• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມຈັດພິທີຕ້ອນຮັບບຸນເຕັດ 2020 ໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ລັດເຊຍ

      ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດພິທີສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີຊວດ 2020 ໃຫ້ພະນັກງານ, ພາລະກອນທັງໝົດໃນສະຖານທູດ, ບັນດາອົງການສຳນັກງານອ້ອມຂ້າງສະຖານທູດ
      
ສະຖານທູດຫວຽດນາມຈັດພິທີຕ້ອນຮັບບຸນເຕັດ 2020
(ພາບ: TTXVN)
      ວັນທີ 23 ມັງກອນ (ກົງກັບວັນທີ 29 ບຸນເຕັດ), ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດພິທີສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີຊວດ 2020 ໃຫ້ພະນັກງານ, ພາລະກອນທັງໝົດໃນສະຖານທູດ, ບັນດາອົງການສຳນັກງານອ້ອມຂ້າງສະຖານທູດ ແລະ ຄອບຄົວ, ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ນະຄອນຫຼວງມົດສະກູ ແລະ ບັນດາເຂດຢູ່ໃກ້ຄຽງ.
          ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ໂງດຶກແມ້ງ ໄດ້ແຈ້ງໃຫ້ຊາບວ່າ, ປີ 2019 ຜ່ານມາ ບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳລັດເຊຍ ໄດ້ມານະພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ເນື່ອງໃນໂອກາດບຸນປີໃໝ່ປີຊວດ 2020, ທ່ານເອກອັກຄະລັດຖະທູດ ໄດ້ສົ່ງຄຳອວຍພອນອັນດີງາມເຖິງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລັດເຊຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ, ເຊື່ອມຕົວເຂົ້າກັບການເຄື່ອນໄຫວຂອງປະເທດປະຈຳຖິ່ນເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top