• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ໄລ່ຮອດຕອນເຊົ້າຂອງວັນທີ 9 ເມສາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 134,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,9 ລ້ານຄົນ.
ພາບປະກອບ: PAP/TTXVN

ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19 ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 31,7 ລ້ານຄົນ ແລະ ມີ ຜູ້ເສຍຊີວິດ ກ່ວາ 573.600 ຄົນ. ຖັດຈາກນັ້ນ ແມ່ນ ບຣາຊິນ, ອິນເດຍ.

        ສ່ວນຢູ່ ຫວຽດນາມ ຕາມກະຊວງສາທາລະນະສຸກ ແລ້ວ, ໄລ່ຮອດເວລາ 6 ໂມງຂອງວັນທີ 9 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19ພາຍໃນປະເທດ ສະສົມທັງໝົດ 1.603 ຄົນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ນັບແຕ່ວັນທີ 27 ມັງກອນ ມາຮອດປັດຈຸບັນ ແມ່ນ 910 ຄົນ.

        ນັບແຕ່ເວລາ 18 ໂມງຂອງວັນທີ 8 ເມສາ ຫາ 6 ໂມງຂອງວັນທີ 9 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 1 ຄົນ, ໄດ້ຮັບການແຍກຕົວຢ່າງທັນການ ພາຍຫຼັງເຂົ້າເມືອງ ຢູ່ ແຂວງບັກນິງ. ປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2429 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 2.669 ຄົນ.

        ກ່ຽວກັບວຽກງານສັກວັກຊິນກັນໂຄວິດ - 19: ໃນວັນທີ 8 ເມສາ, ຫວຽດນາມ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ໃໝ່ຕື່ມອີກ 1.208 ຄົນ.

 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top