• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມນັກລົງທຶນຕ່າງປະເທດທີ່ມີລະບົບແຈກຢາຍສິນຄ້າ, ການບໍລິການທົ່ວໂລກມາລົງທຶນຢູ່ ຫວຽດນາມ

AEON ຖື ຫວຽດນາມ ແມ່ນຕະຫຼາດລົງທຶນແບບຍາວນານ ແລະ ສຳຄັນຂອງ ກຸ່ມບໍລິສັດນີ້ຢູ່ ອາຊີ. ໄປຄຽງຄູ່ກັບການລົງທຶນເຂົ້າຂົງເຂດບໍລິໂພກ, AEON ກໍ່ພວມຊອກຫາການລົງທຶນເຂົ້າຕະຫຼາດການເງິນຢູ່ ຫວຽດນາມ.
ຕອນບ່າຍວັນທີ 15 ສິງຫາ, ໃນການຕ້ອນຮັບທ່ານ Kenji Kawahara ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດການເງິນ AEON ທີ່ພວມມາຊອກຮູ້ກ່ຽວກັບຕະຫຼາດການເງິນ ຫວຽດນາມ, ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງບັນດາການຕັດສິນໃຈຂອງ AEON ທີ່ມາລົງທຶນຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບິ່ງເຢຶອງ ໃນໄລຍະທີ່ຜ່ານໄດ້ນຳ AEON ກາຍເປັນສະຖານທີ່ຊື້ເຄື່ອງຂອງທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ຊົມໃຊ້ ຫວຽດນາມ ແລະ ໜູນຊ່ວຍ ໂຄສະນາສິນຄ້າຂອງ ຫວຽດນາມ ໃນລະບົບສູນການຄ້າຂອງກຸ່ມບໍລິສັດຢູ່ບັນດາປະເທດອື່ນໆ. ທ່ານຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ມີຄວາມສະດວກໃຫ້ແກ່ປະຊາຄົມວິສາຫະກິດ, ສົ່ງເສີມບັນດານັກລົງທຶນຕ່າງປະເທດທີ່ມີເຕັກໂນໂລຢີ, ລະບົບການຜະລິດ, ການແຈກຢາຍສິນຄ້າ, ການບໍລິການໃນທົ່ວໂລກມາລົງທຶນແບບຍາວນານຢູ່ ຫວຽດນາມ, ໃນນັ້ນມີ AEON.

ທີ່ການຕ້ອນຮັບ (ພາບ: VGP)

ທ່ານ Kenji Kawahara ໃຫ້ຮູ້ວ່າ: AEON ຖື ຫວຽດນາມ ແມ່ນຕະຫຼາດລົງທຶນແບບຍາວນານ ແລະ ສຳຄັນຂອງ ກຸ່ມບໍລິສັດນີ້ຢູ່ ອາຊີ. ໄປຄຽງຄູ່ກັບການລົງທຶນເຂົ້າຂົງເຂດບໍລິໂພກ, AEON ກໍ່ພວມຊອກຫາການລົງທຶນເຂົ້າຕະຫຼາດການເງິນຢູ່ ຫວຽດນາມ, ຊ່ວຍເພີ່ມມູນຄ່າໃຫ້ແກ່ວິສາຫະກິດ, ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຜູ້ບໍລິໂພກ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top