• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ FTA ຄຸນນະພາບສູງສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ

ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD. 

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ (ພາບ: TTXVN) 

ວັນທີ 19 ພະຈິກ, ກອງປະຊຸມສຸດຍອດວິສາຫະກິດອາຊຽນ - ສະຫະພາບ ເອີຣົບ (ອີຢູ) ຄັ້ງທີ 8 ດ້ວຍຫົວຂໍ້ “ກ້າວໄປເຖິງ ອາຊຽນ ທີ່ເຂັ້ມແຂງ ແລະ ພັດທະນາກວມລວມ” ໄດ້ດຳເນີນຢູ່ ສິງກະໂປ ຕາມຮູບການທາງອອນລາຍ ແລະ ໂດຍກົງ ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານກ່ວາ 250 ທ່ານ ເຊິ່ງລວມມີບັນດານັກວາງແຜນກຳນົດນະໂຍບາຍ, ການນຳບັນດາວິສາຫະກິດຈາກເອີຣົບ ແລະ ອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ມີບົດກ່າວປາໄສສຳຄັນໃນວາລະໄຂກອງປະຊຸມ.

        ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ໃຫ້ຮູ້ວ່າ: ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD.  ບັນດາຜົນສຳເລັດເບື້ອງຕົ້ນຂອງບັນດາສັນຍາ FTA ຄຸນນະພາບສູງລະຫວ່າງ ອີຢູ ກັບແຕ່ລະປະເທດສະມາຊິກ ອາຊຽນ (ຄື FTA ລະຫວ່າງ ອີຢູ ກັບ ຫວຽດນາມ, FTA ລະຫວ່າງ ອີຢູ ກັບ ສິງກະໂປ) ຈະແມ່ນບາດກ້າວພື້ນຖານໝັ້ນຄົງ ມຸ່ງໄປເຖິງ FTA ລະຫວ່າງ ອາຊຽນ ແລະ ອີຢູ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນຕ໊ວນແອງ ໃຫ້ຮູ້ວ່າ:

        “FTA ລະຫວ່າງ ອີຢູ ກັບບັນດາປະເທດ ອາຊຽນ ໄດ້ຮັບຖືວ່າ ແມ່ນບາດກ້າວກະກຽມ ເພື່ອມຸ່ງໄປເຖິງ FTA ລະຫວ່າງ ອີຢູ ແລະ ທົ່ວ ອາຊຽນ. ພ້ອມກັບ ສິງກະໂປ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA). ສັນຍາ EVFTA ແມ່ນ FTA ແບບໃໝ່ ມີມາດຕະຖານສູງ, ຮອບດ້ານ ແລະ ຜົນປະໂຫຍດຍຸຕິທຳໃຫ້ແກ່ທັງ ຫວຽດນາມ ແລະ ອີຢູ.

        ຕາມທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ແລ້ວ, ອີຢູ ແລະ ອາຊຽນ ຄວນສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືເສດຖະກິດ ແລະ ການຄ້າລະດັບ 2 ຝ່າຍ ແລະ ລະດັບພາກພື້ນ, ໃນນັ້ນ ສຸມໃສ່ດາບັນຫາສຳຄັນທີ່ມີຕໍ່ປະຊາຄົມວິສາຫະກິດ ຄືເຊື່ອມຕໍ່ລະບົບສະໜອງ ແລະ ຮົ້ວປອດພາສີ.

 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top