• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026

ຕອນບ່າຍວັນທີ 26 ກໍລະກົດ, ສະພາແຫ່ງຊາດຫວຽດນາມ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິ໊ງ, ກຳມະການກົມການເມືອງ ຊຸດທີ XIII, ນາຍົກລັດຖະມົນຕີ ຫວຽດນາມ ອາຍຸການ 2016 – 2021 ແຕ່ເດືອນເມສາປີ 2021, ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອາຍຸການ 2021 – 2026.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: vov.vn)

ພາຍຫຼັງພິທີສາບານຕົວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບົດກ່າວປາໄສ ໂດຍຢັ້ງຢືນວ່າ ນີ້ແມ່ນຄວາມເປັນກຽດຢ່າງຍິງ, ພ້ອມທັງແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງຕໍ່ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ຕໍ່ໜ້າຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ທ່ານກ່າວວ່າ:

        “ລັດຖະບານອາຍຸການສະພາແຫ່ງຊາດຊຸດທີ XV ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບົດຮຽນທີ່ດີ ແລະ ປະເສີດລ້ຳຄ່າຂອງລັດຖະບານຊຸດກ່ອນໆ, ການກໍ່ສ້າງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນໃຫ້ມີຄວາມສາມັກຄີ, ບໍລິສຸດຜຸດຜ່ອງ, ມີລະບຽບວິໄນ, ກະທັດຣັດ, ມີປະສິດທິພາບ, ປະສິດທິຜົນ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່ປະດິດຄິດສ້າງ ເຊື່ອມຊຶມທິດນຳ ຖືຜົນປະໂຫຍດຂອງຊາດແມ່ນສຳຄັນເໜືອກວ່າສິ່ງໃດໝົດ, ຖືປະຊາຊົນເປັນກົກ ແລະ ເລີ່ມຈາກສິດ, ຜົນປະໂຫຍດອັນຊອບທຳ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ເປັນເຈົ້າການຕັ້ງໜ້າຜັນຂະຫຍາຍການປະຕິບັດບັນດາທັດສະນະ, ແນວຄິດຊີ້ນຳ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ແລະ ມະຕິສະບັບຕ່າງໆຂອງສະພາແຫ່ງຊາດໄດ້ວາງອອກໃຫ້ຄົບຊຸດ ແລະ ມີປະສິດທິຜົນ.”

           ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເນັ້ນໜັກເຖິງບາງໜ້າທີ່ຈຸດສຸມທີ່ຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ, ໃນນັ້ນ ມີໜ້າທີ່ຮີບດ່ວນ ແລະ ມີຄວາມສຳຄັນແຖວໜ້າໃນປັດຈຸບັນ ນັ້ນແມ່ນ ໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

        ກ່ຽວກັບນະໂຍບາຍການຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຈະສືບຕໍ່ຫັນບັນດາແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ມີປະສິດທິຜົນ; ແມ່ນເພື່ອນທີ່ດີ, ແມ່ນຄູ່ຮ່ວມມືທີ່ໄວ້ວາງໃຈ ແລະ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ໃຫ້ເປັນລະອຽດ.

ທ່ານຟ້າມມິງຈິງ ເກີດປີ 1958 ຢູ່ ແຂວງ ແທັງຮວ່າ. ທ່ານແມ່ນກຳມະການກົມການເມືອງສູນກາງພັກ ຊຸດທີ XII, XIII; ເລຂາສູນກາງພັກ ຊຸດທີ XII, ກຳມະການສູນກາງພັກ ຊຸດທີ XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XIV, XV.

        ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ, ທ່ານສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກຊຸດໃໝ່ ແລະ ໄດ້ຮັບການເລືອກຕັ້ງເຂົ້າກົມການເມືອງ ອາຍຸການ 2021 – 2026.

ທ່ານ ຫງວຽນຮວ່າບິ່ງ ປະທານສານປະຊາຊົນສູງສຸດ ອາຍຸການ 2021 – 2026 (ພາບ: vov.vn)

ກໍໃນວາລະປະຊຸມຂອງຕອນບ່າຍວັນທີ 26 ກໍລະກົດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຫງວຽນຮວ່າບິ່ງ ປະທານສານປະຊາຊົນສູງສຸດ ອາຍຸ 2016 – 2021, ຮັບດຳລົງຕຳແໜ່ງເປັນປະທານສານປະຊາຊົນສູງສຸດ ອາຍຸການ 2021 – 2026; ເລືອກຕັ້ງທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ອາຍຸການ 2016 – 2021 ແຕ່ເດືອນເມສາປີ 2021 ດຳລົງຕຳແໜ່ງຮອງປະທານປະເທດ ອາຍຸການ 2021 – 2026 ແລະ ທ່ານ ເລມິງຈີ໊, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ອາຍຸການ 2016 – 2021 ສືບຕໍ່ດຳລົງຕຳແໜ່ງເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ ອາຍຸການ 2021 – 2026.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top