແດງໃນລາຊະວັງ. ພາຍລຸນມາ, ປະຊາຊົນເຫັນວ່າມ່ວນ ຈຶ່ງ ລອກແບບ ແລະ ໄດ້ຕົກທອດມາຈົນ ເຖິງ ປັດຈຸບັນ. 

ສິລະປະຟ້ອນຂັບແທນ ໄດ້ກາຍເປັນການເຄື່ອນໄຫວ ວັດທະນະທຳ ທາງໃຈ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຢູ່ທາງທິດເໜືອ ຫວຽດນາມ. 
 
ປະຕິບັດ: ເຈິ່ນຮ໋ຽວ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top