• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 67 ປີແຫ່ງວັນໄຊຊະນະບັ້ນຮົບ ດ້ຽນບຽນຝຸ

      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ357ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່26ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວຫວຽດນາມ - ລາວໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ພາບແຕ້ມ Panorama ວາດພາບຫວນຄືນບັ້ນຮົບດ້ຽນບຽນຝຸ (ພາບ: VOV)
      ເພື່ອນແກ້ວດວງໃຈແລະ ເພື່ອນອາມິນຕາ ໄດ້ສົ່ງອີເມວໄປຍັງລາຍການດ້ວຍເນື້ອໃນທີ່ວ່າ: “ຂໍສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ, ບັນດາກະຊວງ, ຂະແໜງການ, ບັນດາອົງການໝູ່ຄະນະທີ່ໄດ້ໜູນຊ່ວຍເງິນ, ອຸປະກອນການແພດ ກໍ່ຄື ສົ່ງບັນດານັກຊ່ຽວຊານແຖວໜ້າ ຂອງ ຫວຽດນາມ ໄປຍັງ ລາວ ເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19. ຄວາມຈິງແລ້ວ, ການໜູນຊ່ວຍ ແລະ ແບ່ງປັນນັ້ນ ມີຄວາມໝາຍທີ່ສຸດສຳລັບປະເທດລາວ ໃນສະພາບການໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ”.
ສ່ວນໃນອີເມວທີ່ສົ່ງມາຍັງລາຍການຂອງເພື່ອນວົງໄຊທິບພະວົງ ຢູ່ແຂວງບໍ່ແກ້ວໄດ້ຂຽນວ່າ: “ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີໃນເວັບໄຊ vovworld.vn ທີ່ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ. ຂ້າພະເຈົ້າເຫັນວ່າບັນດາພາບສາລະຄະດີນີ້ມີປະໂຫຍດທີ່ສຸດສຳລັບຜູ້ທີ່ມີນິຍົມໄປທ່ອງທ່ຽວ ແລະຄົ້ນຫາຄືຂ້າພະເຈົ້າ. ບັນດາພາບສາລະຄະດີໄດ້ພັນລະນາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆຂອງຫວຽດນາມຢ່າງຈະແຈ້ງ. ເມື່ອໄດ້ຊົມບັນດາພາບສາລະຄະດີເຫຼົ່ານັ້ນແລ້ວຂ້າພະເຈົ້າຮູ້ສຶກວ່າ ຕົນເອງຄືພວມໄດ້ເຫັນປະຈັກຕາບັນດາສະຖານທີ່ນັ້ນຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີມ່ວນໆງາມໆ ເຖິງຜູ້ຟັງຜູ້ຊົມ”.
ຂອບໃຈເພື່ອນວົງໄຊທິບພະວົງທີ່ໄດ້ມີຄວາມສົນໃຈຕໍ່ລາຍການ. ໃນໄລຍະຈະມາເຖິງທາງລາຍການຈະແນະນຳພາບສາລະຄະດີ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຫວຽດນາມໃຫ້ພວກເພື່ອນຕື່ມອີກ. ຫວັງວ່າເພື່ອນຈະສະຫຼະເວລາຕິດຕາມຮັບຊົມ ແລະປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ.
