• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ໄລ່ຮອດເວລາ 28 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.002.350 ຄົນ.

(ພາບປະກອບ: suckhoedoisong.vn)
      ຕອນເຊົ້າວັນທີ 28 ກັນຍາ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ແມ່ນຄົບ 26 ມື້ທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໂຄວິດ-19 ໃນຊຸມຊົມ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.074 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 999 ຄົນ, ມີຜູ້ເສຍຊີວິດ 35 ຄົນ.
          ໃນລະຫວ່າງວັນທີ 26 – 27 ກັນຍາ, ບັນດາອົງການທີ່ມີໜ້າທີ່, ອົງການຜູ້ຕາງໜ້າຫວຽດນາມ ປະຈຳອາເມລິກາ ແລະ ຍີ່ປຸ່ນ, ພ້ອມກັບບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດປະຈຳຖິ່ນ ໄດ້ຈັດສົ່ງພົນລະເມືອງຫວຽດນາມ 350 ຄົນກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງ ກວາງນິງ, ບັນດາຜູ້ໂດຍສານໄດ້ຕິດຕາມອາການສຸຂະພາບ ແລະ ໄດ້ແຍກຕົວຖືກຕ້ອງຕາມຂໍ້ກຳນົດ.
          ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 28 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.002.350 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກເຊິ່ງແມ່ນ 7.321.343 ຄົນ ແລະ ມີຜູ້ເສຍຊີວິດ 209.453 ຄົນ.
          ກໍ່ກ່ຽວຂ້ອງເຖິງຕົ້ນກຳເນີດຂອງໄວຣັດ, ໃນກອງປະຊຸມຂ່າວກ່ຽວກັບໂລກລະບາດໂຄວິດ-19, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຢື່ນຢັນວ່າ ໄວຣັດ ນີ້ “ມີຕົ້ນກຳເນີດຈາກທຳມະຊາດ”. ທ່ານຊີ້ແຈ້ງວ່າ “WHO ມີຄວາມເຊື່ອໝັ້ນຕໍ່ວິທະຍາສາດ ແລະ ຫຼັກຖານຕົວຈິງ, ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈິ່ງຮຽກຮ້ອງໃຫ້ມີການຊຸກຍູ້ວິທະຍາສາດ, ມາດຕະການແກ້ໄຂ ແລະ ຄວາມສາມັກຄີ.”
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top