• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນ​ຍາ EVFTA ສິ່ງ​ທີ່​​ວິສາ​ຫະ​ກິດ​ຕ້ອງຮັບ​ຮູ້

ເພື່ອແນໃສ່ອັບເດດສະພາບການປະຕິບັດສັນຍາ EVFTA ຈາກທັງຝ່າຍວິສາຫະກິດ ແລະ ຝ່າຍລັດຖະບານ ພາຍຫຼັງທີ່ມີຜົນສັກສິດມາເປັນເວລາ 2 ເດືອນ, ຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) - ບັນດາສິ່ງທີ່ວິສາຫະກິດຕ້ອງຮັບຮູ້”.

ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) - ບັນດາສິ່ງທີ່ວິສາຫະກິດຕ້ອງຮັບຮູ້” (ພາບ: TTXVN) 

ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລ້ວ, ພຽງແຕ່ໃນເດືອນທຳອິດປະຕິບັດ EVFTA, ສິນຄ້າສົ່ງອອກໄປຍັງ EU ບັນລຸໄດ້ວົງເງິນ 277 ລ້ານ USD. ພ້ອມກັນນັ້ນ, ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ເລີ່ມມີສັນຍານດີຂຶ້ນ. ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        ດ້ວຍຄວາມປາດຖະໜາຢາກຊ່ວຍໃຫ້ບັນດາວິສາຫະກິດຫຼຸດຜ່ອນຄວາມຫຍຸ້ງຍາກໃນວິວັດແຫ່ງການໄປຊອກຫາບັນດາຄຳໝັ້ນສັນຍາຫຼັກແຫຼ່ງທີ່ສຸດກ່ຽວກັບສັນຍາ EVFTA, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ດຳເນີນການຮຽບຮຽງຄູ່ມືແນະນຳວິສາຫະກິດ ກ່ຽວກັບ EVFTA. ຄູ່ມືນີ້ລວມມີ ນັກຊ່ຽວຊານຫຼາຍຄົນຮຽບຮຽງບໍ່ພຽງແຕ່ອີງຕາມບັນດາຄວາມຮູ້ລົງເລິກເທົ່ານັ້ນ ຫາກນັບທັງບັນດາບົດຮຽນປະສົບການທີ່ອຸດົມສົມບູນໃນວິວັດການປຶກສາຂອງວິສາຫະກິດ FTA ເວົ້າລວມໃນຫຼາຍປີທີ່ຜ່ານມາອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top