ເພື່ອນມາໄລພອນມາຈາກແຂວງຊຽງຂວາງໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າພວມຮຽນປີ 2, ມະຫາວິທະຍາໄລການຄ້າຫວຽດນາມ. ອ້າຍເອື້ອຍນ້ອງ ເຄີຍຮຽນຢູ່ຫວຽດນາມໄດ້ເລົ່າສູ່ຟັງວ່າ ຫວຽດນາມມີອາຫານແຄມທາງຫຼາຍເຍື່ອງທີ່ແຊບນົວ. ຫວັງວ່າອ້າຍເອື້ອຍບັນນາທິການຂອງລາຍການພາສາລາວຈະແນະນຳໃຫ້ຂ້າພະເຈົ້າບັນດາເຍື່ອງອາຫານແຄມທາງທີ່ແຊບນົວຍາມລະດູຮ້ອນຢູ່ຮ່າໂນ້ຍ. ຂໍຂອບໃຈ
ເພື່ອນມາໄລພອນ ທີ່ຮັກແພງ! ເມື່ອເວົ້າເຖິງອາຫານແຄມທາງແລະອາຫານການກິນແນ່ນອນວ່າເວົ້າເຕື້ອງເຖິງຮ່າໂນ້ຍ. ຮ່າໂນ້ຍ ປຽບເໝືອນສະຫວັນຂອງອາຫານແຄມທາງໂດຍມີອາຫານນັບພັນໆເຍື່ອງທີ່ແຊວບນົວແລະດຶງດູດໃຈທີ່ສຸດ. ມື້ນີ້ລາຍການພາກພາສາລາວຈະແນະນຳເຍື່ອງອາຫານທີ່ແຊບນົວຢູ່ຮ່າໂນ້ຍຂອງລະດູຮ້ອນໃຫ້ເພື່ອນ, ນັ້ນແມ່ນນ້ຳຫວານໝາກແຫ້ວໃສ່ໝາກພ້າວ. ນີ້ແມ່ນເຍື່ອງອາຫານທີ່ແປກໃໝ່ຢູ່ຮ່າໂນ້ຍເຊິ່ງຫາກໍ່ປະກົດມີພຽງແຕ່ປະມານກ່ວາໜຶ່ງປີມານີ້ ຢູ່ຮ້ານນ້ຳຫວານ ເຮືອນເລກທີ 30 ຖະໜົນຮ່ານທວຽນ, ແຕ່ນ້ຳຫວານໝາກແຫ້ວໃສ່ໝາກພ້າວພັດໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ. ນ້ຳຫວານໝາກແຫ້ວໄດ້ບັນຈຸໃສ່ໃນໜ່ວຍໝາກພ້າວ, ແຕ່ສິ່ງທີ່ໜ້າຈັບໃຈທີ່ສຸດນັ້ນແມ່ນເພື່ອນສາມາດຮັບປະທານ 3 ລົດຊາດທີ່ແຕກຕ່າງກັນ. ພິເສດ, ນ້ຳຫວານໝາກແຫ້ວບໍ່ຫວານປານໃດຈັ່ງຊັ້ນເມື່ອກິນຈະຮູ້ສຶກເຢັນໃນແລະບໍ່ຮູ້ສຶກຫວານເກີນໄປ.
ເພື່ອນມາໄລພອນທີ່ຮັກແພງ, ຫວັງວ່າພາຍຫຼັງໄດ້ຮັບຟັງຄຳຕອບຈາກພວກຂ້າພະເຈົ້າແລ້ວ ເພື່ອນຈະໄປຮັບປະທານນຳ້ຫວານນີ້ແລ້ວສົ່ງຄຳຄິດເຫັນຂອງຕົນກ່ຽວກັບເຍື່ອງອາຫານດັ່ງກ່າວໃຫ້ແກ່ພວກຂ້າພະເຈົ້າແດ່ເດີ.
