• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສິລະປິນ ຜູ້ຮັກສາສຽງດົນຕີ ຈາກ ຈາປີ ຂອງຊົນເຜົ່າ ຣາ ກລາຍ

ຮູບພາບ ພໍ່ເຖົ້າ ມີຮ່່າງຄີງຈ່ອຍສູງ, ຊົງຜົມຍາວ ສີຂາວ ແລະ ດວງຕາ ທີ່ສົດໃສ ມັກຈະນັ່ງຢູ່ໃຕ້ຮົ່ມໄມ້ ຢູ່ ຫຼັງເຮືອນ ໝົກ ມຸ່ນ ກັບການເຮັດ ຈາປີ ໄດ້ກາຍເປັນ ສິ່ງຄຸ້ນເຄີຍສຳລັບຊາວ ບ້ານ ຢໍ, ຕາແສງ ມາເນີ໋ຍ, ເມືອງ ນິງເຊີນ, ແຂວງ ນິງຖ້ວນ. ນັ້ນແມ່ນ ນັກສິລະປິນດີເດັ່ນ ທ່ານ ຈາມາເລ໋ ເອົາ, ຊົນເຜົ່າ ຣາ ກລາຍ ທີ່ຫາຍາກ ຍັງເຮັດ ຈາປີ ກໍຄືການປັບສຽງ ຂອງ ຈາປີ ໄດ້ມາດຕະຖານ.
ຈາປີ ເປັນເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກຂອງ ຊົນເຜົ່າ ຣາ ກລາຍ ແລະ ເປັນທ່ີຮູ້ຈັກຂອງຫຼາຍໆ ຄົນ ຫຼັງຈາກ ນັກ ດົນຕີ ເຈິ່ນຕ໋ຽນ ແຕ່ງເພງ “ຜູ້ທຸກ ກໍມີ ຈາປີ” ເພື່ອຢັ້ງຢືນ ນີ້ ແມ່ນອາຫານທາງໃຈທີ່ຂາດບໍ່ໄດ້ ຂອງ ຊົນເຜົ່າ ຣາ ກລາຍ ທຸກຄົນ.

ທ່ານ ຈາມາເລ໋ ເອົາ ໃຫ້ຮູ້ວ່າ ຕົວທ່ານເອງ ກໍຄືເດັກນ້ອຍ ອີກ ຫຼາຍໆ ຄົນ ຕ່າງກໍໄດ້ ຜູ້ໃຫຍ່ ຖ່າຍທອດວິທີດີດ ຈາປີ ຕັ້ງແຕ່ ນ້ອຍ, ແຕ່ຍ້ອນຫຼາຍເຫດຜົນທີ່ ແຕກຕ່າງກັນ ມີປະຊາຊົນ ຫຼາຍຄົນ ບໍ່ມີຄວາມພູກພັນ ກັບ ຈາປີ, ບໍ່ຮູ້ວິທີເຮັດ ແລະ ວິທີປັບສຽງ ຈາປີ. ໂດຍໄດ້ຮັບການສອນ ຈາກ ຜູ້ເປັນພໍ່ ແລະ ນ້າບ່າວ ແຕ່ຄາວຍັງນ້ອຍ, ທ່ານ ຈາມາເລ໋ ເອົາ ສາມາດເຮັດ ຈາປີ ໄດ້ດີທີສຸດ. ໃນບັນດາເຫດການ, ບັນດາເຫດການ ວັດ ທະນະທຳ ແລະ ງານບຸນຕ່າງໆ ພາຍໃນໝູ່ບ້ານ, ຕ່າງກໍ່ໄດ້ ຍິນສຽງ ຈາປີ ຂອງ ທ່ານ.



