• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຈ ເຈິ່ນບິ່ງຢາງ: ຜູ້ຊ່ຽວຊານແຖວໜ້າ ຂະແໜງການຜ່າຕັດ ຜ່ານທໍ່ ຢູ່ ຫວຽດນາມ

Là người Việt Nam đầu tiên học về phẫu thuật nội soi (PTNS), GS.TS Trần Bình Giang, Giám đốc Bệnh viện Việt Đức là người đã thay đổi quan điểm của y học phương Tây trong việc triển khai kỹ thuật mổ nội soi, chuyên ngành được ví như “phẫu thuật quý tộc” ở các nước thứ ba.
ນອກຈາກເປັນຜູ້ອຳນວຍການໂຮງໝໍ ຫວຽດດຶກ, ປັດຈຸບັນ ສຈ. ປອ ເຈິ່ນບິ່ງຢາງ ຍັງເປັນ ປະທານສະມາຄົມ ຜ່າຕັດ ຜ່ານທໍ່ ຫວຽດນາມ, ປະທານສະມາຄົມການ ຜ່າຕັດເປັນຕົ້ນ ຕໍ ຫວຽດນາມ ແລະ ອະດີດຮອງປະທານສະມາຄົມ ຜ່າຕັດ ຜ່ານທໍ່ ອາຊີ-ປາຊີຟິກ. ສຈ.ປອ ເຈິ່ນບິ່ງຢາງ ເປັນຊາວ ຫວຽດນາມ ຜູ້ທຳອິດຮຽນ ກ່ຽວກັບ ການຜ່າຕັດຜ່ານທໍ່, ທັງເປັນສັກຂີພິຍານ ການຂະຫຍາຍຕົວ ຂອງ ເຕັກນິກ ຜ່າຕັດຜ່ານທໍ່ ນັບຕັ້ງແຕ່ຊຸມມື້ທຳອິດ ເຕັກນິກນີ້ ໄດ້ກຳເນີດ ຢູ່ໃນໂລກ. ຫວນຄືນຊຸມມື້ທຳອິດ ເຂົ້າເຖິງສະເພາະ ຂະແໜງການໃໝ່ນີ້, ສຈ. ປອ ເຈິ່ນບິ່ງຢາງ ໃຫ້ຮູ້ວ່າ: “ໃນຂະນະ ໄດ້ເບິ່ງກໍລະນີການ ຜ່າຕັດຜ່ານທໍ່ ລາຍທຳອິດ, ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ, ແຕ່ຂ້າພະເຈົ້າຄິດວ່າ ນັ້ນຄືຄວາມຝັນ ຢູ່ເທິງເມກ ຍ້ອນ ບໍ່ ຮູປານໃດ ຕົວເອງ ຈຶ່ງເຮັດໄດ້ຄືແນວນັ້ນ ຢູ່ ຫວຽດນາມ”.

ໃນປີ 1987, ກໍລະນີການຜ່າຕັດຜ່ານທໍ່ ລາຍທຳອິດ ໃນໂລກ ໄດ້ປະຕິບັດໂດຍ ສຈ Philipe Mouret. ມາຮອດປີ 1990, ເຕັກນິກການຜ່າຕັດຜ່ານທໍ່ ຈຶ່ງເລີ່ມຜັນຂະຫຍາຍ ຢູ່ໂຮງໝໍ ຈຳນວນໜຶ່ງ ໃນປະເທດ ຝຣັ່ງ. ໃນປີດຽວກັນນັ້ນ, ສຈ. ປອ ເຈິ່ນບິ່ງຢາງ ໄດ້ຖືກແຕ່ງຕັ້ງໄປຍັງ ໂຮງໝໍ ມະຫາວິທະຍາ ໄລ Cochin ຊຶ່ງເປັນໜຶ່ງ ໃນບັນດາໂຮງໝໍແຫ່ງໃຫຍ່ ຂອງ ຝຣັ່ງ ບ່ອນທ່ີມີອາຈານທີ່ມີຊື່ສຽງຫຼາຍທ່ານ ຢູ່ໃນໂລກ ເພື່ອ ຮຽນກ່ຽວກັບ ການຜ່າຕັດ ປ່ຽນຖ່າຍອະໄວຍະວະພາຍໃນ. ເວລານັ້ນ, ສຈ Delaitre (Deux Litre) ຜູ້ເຮັດວຽກທີ່ ໂຮງ ໝໍ ຊ່ຶງເປັນບ່ອນທີ່ທ່ານ ເຈິ່ນບິ່ງຢາງ ເຂົ້າມາຮຽນ ຫາກໍ ເລີ່ມ ປະຕິບັດ ກໍລະນີການຜ່າຕັດຜ່ານທໍ່ ລາຍທຳອິດ. ຕາມ ສຈ. ປອ ເຈິ່ນບິ່ງຢາງ, ໂລກຄາວນັ້ນ ມີຄວາມສົນໃຈ ທີ່ສຸດ ກັບ ເຕັກນິກການຜ່າຕັດຜ່ານທໍ່, ແຕ່ວົງການແພດຕາເວັນຕົກ ຍັງ ເຫັນວ່າ ນີ້ຄື “ການຜ່າຕັດຜ່ານທໍ່ ຂຸນນາງ”, ເພາະລາຍຈ່າຍ ແພງຫຼາຍ, ເພາະສະນັ້ນບໍ່ມີແຜນນະໂຍບາຍເປີດກວ້າງ ຢູ່ ບັນດາປະເທດໂລກທີ່ສາມ.

