• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການຮ່ວມມືທາງດ້ານກະສິກຳລະຫວ່າງ ຫວຽດນາມ - ສ.ເກົາຫຼີ

      ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກໍສະເໜີໃຫ້ຝ່າຍສ.ເກົາຫຼີ ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດການບຳລຸງສ້າງພະນັກງານ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສະຫະກອນກະສິກຳ ຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໃນການຕ້ອນຮັບ Kim Byeong, 
ປະທານສະຫະພັນແຫ່ງຊາດ ສະຫະກອນກະສິກຳສາທາລະນະລັດເກົາຫຼີ
      ວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Kim Byeong,  ປະທານສະຫະພັນແຫ່ງຊາດ ສະຫະກອນກະສິກຳສາທາລະນະລັດເກົາຫຼີ.
        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຸຖະມົນຕີ ຈິ້ງດິງຢຸງ ຢັ້ງຢືນວ່າ ລັດຖະບານຫວຽດນາມໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາປະເພດຜະລິດຕະພັນກະເສດຂອງສ.ເກົາຫຼີ ເຂົ້າຕະຫຼາດຫວຽດນາມເໝາະສົມກັບບັນດາຂໍ້ກຳນົດຂອງກົດໝາຍ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກໍສະເໜີໃຫ້ຝ່າຍສ.ເກົາຫຼີ ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດການບຳລຸງສ້າງພະນັກງານ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສະຫະກອນກະສິກຳ ຫວຽດນາມ, ສ້າງຮູບແບບສະຫະກອນແບບໃໝ່. ພ້ອມກັນນ້ນ, ກໍ່ສະໜອງບັນດາທັກສະໃນການຄຸ້ມຄອງ, ບໍລິຫານງານ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດການເງິນກະສິກຳຄື: ບົດຮຽນໃນການເຄື່ອນໄຫວການເງິນສະຫະກອນ, ຮັບປະກັນຄວາມເສຍຫາຍຈາກກະສິກຳ, ສິນເຊື່ອໃຫ້ແກ່ບັນດາສະຫະກອນກະສິກໍາ
        ສ່ວນປະທານສະຫະພັນແຫ່ງຊາດ ສະຫະກອນກະສິກຳ ສ.ເກົາຫຼີ Kim Byeong ໃຫ້ຮູ້ວ່າ ສ.ເກົາຫຼີຍາມໃດກໍພ້ອມແລ້ວທີ່ຈະໜູນຊ່ວຍແຫຼ່ງກຳລັງ, ບົດຮຽນໃຫ້ຫວຽດນາມໃນການຈັດຕັ້ງການຜະລິດເປັນລະບົບ, ຍົກສູງມູນຄ່າໃຫ້ແກ່ສິນຄ້າຜະລິດຕະພັນກະເສດ; ແນະນຳເຕັກໂນໂລຢີ, ເຄື່ອງກົນຈັກ, ອຸປະກອນ ຈາກກາຄ້າເຄື່ອງປາຂອງດົງ; ແນະນຳເຕັກໂນໂລຢີ, ກົນຈັກ, ອຸປະກອນ ໃນຂະແໜງກະສິກຳຈາກຂັ້ນຕອນການຜະລິດ, ຕະຫຼອດຮອດຂັ້ນຕອນການຈຳໜ່າຍ, ການເກັບຮັກສາ ແລະ ຂົນສົ່ງຜະລິດຕະພັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top