• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຖືບັນດາຫຼັກການຮັບປະກັນອາຊີຕາເວັນອອກ ແມ່ນກົນໄກເຈລະຈາ, ຮ່ວມມື ເປັນສຳຄັນ

      ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມລັດຖະມົນຕີການຕ່າງປະເທດສຸດຍອດ ອາຊີຕາເວັນອອກ ຄັ້ງທີ 11 ຖືກໄຂຂຶ້ນໃນຕອນບ່າຍ ວັນທີ 4 ສິງຫາ ຕາມຮູບການແບບທາງໄກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
 
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມ. ພາບ: TTXVN
 
      ທີ່ກອງປະຊຸມ, ອາຊຽນ ແລະ ບັນາຄູ່ຮ່ວມມື ອາຊີຕາເວັນອອກ (EAS) ໄດ້ເຫັນດີມານະພະຍາຍາມສຸມໃສ່ປະຕິບັດສຳເລັດແຜນການດຳເນີນງານ Manila ໄລຍະ 2018 – 2022 ແລະ ກະກຽມສ້າງແຜນການດຳເນີນງານ ໄລຍະຕໍ່ໄປ ບົນພື້ນຖານບັນດາບຸລິມະສິດທີ່ແທດເໝາະກັບສະພາບການໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມຟື້ນຟູ ແລະ ເຕີບໂຕ; ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດດ້ານການແພດປ້ອງກັນ ການຄົ້ນຄວ້າ ແລະ ພັດທະນາວັກຊິນ, ຮັບປະກັນການຈັດແບ່ງວັກຊິນຢ່າງປອດໄພ, ມີປະສິດທິຜົນ ແລະ ສະໝໍ່າສະເໝີ, ໜູນຊ່ວຍອຸປະກອນການແພດທີ່ຈຳເປັນ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ຄວນສືບຕໍ່ຖືບັນດາຫຼັກການກຳນົດທິດທີ່ມີຄວາມສຳຄັນນີ້ເປັນສຳຄັນ ເພື່ອແນໃສ່ຮັບປະກັນອາຊີຕາເວັນອອກ ແມ່ນກົນໄກເຈລະຈາ, ຮ່ວມມື ແລະ ຫຼຸດຜ່ອນຄວາມສັບສົນກ່ຽວກັບຍຸດທະສາດ.
       ໂດຍສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປຢ່າງສັບສົນຢູ່ບັນດາຈຸດຮ້ອນເຮັ່ງຢູ່ພາກພື້ນ ໃນນັ້ນມີທະເລຕາເວັນອອກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:
        ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ແລະ ຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍ. ພວກຂ້າພະເຈົ້າເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຈົ່ງອົດກັ້ນ ເພື່ອແນໃສ່ສະກັດກັ້ນບັນດາການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ກໍ່ການຂັດແຍ້ງກັນ ແລະ ສົ່ງຜົນກະທົບບໍ່ດີຕໍ່ສະພາບແວດລ້ອມຢູ່ທະເລ. ບັນດາຄວາມແຕກໂຕນກັນ ແລະ ການຂັດແຍ້ງກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີທີ່ສອດຄອ່ງກັບກົດໝາຍສາກົນ; ສິດ ແລະ ຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງບັນດາປະເທດ ຕ້ອງໄດ້ຮັບການເຄົາລົບຢ່າງຄົບຖ້ວນ. ປັດຈຸບັນ, ອາຊຽນ ແລະ ຈີນ ພວມສືບຕໍ່ສົມທົບກັນຢ່າງຕັ້ງໜ້າເພື່ອມຸ່ງໄປເຖິງການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ, ມີລັກສະນະສະເໝີຕົ້ນສະເໝີປາຍກັບກົດໝາຍສາກົນ ແລະ UNCLOS 1982. ພວກຂ້າພະເຈົ້າ ຫວັງວ່າ ຈະໄດ້ຮັບການໜູນຊ່ວຍ ແລະ ການເຂົ້າຮ່ວມຂອງບັນດາປະເທດ ອາຊີຕາເວັນອອກເຂົ້າໃນວິວັດທະນາການດັ່ງກ່າວ. ຂ້າພະເຈົ້າຂໍຢ້ຳຄືນວ່າ ຫວຽດນາມ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນກ່ຽວກັບອະທິປະໄຕນິຕິກຳ ສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ”.
            ສິ້ນສຸດກອງປະຊຸມ, ບຣູໄນ, ປະທານ ອາຊີຕາເວັນອອກ EAS ໄດ້ອອກຖະແຫຼງການປະທານ ກ່ຽວກັບໝາກຜົນກອງປະຊຸມ.
 (ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top