ປີ 1992, ສຈ.ປອ ເຈິ່ນບິ່ງຢາງ ຈາກ ຝຣັ່ງ ກັບຄືນ ຫວຽດ ນາມ ກັບສິ່ງກັງວົນໃນໃຈວ່າ: “ເຮັດແນວໃດເພື່ອຜັນຂະ ຫຍາຍໄດ້ ການຜ່າຕັດຜ່ານທໍ່ ນີ້ ຢູ່ ຫວຽດນາມ ກໍຄືເອົາ ເງິນ ມາແຕ່ໃສ ເພື່ອສາມາດຊື້ລະບົບເຄື່ອງຈັກລາຄາແພງ ຄື ແນວນັ້ນ”. ສຈ.ປອ ເຈິ່ນບິ່ງຢາງ ໃຫ້ຮູ້ວ່າ ມີສອງຄົນ ບໍ່ເຮັດ ວຽກ ກ່ຽວກັບ ເຕັກນິກການຜ່າຕັດຜ່ານທໍ່ ແຕ່ມີຜົນງານຢ່າງ ໃຫຍ່ຫຼວງ ໃນການຊ່ວຍເຫຼືອຂ້າພະເຈົ້າ ພັດທະນາເຕັກນິກ ການຜ່າຕັດຜ່ານທໍ່ ຢູ່ ຫວຽດນາມ. ຜູ້ທຳອິດທີ່ທ່ານເວົ້າເຖິງ ແມ່ນມື້ລາງ ສຈ ຫງວຽນເຢືອງກວາງ, ອະດີດຜູ້ອຳນວຍການ ໂຮງໝໍ ຫວຽດດຶກ. ສຈ ຫງວຽນເຢືອງກວາງ ເປັນຜູ້ໄດ້ນຳເງິນ ຈໍານວນ 500 ລ້ານດົ່ງ ເພື່ອຊື້ລົດໃຫຍ່ໃຫ້ໂຮງໝໍ ຫຼັງຈາກ ໄດ້ຮັບຟັງ ສຈ. ປອ ເຈິິ່ນບິ່ງຢາງ ລາຍງານ ຄວາມປາດຖະ ໜາ ກ່ຽວກັບລະບົບເຄື່ອງຈັກການຜ່າຕັດຜ່ານທໍ່. ຈາກນັ້ນ ເພິ່ນຍັງໄດ້ລະດົມ ເງິນຕື່ມອີກ ຈາກເພື່ອນຮ່ວມງານ, ທ່ານ ໄດ້ຊື້ລະບົບເຄື່ອງຈັກ ຜ່າຕັດຜ່ານທໍ່ ທຳອິດໃຫ້ໂຮງໝໍ ຫວຽດ ດຶກ ໃນລາຄາ 650 ລ້ານດົ່ງ (ປີ 1992). 

 

ສຈ.ປອ ເຈິ່ນບິ່ງຢາງ ຜູ້ອຳນວຍການ ໂຮງໝໍ ຫວຽດດຶກ, ປະ ທານສະມາຄົມຜ່າຕັດຜ່ານທໍ່  ຫວຽດນາມ, ປະທານສະມາ ຄົມຜ່າຕັດ ຫວຽດນາມ ແລະ ອະດີດຮອງປະທານ ສະມາຄົມ
ຜ່າຕັດຜ່ານທໍ່ ອາຊີ-ປາຊີຟິກ. ພາບ: ຫວຽດເກື່ອງ



