• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ)

ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງນີ້ລວມມີ 9 ພາກ, 68 ມາດຕາ

ວັນທີ 24/5 ບັນດາສະມາຊິກສະພາແຫ່ງຊາດໄດ້ເຮັດວຽກຢູ່ຫໍປະຊຸມ

ຕອນເຊົ້າວັນທີ 24 ພຶດສະພາ, ສະພາແຫ່ງຊາດ ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບບາງເນື້ອໃນຍັງມີຄວາມເຫັນທີ່ແຕກຕ່າງກັນຂອງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ). ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງນີ້ລວມມີ 9 ພາກ, 68 ມາດຕາ

        ເມື່ອລາຍງານກ່ຽວກັບ ກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ທີ່ກອງປະຊຸມ, ທ່ານ ຫງວຽນຄັກດິ້ງ, ຫົວໜ້າກຳມາທິການກົດຫມາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ຮ່າງກົດໝາຍພວມໄດ້ຮັບການຄົ້ນຄ້ວາເພື່ອເພີ່ມເຕີມຮູບການກ່າວຟ້ອງຜ່ານ fax, ອີແມວ, ໂທລະສັບ. ຮ່າງກົດໝາຍໄດ້ເພີ່ມເຕີມບັນດາຂໍ້ກຳນົດແໜ້ນແຟ້ນກ່ວາກ່ຽວກັບຂັ້ນຕອນການຮັບໃບຮ້ອງຟ້ອງ:

        “ຄະນະປະຈຳສະພາແຫ່ງຊາດ ເຫັນວ່າເລື່ອງແກ້ໄຂຄຳກ່າວຟ້ອງ ແມ່ນເພື່ອແນໃສ່ສະຫລຸບວ່າ ມີຫຼືບໍ່ມີການກະທຳລະເມີດກົດໝາຍ, ລັກສະນະ, ລະດັບການລະເມີດ. ຈາກນັ້ນ ມີພື້ນຖານເພື່ອພິຈາລະນາ, ແກ້ໄຂສຳລັບຜູ້ມີການກະທຳລະເມີດ ແລະ ປະຕິບັດບັນດາມາດຕະການແກ້ໄຂຜົນຮ້າຍ, ປັບປຸງ, ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງຂອງລັດ. ເລື່ອງແກ້ໄຂສຳລັບຜູ້ມີການກະທຳລະເມີດຕ້ອງປະຕິບັດຕາມກົດໝາຍສະເພາະຂະແໜງ.”

        ເມື່ອປຶກສາຫາລືຢູ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງມີບາງຄຳເຫັນທີ່ວ່າ: ສຳລັບຮູບການກ່າວຟ້ອງ, ປະຈຸບັນຍັງມີຄວາມເຫັນສະເໜີວ່າ ພຽງແຕ່ກຳນົດ 2 ຮູບການກ່າວຟ້ອງ ຄືກົດໝາຍພວມປະກາດໃຊ້ແມ່ນກ່າວຟ້ອງດ້ວຍເອກະສານ ແລະ ກ່າວຟ້ອງໂດຍກົງເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເຫັນສ່ວນຫຼາຍຂອງສະມາຊິກສະພາແຫ່ງຊາດຍັງສະເໜີເປີດກ້ວາງຮູບການກ່າວຮ້ອງຟ້ອງ ເພື່ອໃຫ້ເໝາະສົມກັບການພັດທະນາຂອງສັງຄົມ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top