• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຮ່າງ​ກົດ​ໝາຍ 2 ສະ​ບັບ

ກົດໝາຍວ່າດ້ວຍການປັບໄໝການກະທຳຜິດດ້ານການບໍລິຫານມີຜົນສັກສິດນັບແຕ່ເດືອນກໍລະກົດ ປີ 2013 ເປັນຕົ້ນມາ, ພາຍຫຼັງການຜັນຂະຫຍາຍມາເປັນເວລາ 6 ປີ, ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້, ກົດໝາຍເກີດມີບາງຂໍ້ຕິດຂັດ. 

 ກອງປະຊຸມສະໄໝສາມັນເທື່ອທີ X ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV  (ພາບ: Quochoi.vn)

ຕາມໂຄງການກອງປະຊຸມສະໄໝສາມັນເທື່ອທີ X ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໃນວັນທີ 22 ຕຸລາ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືທາງອອນລາຍກ່ຽວກັບບັນດາເນື້ອໃນທີ່ຍັງມີຄຳຄິດເຫັນແຕກຕ່າງກັນຂອງບັນດາຮ່າງກົດໝາຍ: ປັບປຸງ, ເພີ່ມເຕີມບາງມາດຕາກົດໝາຍວ່າດ້ວຍການປັບໄໝການກະທຳດ້ານການບໍລິຫານ ແລະ ຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ.

ກົດໝາຍວ່າດ້ວຍການປັບໄໝການກະທຳຜິດດ້ານການບໍລິຫານມີຜົນສັກສິດນັບແຕ່ເດືອນກໍລະກົດ ປີ 2013 ເປັນຕົ້ນມາ, ພາຍຫຼັງການຜັນຂະຫຍາຍມາເປັນເວລາ 6 ປີ, ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້, ກົດໝາຍເກີດມີບາງຂໍ້ຕິດຂັດ. ບັນດາຜູ້ແທນລ້ວນແຕ່ເຫັນດີເຫັນພ້ອມວ່າ ຈຳເປັນຕ້ອງປັບປຸງກົດໝາຍ ເພື່ອຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດກັບບັນດາເອກະສານນິຕິກຳຕ່າງໆທີ່ກ່ຽວຂ້ອງ ແລະ ເໝາະສົມກັບພຶດຕິກຳຕົວຈິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top