• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ພາຍ​ໃນ​ປະ​ເທດ ແລະ ທົ່ວ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 32.081.000 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 981.192 ຄົນ. ອາເມລິກາຍັງຄົງແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສູງທີ່ສຸດໃນໂລກ ໂດຍມີຜູ້ຕິດເຊື້ອ 7.137.472 ຄົນ ແລະ ເສຍຊີວິດ 206.533 ຄົນ.

ພາບປະກອບ: TTXVN 

ຢູ່ຫວຽດນາມ ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງ ຂອງວັນທີ 23 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 24 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ໃນຊຸມຊົນ. ປັດຈຸບັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດ 1.069 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ, ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີ 991 ຄົນ.

ແລະກໍ່ໃນວັນທີ 23 ກັນຍາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ ແລະ ບໍລິສັດການບິນ Bamboo Airway ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບປະເທດປະຈຳຖິ່ນຈັດສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນ ຈາກ ອົດສະຕາລີ ແລະ ນິວຊີແລນກັບມາປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top