• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ລ​ະ​ຫວ່າງ ຫວ​ຽດ​ນາມ ແລະ ສ​ະ​ຫ​ະ​ພັນ ລັດ​ເຊຍ ໃຫ້ນັບ​ມື້​ນັ​ບ​ເຂົ້າ​ສູ່​ລວງ​ເລິກ ແລະ​ ມີປະ​ສິດ​ທິ​ຜົ​ນ

2 ຝ່າຍກໍ່ເຫັນດີເປັນເອກະພາບຕໍ່ຫຼາຍທິດທາງ ແລະ ມາດຕະການເພື່ອເພີ່ມທະວີການຮ່ວມມືໃນຂົງເຂດ: ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ມະນຸດສະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ຫຼາຍກວ່ານີ້ອີກ; ເພີ່ມທະວີການຮ່ວມມືໃນການຜະລິດວັກຊິນ ກໍ່ຄືຢາປິ່ນປົວພະຍາດໂຄວິດ - 19.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານນາງປະທານສະພາສູງ ສະຫະພັນ ລັດເຊຍ Valentina Matvienko (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Mikhail Mishustin ຢູ່ Moscow ໃນວັນທີ 1 ທັນວາ ປີ 2021, ຕາມເວລາ ລັດເຊຍ. ໃນການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ ໃນບັນດາຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ. 2 ຝ່າຍເຫັນດີສ້າງເງື່ອນໄຂສະດວກໃຫ້ການຄ້າ 2 ຝ່າຍກວ່ານີ້ອີກລວມທັງຍາກແຍງບຸລິມະສິດຈາກສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ໃຫ້ໄດ້ຢ່າງສຸດຂິີດ; ສົ່ງເສີມການຜັນຂະຫຍາຍບັນດາໂຄງການລົງທຶນທີ່ມີຂອບຂະໜາດຢູ່ທັງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມິີທ່າແຮງ; ຢັ້ງຢືນຄວາມຕັດສິນໃຈຮັກສາ ແລະ ເປີດກວ້າງການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັສ ຢູ່ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ.

2 ຝ່າຍກໍ່ເຫັນດີເປັນເອກະພາບຕໍ່ຫຼາຍທິດທາງ ແລະ ມາດຕະການເພື່ອເພີ່ມທະວີການຮ່ວມມືໃນຂົງເຂດ: ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ມະນຸດສະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ຫຼາຍກວ່ານີ້ອີກ; ເພີ່ມທະວີການຮ່ວມມືໃນການຜະລິດວັກຊິນ ກໍ່ຄືຢາປິ່ນປົວພະຍາດໂຄວິດ - 19.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ມີການພົບປະກັບທ່ານນາງປະທານສະພາສູງ ສະຫະພັນ ລັດເຊຍ Valentina Matvienko. ທີ່ການພົບປະນີ້, ການນຳ 2 ທ່ານໄດ້ເຫັນດີສືບຕໍ່ໍຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ໃນນັ້ນມີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ ສະຫະພັນ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top