ສຈ.ປອ ເຈິ່ນບິ່ງຢາງ ທໍາການຜ່າຕັດຜ່ານທໍ່ ຢູ່ຫ້ອງຜ່າຕັດ ທັນສະໄໝ ບັນລຸມາດຕະຖານສາກົນ ຂອງ ໂຮງໝໍ ຫວຽດ ດຶກ. ພາບ: ເອກະສານ


ສຈ.ປອ ເຈິ່ນບິ່ງຢາງ ພ້ອມກັບ ຄະນະກໍາມະການສູນກາງ ສະພາກາແດງ ມອບຂອງຂວັນ ໃຫ້ຄົນເຈັບ ທ່ີເປັນເດັກນ້ອຍ ກຳລັງປິ່ນປົວ ຢູ່ໂຮງໝໍ ຫວຽດດຶກ. ພາບ: ເອກະສານ

ແຕ່ ທ່ານ ເຈິ່ນບິ່ງຢາງ ຕ້ອງປະເຊີນໜ້າກັບຄວາມສົງໄສ ຈາກບັນດາ ສຈ ແຖວໜ້າ ແລະ ເພື່ອນຮ່ວມງານ, ຍ້ອນນີ້ ແມ່ນເຕັກນິກໃໝ່ຫຼ້າສຸດ, “ຫ່າງໄກ” ທີ່ສຸດ ເມື່ອໝູນໃຊ້ ຢູ່ ຫວຽດນາມ, ທ່ານ ກ່າວວ່າ: “ການຜ່າຕັດເປີດ ຍາກຢູ່ແລ້ວ, ເວົ້າຫຍັງເຖິງການຜ່າຕັດຜ່ານທໍ່”. ແຕ່ວ່າ, ຕົ້ນປີ 1993, ສຈ. ປອ ເຈິ່ນບິ່ງຢາງ ຍັງຄົງຕັດສິນໃຈ ເຊື້ອເຊີນ ສຈ Delaitre (Deux Litre) ມາຍັງຫວຽດນາມ ເພື່ອປະຕິບັດ ການຜ່າຕັດ ຜ່ານທໍ່. ສຈ ຊາວ ແບັນຊິກ ຄົນນີ້ເມື່ອມາ ຫວຽດນາມ ໄດ້ນຳ ກ້ອງຖ່າຍວີດີໂອ ມືຖື ເພື່ອບັນທຶກ ຮູບເງົາສັ້ນ ກ່ຽວກັບ “ການ ຜ່າຕັດຜ່ານທໍ່ ຢູ່ປະເທດ ໂລກທີ່ສາມ”.

ຮູບເງົາເລື່ອງນີ້ ຂອງ ສຈ ຊາວ ແບນຊິກ ພາຍລຸນມາ ຄວ້າ ໄດ້ ລາງວັນທີ່ໜ່ຶງ ໃນກອງປະຊຸມໃຫຍ່ ການຜ່າຕັດຜ່ານທໍ່ ໂລກ. ສຈ.ປອ ເຈິ່ນບິ່ງຢາງ ຍັງຄົງຈໍາຝັງໃຈ ສຽງ ໃນການ ຖ່າຍທຳ ກ່ຽວກັບຮອຍກັດຂອງຍຸງໂຕໜຶ່ງ, ຄຽງຂ້າງຮອຍ ຜ່າ ຕັດຜ່ານທໍ່ ຂອງຄົນເຈັບຜູ້ໜ່ຶງ ຢູ່ໂຮງໝໍຂອງຕົນ: “ສຳລັບ ການຜ່າຕັດຜ່ານທໍ່, ນັບຕັ້ງແຕ່ນັ້ນ ບັນດາແມງໄມ້ ຢູ່ບັນດາ ປະເທດເຂດຮ້ອນ ຈະບໍ່ມີຍາມໃດ ມີໂອກາດເຮັດ ໃຫ້ຕິດ ເຊື້ອ ຮອຍຜ່າຕັດຂອງຄົນເຈັບອີກແລ້ວ”. ການມາ ຫວຽດ ນາມ ຂອງ ສຈ Delaitre ຄັ້ງນີ້ ກໍເຮັດໃຫ້ປ່ຽນແປງ ທັດສະ ນະທັງໝົດ ຂອງ ວົງການແພດ ຕາເວັນຕົກ ກ່ຽວກັບການ ຜັນຂະຫຍາຍ ເຕັກນິກການຜ່າຕັດຜ່ານທໍ່ ຢູ່ບັນດາປະເທດ ໂລກທີ່ສາມ. 
 