ເພື່ອນແກ້ວມະນີວົງຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງລາຍການດ້ວຍເນື້ອໃນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງໄຊຊະນະບັ້ນຮົບ ດ້ຽນບຽນຝຸ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດານັກຮົບເກົ່າ, ບັນດາຜູ້ທີ່ເຂົ້າຮ່ວມບັ້ນຮົບດ້ຽນບຽນຝຸຸປີ 1954 ຈົ່ງມີສຸຂະພາບເຂັ້ມແຂວງແລະມີຄວາມຜາສຸກ, ຂໍອວຍພອນໃຫ້ປະເທດຫວຽດນາມນັບມື້ນັບພັດທະນາເຂັ້ມແຂງ. ອາດເວົ້າໄດ້ວ່າໄຊຊະນະບັ້ນຮົບ ດ້ຽນບຽນຝຸແມ່ນໄຊຊະນະທີ່ສຳຄັນທີ່ສຸດ, ໂດຍຕັດສິນຊີ້ຂາດໄຊຊະນະຂອງຫວຽດນາມໃນບັ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ກໍ່ຄືມີຜົນກະທົບອັນຍິ່ງໃຫຍ່ຕໍ່ບັ້ນຕໍ່ສູ້ຍາດເອົາເອກະລາດຂອງລາວ. ໃນໂອກາດນີ້ຂ້າພະເຈົ້າກໍ່ຢາກຊອກຮູ້ກ່ຽວກັບພາບແຕ້ມ Paranoma ເຊິ່ງວາດພາບເຖິງບັ້ນຮົບດ້ຽນບຽນຝຸໂດຍໄດ້ວາງສະແດງຢູ່ຫໍພິິພິທະພັນໄຊຊະນະດ້ຽນບຽນຝຸ, ນະຄອນດ້ຽນບຽນຝຸ, ແຂວງດ້ຽນບຽນ.ຂໍຂອບໃຈ.
ເພື່ອນແກ້ວມະນີວົງທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ບັນດາຄຳອວຍພອນທີ່ເພື່ອນສົ່ງໄປຍັງບັນດານັກຮົບເກົ່າກໍ່ຄືປະເທດຊາດຂອງພວກຂ້າພະເຈົ້າໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໄຊຊະນະບັ້ນຮົບດ້ຽນບຽນຝຸ. ໃນໂອກາດນີ້ພວກຂ້າພະເຈົ້າກໍ່ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນຊີວິດຂອງຕົນ. ຕໍ່ໄປແມ່ນເນື້ອໃນບາງສ່ວນສຳລັບສິ່ງທີ່ເພື່ອນຢາກຊອກຮູ້.
ພາບແຕ້ມ Panorama ວາດພາບຫວນຄືນບັ້ນຮົບດ້ຽນບຽນຝຸໄດ້ວາງສະແດງຢູ່ຫໍພິພິທະພັນໄຊຊະນະດ້ຽນບຽນຝຸ, ນະຄອນດ້ຽນບຽນຝຸ, ແຂວງດ້ຽນບຽນແມ່ນພາບແຕ້ມ ປະເພດປະຫວັດສາດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ມັນໄດ້ແຕ້ມດ້ວຍສີຂັດມັນຊຶ່ງມີລວງຍາວ 132 ແມັດ, ສູງ 20,5 ແມັດ, ແລະເສັ້ນຜ່າໃຈກາງ 42 ແມັດ, ລວມຍອດເນື້ອທີ່ຂອງພາບແຕ້ມກ່ວາ 3.200 ຕາແມັດ. ພາບແຕ້ມລວມມີກ່ວາ 4.500 ຮູບຄົນແລະມີທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານຂອງພູຜາປ່າໄມ້ເຂດໄຕບັກໂດຍໄດ້ວາດພາບໃຫ້ເຫັນ ຄວາມເກັ່ງກ້າສາມາດຂອງນັກສິລະປະການ, ຈິດຕະກອນປະມານ 80 ທ່ານ. ພາບແຕ້ມ Panorama ທີ່ມີຂອບຂະໜາດລະດັບໂລກທີ່ສ້າງຢູ່ຫໍພິພິທະພັນໄຊຊະນະ ດ້ຽນບຽນຝຸ ແມ່ນຈຸດພົ້ນເດັ່ນໃໝ່ໃຫ້ແກ່ການທ່ອງທ່ຽວປະຫວັດສາດດຽນບຽນ, ດຶງດູດແຂກທ່ອງທ່ຽວມາຢຽມຢາມທ້ອງຖິ່ນນີ້.
ເພື່ອນແກ້ວມະນີວົງທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງສ່ວນໂດຍພື້ນຖານກ່ຽວກັບຄວາມສົນໃຈຂອງເພື່ອນ, ຫວັງວ່າຈະເຮັດໃຫ້ເພື່ອນເພິ່ງພໍໃຈແລະ ມີຄວາມເຂົ້າໃຈຕື່ມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳເຫັນ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top