• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວກັບ​ມະຕິ​ວ່າ​ດ້ວຍ​ການ​ທົດ​ລອງ​ຈັດ​ຕັ້ງຮູບ​ແບບ​ອໍານາດ​ການ​ປົກຄອງ​ຕົວ​ເມືອງ ຢູ່​ນະຄອນ​ດ່າໜັງ

 ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 23 ພຶດສະພາ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການພັກອາໄສ; ປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການທົດລອງຈັດຕັ້ງຮູບແບບອໍານາດການປົກຄອງຕົວເມືອງ ຢູ່ນະຄອນ ດ່າໜັງ.

 ໃນໃບຍື່ນສະເໜີ, ທ່ານລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ: ຮ່າງກົດໝາຍວ່າດ້ວຍການພັກອາໄສ (ສະບັບປັບປຸງ) ຕາມທິດ ປ່ຽນຮູບແບບການຄຸ້ມຄອງການພັກອາໄສແບບເກົ່າ ຄື ປຶ້ມສໍາມະໂນຄົວ, ປຶ້ມອະນຸຍາດໃຫ້ພັກອາໄສຈາກເຈ້ຍ ມາເປັນການຄຸ້ມຄອງຜ່ານທາງຂໍ້ມູນເອເລັກໂຕນິກ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ລະອຽດແມ່່ນ ນໍາໃຊ້ລະຫັດສ່ວນຕົວຂອງພົນລະເມືອງ, ອັບເດັດຂໍ້ມູນໃນປະຕູຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ; ປະຕູຖານຂໍ້ມູນດັ່ງກ່າວ ຈະນໍາໃຊ້ລະບົບອິນເຕີແນັດ ໂດຍສາມາດແບ່ງປັນ, ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ.

 ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: quochoi.vn)

 ເມື່ອປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການທົດລອງການຈັດຕັ້ງຮູບແບບອໍານາດການປົກຄອງຕົວເມືອງ ຢູ່ນະຄອນດ່າໜັງ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ການທົດລອງໃຫ້ຈັດຕັ້ງ  1 ຂັ້ນອໍານາດການປົກຄອງຕົວເມືອງ ແລະ  3 ຂັ້ນອໍານາດການປົກຄອງ ໃນຊົນນະບົດ ຢູ່ນະຄອນດ່າໜັງ ແລະ ບາງກົນໄກ, ນະໂຍບາຍທີ່ມີລັກສະນະສະເພາະພິເສດອື່ນ.

        ທີ່ວາລະການເຮັດວຽກໃນຕອນບ່າຍ, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງ. ຢູ່ນອກວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ປຶກສາຫາລືເພື່ອກໍ່ສ້າງແຜນການດີທີ່ສຸດໃຫ້ແກ່ໄລຍະພາຍຫຼັງໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top