• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງ ປີ 2020

      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 14 ພະຈິກ, ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫຼາຍກວ່າ 90% ຈໍານວນສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງປີ 2020.

(ພາບປະກອບ: TTXVN)
      ຫຼັງຈາກນັ້ນ, ສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ຂ້າມແດນການພັກອາໄສຂອງຄົນຕ່າງປະເທດຢູ່ຫວຽດນາມ, ສະມາຊິກສະພາແຫ່ງຊາດສ່ວນຫຼາຍເຫັນດີຕໍ່ຄວາມຈໍາເປັນຕ້ອງປະກາດໃຊ້ກົດໝາຍດັ່ງກ່າວ. ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ສືບຕໍ່ສໍາຫຼວດກວດກາຢ່າງລະອຽດເພື່ອສ້າງກົດໝາຍໃຫ້ສອດຄ່ອງກັບແຜນນະໂຍບາຍ, ແນວທາງຂອງພັກ, ຮັບປະກັນລັກສະນະເໝາະສົມກັບລັດຖະທໍາມະນູນ, ເອກະພາບກັບລະບົບກົດໝາຍ, ເໝາະສົມກັບສົນທິສັນຍາສາກົນ, ໂດຍສະເພາະແມ່ນບັນດາສັນຍາການຄ້າເສລີ ເຊິ່ງຫວຽດນາມ ໄດ້ລົງນາມ ແລະ ເຂົ້າຮ່ວມໃນໄລຍະຜ່ານມາ. ທ່ານນາງ ເຈິ່ນທິຮ່ຽນ, ສະມາຊິກສະພາແຫ່ງຊາດແຂວງຮ່ານາມ ໃຫ້ຮູ້ວ່າ:
        “ຜ່ານການຄົ້ນຄວ້າກ່ຽວກັບຮ່າງກົດໝາຍ, ຂ້າພະເຈົ້າມີຄວາມສົນໃຈຕໍ່ການເພີ່ມກໍານົດເວລາຂອງ ວີຊາ ແລະ ເວລາ ພັກອາໄສຂອງຊາວຕ່າງປະເທດທີ່ເຂົ້າມາຫວຽດນາມຜ່ານທາງການທ່ອງທ່ຽວ. ດ້ວຍຄ່າໃຊ້ຈ່າຍຖືກ, ປະຊາຊົນຮັກແພງແຂກຄົນ, ສະໜິດສະໜົມ, ອາດເວົ້າໄດ້ວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ແລະ ແກ້ງແຍ້ງໃນຕະຫຼາດການທ່ອງທ່ຽວ. ນີ້ແມ່ນທິດທາງທີ່ເໝາະສົມກັບບັນດາແຜນນະໂຍບາຍໃໝ່ມີລັກສະນະບຸກທະລຸໃນມະຕິເລກທີ 8 ຂອງສູນກາງພັກ ລົງວັນທີ 16 ມັງກອນ 2017 ຂອງກົມການເມືອງ ກ່ຽວກັບການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງຂະແໜງທ່ອງທ່ຽວຫວຽດນາມ”. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top