ນັກສິລະປິນດີເດັ່ນ ຈາເມເລ໋ ເອົາ ຊາວຊົນເຜົ່າ ຣາ ກລາຍ ເປັນຜູ້ມີຄວາມສາມາດເຮັດ ຈາປີ ກໍຄື ປັບສຽງ ຈາປີ ໃຫ້ໄດ້ ມາດຖະຖານ. ພາບ: ຫງວຽນລວນ


ແຕ່ລະລາຍລະອຽດ ຂອງ ຈາປີ ໄດ້ນັກສິລະປິນດີເດັ່ນ ຈາເມ ເລ໋ ເອົາ ປະຕິບັດຢ່າງລະມັດລະວັງ. ພາບ: ເລມິນ


ນັກສິລະປິນດີເດັ່ນ ຈາເມເລ໋ ເອົາ ຕັ້ງໃຈຟັງສຽງ ຈາປີ ທີ່ ທ່ານ ກຳລັງຜະລິດ. ພາບ: ຫງວຽນລວນ


ບັນດາເຄື່ອງມືເຮັດ ຈາປີ ຂອງ ນັກສິລະປິນດີເດັ່ນ ຈາເມ ເລ໋ ເອົາ. ພາບ: ຫງວຽນລວນ


ພິນ ຈາປີ ສຳເລັດຮູບ ຜະລິດໂດຍ ນັກສິລະປິນດີເດັ່ນ ຈາເມ ເລ໋ ເອົາ. ພາບ: ເລມິນ
 
ປັດຈຸບັນ, ທ່ານ ຈາມາເລ໋ ເອົາ ໄດ້ຖືວ່າ ເປັນໜຶ່ງ ໃນຈຳນວນ ບຸກຄົນທີ່ຫາຍາກ ທີ່ຍັງມີຊີວິດ ຂອງ ຊົນເຜົ່າ ຣາ ກລາຍ ຢູ່ ເມືອງ ນິງເຊີນ ສາມາດຜະລິດ ຈາປີ, ສະແດງ ແລະ ປັບສຽງ ຈາປີ ໄດ້ຢ່າງຊຳນິຊໍານານງານ ແລະ ໄດ້ມາດຕະຖານ ອີກດ້ວຍ.
ນັ່ງປັບສາຍ ຈາປີ, ຍົກຂຶ້ນຟັງ ເພື່ອຮູ້ສຶກໄດ້ເຖິງສຽງ, ບຶດໜຶ່ງ ທ່ານ ຈາມາເລ໋ ເອົາ ກໍເລົ່າໃຫ້ແຂກຟັງ ກ່ຽວກັບ ວິທີເຮັດ ກໍ ຄືເລື່ອງລາວຕ່າງໆ ທີ່ສະໜິດຕິດພັນກັບ ຈາປີ ດ້ວຍຄວາມ ກະຕືລືລົ້ນ. ທ່ານ ຈາມາເລ໋ ເອົາ ຊີ້ມືໃສ່ ບັນດາ ຈາປີ ແລ້ວ ຢັ້ງຢືນວ່າ: “ນີ້ແມ່ນບັນດາ ຈາປີ ທີ່ໄດ້ມາດຕະຖານ ແລະ ມີ ສຽງມ່ວນທີສຸດ, ດ້ວຍເຫດນັ້ນ ຖ້າກຳນົດລາຄາຂາຍ ຈະໄດ້ ລາຄາສູງພໍສົມຄວນ”.

