• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

ສຳນັກຂ່າວສານ Reuters ຊີ້ແຈ້ງວ່າ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນຈຸດພົ້ນເດັ່ນໃນຜົນງານຂອງພັກກອມມູນິດຫວຽດນາມ ໃນຊຸມປີຜ່ານມາ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ. (ພາບ: TTXVN)

ວັນທີ 26 ມັງກອນ, ສຳນັກຂ່າວສານ Reuters ຂອງອັງກິດ ໄດ້ລົງຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ເນື້ອໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ສຳນັກຂ່າວສານ Reuters ຊີ້ແຈ້ງວ່າ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນຈຸດພົ້ນເດັ່ນໃນຜົນງານຂອງພັກກອມມູນິດຫວຽດນາມ ໃນຊຸມປີຜ່ານມາ, ດ້ວຍຫຼາຍຄະດີສໍ້ຫຼາດບັງຫຼວງໄດ້ຄົ້ນພົບ, ດຳເນີນຄະດີ, ພິພາກສາຢ່າງເຂັ້ມງວດ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ສຳນັກຂ່າວສານ Reuters ໄດ້ຄັດຄຳກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂດຍເນັ້ນໜັກວ່າ: “ຕໍ່ໜ້າສະພາບການໂລກ ແລະ ພາກພື້ນມີການປ່ຽນແປງໃໝ່ຢ່າງວ່ອງໄວ, ສັບສົນ, ຫວຽດນາມ ໄດ້ຖືເປັນສຳຄັນການປັບປຸງ, ເພີ່ມທະວີກຳລັງແຮງດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ”.

        ເມື່ອລົງຂ່າວກ່ຽວກັບພິທີໄຂກອງປະຊຸມ, ໜັງສືພິມ ຊິນຮວາ ຂອງຈີນ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຍດນາມ ມີໜ້າທີ່ສະຫຼຸບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ; ຕິດພັນກັບການຕີລາຄາ 35 ປີແຫ່ງການດຳເນີນການປ່ຽນແປງໃໝ່, ຍຸດທະສາດພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ 2011 – 2020; ພ້ອມທັງວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025; ກຳນົດເປົ້າໝາຍ, ທິດທາງຮອດປີ 2030 ແລະ ວິໄສທັດພັດທະນາປະເທດຮອດປີ 2045.

        ໜັງສືພິມ Bangkok Post, ຂອງໄທ ກໍຍົກສູງຜົນງານທາງດ້ານເສດຖະກິດຂອງຫວຽດນາມ ໃນປີ 2020 ແລະ ເນັ້ນໜັກວ່າ, ຫວຽດນາມ ໄດ້ເປັນທີ່ຮູ້ຈັກຄືດັ່ງຈຸດພົ້ນເດັ່ນຄວບຄຸມໂລກລະບາດໂຄວິດ-19 ສຳເລັດຜົນ, ພ້ອມກັບການຟື້ນຟູ ແລະ ພັດທະນາເສດຖະກິດ.

        ໜັງສືພິມ The Star ຂອງ ມາເລເຊຍ ໄດ້ຄັດສະເໜີບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ພິທີໄຂຂອງປະຊຸມໃຫຍ່ໂດຍໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ດຳເນີນໃນສະພາບຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍທີ່ສະຫຼັບກັນ, ມີຫຼາຍບັນຫາຍຸດທະສາດໃໝ່ທີ່ວາງອອກຕ້ອງໄດ້ຮັບການແກ້ໄຂ.

        ນອກນັ້ນ, ໜັງສືພິມຫຼາຍສະບັບຄື: Kyodo, ຊ່ອງໂທລະພາບ ແລະ ວິທະຍຸ NHK ຂອງຍີ່ປຸ່ນ; ສຳນັກຂ່າວສານ AFP ຂອງຝລັ່ງ; ເວັບໄຊ chanelnewsasia.com ກໍ່ໄດ້ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top