• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຄື່ອນ​ໄຫວ​ຕາມ​ທິດ​​ເປັນ​​ອາ​ຊີບ ແລະ ທັນ​ສະ​ໄໝ

ທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຫວຽດນາມ ຈະຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປະຕິບັດໄດ້ເປົ້າໝາຍຄວບຄູ່ ເພື່ອພັດທະນາເສດຖະກິດ - ສັງຄົມ.
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ການພົບປະ

ໂດຍສືບຕໍ່ປະຕິບັດການພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຍື່ນສະເໜີໂຄງການດຳເນີນງານ ກ່ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ໃນລະຫວ່າງວັນທີ 10 – 11 ພຶດສະພາ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເຂດເລືອກຕັ້ງເລກ 3, ນະຄອນ ຫ໋າຍຝ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ ຕຽນລ້າງ, ເມືອງກຽນອານ, ເຢືອງກິງ. ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຕາມການກຳນົດທິດເປັນອາຊີບ ແລະ ທັນສະໄໝ. ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ:

ສະມາຊິກສະພາແຫ່ງຊາດຄວບຕຳແໜ່ງ, ຕ້ອງສະຫງວນຢ່າງໜ້ອຍສຸດ 1/3 ເວລາ ໃຫ້ແກ່ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ໃນໄລຍະຈະມາເຖິງ, ຄະນະພັກສະພາແຫ່ງຊາດ ກໍ່ພວມປຶກສາຈະຮັດແໜ້ນບັນດາການເຄື່ອນໄຫວຂອງ ສະມາຊິກສະພາແຫ່ງຊາດສະເພາະກິດ ແລະ ສະມາຊິກສະພາແຫ່ງຊາດຄວບຕຳແໜ່ງ ໃນການຈັດຕັ້ງຂອງສະພາແຫ່ງຊາດ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຕ້ອງປະຕິບັດຕາມທິດເປັນອາຊີບ ແລະ ທັນສະໄໝ.

ກ່ຽວກັບເລື່ອງສ້າງ, ເພີ່ມເຕີມລະບົບກົດໝາຍໃນຂົງເຂດສາທາລະນະສຸກ, ວຽກງານເບິ່ງແຍງດູແລ ສຸຂະພາບຂອງປະຊາຊົນ, ທ່ານເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຈະສືບຕໍ່ປັບປຸງ, ເພີ່ມເຕີມບັນດາລະບອບລະບຽບການ, ນະໂຍບາຍດ້ານກົດໝາຍ ທີ່ກ່ຽວຂ້ອງ. ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຫວຽດນາມ ຈະຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປະຕິບັດໄດ້ເປົ້າໝາຍຄວບຄູ່ ເພື່ອພັດທະນາເສດຖະກິດ - ສັງຄົມ.

ຕອນບ່າຍວັນດ່ຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ນະຄອນຫ໋າຍຝ່ອງກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ໝາກຜົນປະຕິບັດໜ້າທີ່ 4 ເດືອນຕົ້ນປີ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top