• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົບ ໃນອາຊຽນ

      ປັດຈຸບັນມີແຮງງານອົບພະຍົກເກືອບ 6,8 ລ້ານຄົນພາຍໃນກຸ່ມ ອາຊຽນ ໃນຈຳນວນແຮງງານ ອົບພະຍົບ ລວມທັງໝົດ 10 ລ້ານຄົນ ພວມດຳລົງຊີວິດ ແລະ ເຮັດວຽກໃນອາຊຽນ
ພິທີສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົກໃນ ອາຊຽນ
      ເວທີປະໄສສົນທະນາຂັ້ນສູງ ກ່ຽວກັບແຮງງານອົບພະຍົບ ແລະ ພິທີສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົກໃນ ອາຊຽນ ໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 20 ເມສາ ຕາມຮູບການທາງອອນລາຍ ໂດຍມີການຊ່ວຍໜູນຈາກຄະນະເລຂາອາຊຽນ ແລະ ອົງການສົນທະນາສະຫະພາບ ເອີລົບ - ອາຊຽນ. ປັດຈຸບັນມີແຮງງານອົບພະຍົກເກືອບ 6,8 ລ້ານຄົນພາຍໃນກຸ່ມ ອາຊຽນ ໃນຈຳນວນແຮງງານ ອົບພະຍົບ ລວມທັງໝົດ 10 ລ້ານຄົນ ພວມດຳລົງຊີວິດ ແລະ ເຮັດວຽກໃນອາຊຽນ. ທ່າອ່ຽງຜັນປ່ຽນສະຖານທີ່ອອກແຮງງານຂອງແຮງງານທັງຢູ່ພາຍໃນ ແລະ ນອກອາຊຽນ ຈະນັບມື້ນັບເພີ່ມຂຶ້ນ ພ້ອມກັບບັນດາບາດກ້າວ ຂອງວິວັດການເຊື່ອມໂຍງ ແລະ ຢັ້ງຢືນຖານະບົດບາດຂອງ ອາຊຽນ ໃນທົ່ວໂລກ.
    ບົດລາຍງານຄົ້ນຄວ້າ ໄດ້ນຳສະເໜີຮູບພາບສັງລວມ ກ່ຽວກັບກົດໝາຍ ແລະ ບັນດາລະບຽບການກ່ຽວກັບແຮງງານອົບພະຍົບຢູ່ບັນດາປະເທດອາຊຽນ ພ້ອມທັງເຕື້ອງເຖິງບັນດາສິ່ງທ້າທາຍສະເພາະ ຂອງແຕ່ລະປະເທດ ກໍ່ຄືບັນດາສິ່ງທ້າທາຍລວມຂອງພາກພື້ນ. ບົດລາຍງານຈະເປີດບັນດາການເຄື່ອນໄຫວຮ່ວມມືທີ່ມີທ່າແຮງບົ່ມຊ້ອນເພື່ອຍົກສູງຄວາມສາມາດຍົກສູງການຄຸ້ມຄອງແຮງງານອົບພະຍົບໃນ ອາຊຽນ.  
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top