ນັກສິລະປິນດີເດັ່ນ ຈາມາເລ໋ ເອົາ ໃຫ້ຮູ້ວ່າ ເຕັກນິກຜະລິດ ຈາປີ ບໍ່ຍາກ, ແຕ່ຮຽກຮ້ອງ ນັກສິລະປິນ ຕ້ອງມີຄວາມມັກ ແລະ ຮັກສຽງ ຈາປີ ຄື ຮັກຕົນເອງ. ຊາວບ້ານ ມັກໃຊ້ທ່ອນ ໄມ້ໄຜ່ແກ່, ຊື່, ງາມ, ມີເສັ້ນຜ່າກາງ ປະມານ 7-8 ຊມ, ຍາວ 40 ຊມ ເພື່ອຜະລິດ ຈາປີ. ໄມ້ໄຜ່ຕ້ອງຕາກໃຫ້ແຫ້ງກ່ອນຈະ ໃຊ້ ເພື່ອຜະລິດ ຈາປີ. ການເຮັດສາຍ, ເຄັ່ງສາຍ, ເຈາະຮູ ໃນລໍາໄມ້ໃຜ່ ເພື່ອສ້າງສຽງ, ສ້າງຮູບຊົງ ໃຫ້ສວຍງາມ ແລະ ວິທີປັບສຽງ ໃຫ້ໄດ້ມາດຕະຖານ ຕ້ອງໄດ້ຜ່ານການສຶກສາ, ຖອດຖອນບົດຮຽນ ແລະ ພິເສດແມ່ນຄວາມພະຍາຍາມຢ່າງ ສຸດໃຈ ຈຶ່ງສາມາດ ປະດິດ ຈາປີ ດ້ວຍສຽງ ທ່ີມີ ຈິດວິນຍານ ທ່ີສຸດ.



Bên cạnh việc làm đàn Chapi, nghệ nhân ưu tú Chamaléa Âu còn làm các dụng cụ lao động khác như: gùi, cà-tẹt, kèn bầu, cung, nỏ…
phục vụ lao động sản xuất cũng như buôn bán, trao đổi hàng hóa với các nơi khác. Ảnh: Nguyễn Luân


ບັນດາທ່ອນໄມ້ໄຜ່ແກ່, ຊື່, ງາມ, ມີເສັ້ນຜ່າກາງ ປະມານ 7-8 ຊມ, ຍາວ 40 ຊມ ໄດ້ຕາກຢູ່ເທິງເຮືອນຄົວຈົນແຫ້ງ ກ່ອນນໍາໃຊ້ ຜະລິດ ຈາປີ. ພາບ: ຫງວຽນລວນ

ເມື່ອມີເວລາວ່າງ, ນັກສິລະປິນດີເດັ່ນ ຈາເມເລ໋ ເອົາ ຈະເຂົ້າ ປ່າ ລ່າເນື້ອ ແລະ ຊອກຫາຕົ້ນໄມ້ໄຜ່ແກ່ ເພື່ອເອົາມາເຮັດ ຈາປີ. ພາບ: ຫງວຽນລວນ

ນັກສິລະປິນດີເດັ່ນ ຈາເມເລ໋ ເອົາ ກັບໜ້າເກັກ. ພາບ: ຫງວຽນລວນ

ນອກຈາກຜະລິດ ຈາປີ ຢ່າງຊຳນານແລ້ວ, ທ່ານ ຈາເມເລ໋ ເອົາ ຍັງສາມາດປະດິດສ້າງເຄື່ອງດົນຕີ ແລະ ເຄື່ອງມືອອກ ແຮງງານປະເພດຕ່າງໆ ເຊັ່ນ: ກະພາ, ໜ້າເກັກ, ທະນູ... ເພື່ອຮັບໃຊ້ການຜະລິດ ກໍຄືຄ້າຂາຍ, ແລກປ່ຽນ ສິນຄ້າ ກັບແຫ່ງອື່ນໆ.

                                                            ທ່ານ ຈາມາເລ໋ ເອົາ ເປັນຄົນມ່່ວນຊື່ນ, ຕະຫຼົກ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງສັງຄົມ ໃນທ້ອງຖິ່ນ.
                                                                  ປັດຈຸບັນ, ທ່ານເປັນສະມາຊິກຂອງສະມາຄົມນັກຮົບເກົ່າຂອງຕາແສງ ມາເນີ໋ຍ, ປະກອບສ່ວນຜົນງານ ຫຼາຍຢ່າງ
                                                                                    ໃນຂະບວນການແຂ່ງຂັນ ນັກຮົບເກົ່າທີ່ເປັນແບບຢ່າງ ໃນ 5 ປີ (2014-2019).
 
ບົດ: ເຊີນເງ້ຍ-ພາບ: ເລມິນ, ຫງວຽນລວນ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top