• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານສູງສຸດ ອາເມລິກາ ສະໜັບສະໜູນໂຄງການ ObamaCare

      Obamacare ແນໃສ່ເປົ້າໝາຍຢາກຍົກສູງຄຸນນະພາບ ແລະ ຄວາມສາມາດໃນການເບີກຈ່າຍຂອງການປະກັນສຸຂະພາບ, ຫຼຸດອັນຕາຜູ້ບໍ່ມີປະກັນໄພລົງ ດ້ວຍວິທີການເປີດກວ້າງຂອບເຂດປະກັນສຸຂະພາບສາທາລະນະ ແລະ ເອກະຊົນ, ຫຼຸດ ຄ່າໃຊ້ຈ່າຍໃນການດູແລສຸຂະພາບສ່ວນບຸກຄົນ ແລະ ອຳນາດການປົກຄອງລົງ.
ສານສູງສຸດ ອາເມລິກາ ສະໜັບສະໜູນໂຄງການ ObamaCare (ພາບ: AP)
      ວັນທີ 17 ມິຖຸນາ, ສານສູງສຸດ ອາເມລິກາ ໄດ້ປະຕິເສດໃບຮ້ອງຟ້ອງສະບັບຫຼ້າສຸດ ຂອງບັນດາລັດເຊິ່ງພັກສາທາລະນະກຳອຳນາດໄດ້ຕ້ານຄືນໂຄງການດູແລສຸຂະພາບ ObamaCare. ດ້ວຍບັດສະໜັບສະໜູນ 7 ບັດ ແລະ ບັດຄ້ານ 2 ບັດ, ບັນດາ  ຜູ້ພິພາກສາ ສານສູງສຸດ ອາເມລິກາ ໄດ້ອອກຄຳຕັດສິນຂອງສານວ່າ ໃບຮ້ອງຟ້ອງຂອງລັດ Texas ແລະ ບາງລັດອື່ນໆ ເພື່ອແນໃສ່ຍົກເລີກ ໂຄງການ ObamaCare ບໍ່ໄດ້ຮັບຮອງເອົາ.
ກົດໝາຍວ່າດ້ວຍການປົກປ້ອງຄົນເຈັບ ແລະ ດູແລສຸຂະພາບປະຊາຊົນທີ່ເໝາະສົບກັບລາຍຮັບຂອງເຂົາເຈົ້າໂດຍທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ລົງນາມໃນວັນທີ 23 ມີນາ ປີ 2010. ນີ້ແມ່ນຂີດໝາຍຂອງລະບົບສາທາລະນະສຸກ ອາເມລິກາ ນັບແຕ່ເວລາ ຮັບຮອງເອົາ Medicare ແລະ Medicaid ເມື່ອປີ 1965. Obamacare ແນໃສ່ເປົ້າໝາຍຢາກຍົກສູງຄຸນນະພາບ ແລະ ຄວາມສາມາດໃນການເບີກຈ່າຍຂອງການປະກັນສຸຂະພາບ, ຫຼຸດອັນຕາຜູ້ບໍ່ມີປະກັນໄພລົງ ດ້ວຍວິທີການເປີດກວ້າງຂອບເຂດປະກັນສຸຂະພາບສາທາລະນະ ແລະ ເອກະຊົນ, ຫຼຸດ ຄ່າໃຊ້ຈ່າຍໃນການດູແລສຸຂະພາບສ່ວນບຸກຄົນ ແລະ ອຳນາດການປົກຄອງລົງ. Obamacare ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາມໍລະດົກອັນຍິ່ງໃຫຍ່ຂອງທ່ານອະດີດປະທານາທິບໍດີ Obama.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top