ປັດຈຸບັນ, ເຕັກນິກການຜ່າຕັດຜ່ານທໍ່ ໄດ້ຮັບການຜັນຂະ ຫຍາຍ ຢູ່ເກືອບທຸກສະຖານທ່ີສາທາລະນະສຸກຂັ້ນຮາກຖານ ໃນ 63 ແຂວງ ນະຄອນ ຂອງ ຫວຽດນາມ, ແຕ່ສູນກາງ ເຖິງ ຂັ້ນ ແຂວງ, ຂັ້ນເມືອງ. ນີ້ແມ່ນຜົນສໍາເລັດ ທີ່ມີບໍ່ເທົ່າໃດ ປະ ເທດ ໃນໂລກເຮັດໄດ້. 
ຫວຽດນາມ ໄດ້ກາຍເປັນປະເທດທຳອິດ ໃນກຸ່ມປະເທດ ໂລກທີ່ສາມ ໃຊ້ເຕັກນິກການຜ່າຕັດຜ່ານທໍ່. ຜົນສຳເລັດ ໃນ ການປະຕິບັດເຕັກນິກດັ່ງກ່າວ ຢູ່ ຫວຽດນາມ, ຈາກນັ້ນ ແມ່ນ ແຮງບັນດານໃຈ ເພື່ອໃຫ້ອົງການແພດບໍ່ມີພົມແດນ ເພີ່ມ ການໂຄສະນາເຜີຍແຜ່, ເປີດກວ້າງການນໍາໃຊ້ເຕັກນິກໃໝ່ນີ້ ສູ່ບັນດາປະເທດກຳລັງພັດທະນາ.

ຜູ້ທີສອງ ທ່ີມີ ບຸນຄຸນຢ່າງໃຫຍ່ຫຼວງ ໃນການຊ່ວຍ ສຈ.ປອ ເຈິ່ນບິ່ງຢາງ ຜັນຂະຫຍາຍເຕັກນິກການຜ່າຕັດຜ່ານທໍ່ ຢູ່ ຫວຽດນາມ ແມ່ນມື້ລາງ ສຈ, ນັກວິຊາການ ໂຕນເຖິດແບັກ. ສປ. ປອ ເຈິ່ນບິ່ງຢາງ ໃຫ້ຮູ້ວ່າ: “ສຈ ໂຕນເຖິດແບັກ ເປັນ ຜູ້ເຂົ້າໃຈ ຈິດຕະສາດ ຂອງ ຜູ້ທີ່ຫາກໍ່ເຮັດໃໝ່, ເພາະສະນັ້ນ ໄດ້ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ຂ້າພະເຈົ້າຜັນຂະຫຍາຍ ວຽກງານການຜ່າຕັດຜ່ານທໍ່”. ໃນການຜ່າຕັດຜ່ານທໍ່ ລາຍທຳ ອິດ ຂອງ ສຈ.ປອ ເຈິ່ນບິ່ງຢາງ ແມ່ນພີ່ນ້ອງ ຂອງ ສຈ. ປອ ເຈິ່ນບິິ່ງຢາງເອງ.

ປີ 2004, ໂຮງໝໍ ຫວຽດ-ຝຣັ່ງ ເຊີນ ສຈ Philipe Mouret ມາ ຫວຽດນາມ. ເນື່ອງໃນໂອກາດນີ້, ສຈ.ປອ ເຈິ່ນບິ່ງຢາງ ໄດ້ຮຽນເຊີນ ຜູ້ປະດິດສ້າງເຕັກນິກ ການຜ່າຕັດຜ່ານທໍ່ທຳອິດ ໃນໂລກ ເພື່ອເປີດຊຸດຮຽນ ກ່ຽວກັບການຜ່າຕັດຜ່ານທໍ່ ຊຸດ ທຳອິດ ຢູ່ ຫວຽດນາມ. ການຮ່ວມມືດັ່ງກ່າວ ໄດ້ຊ່ວຍ ສ້າງ ຄວາມຮັກແພງຖານໝູ່ເພື່ອນ ລະຫວ່າງ ສຈ ແຖວໜ້າຂະ ແໜງການຜ່າຕັດຜ່ານທໍ່ ທັງສອງ ໃນປັດຈຸບັນ. ນັບຕັ້ງແຕ່ ຊຸດຮຽນທຳອິດ ລວມນັກຮຽນ 30 ຄົນ ມາຮອດປັດຈຸບັນ ໄດ້ ມີ ອີກຫຼາຍຮ້ອຍຊຸດຮຽນ ກັບນັກຮຽນ ນັບຫຼາຍພັນຄົນ ໄດ້ ຮັບການເຝິກອົບຮົມເຕັກນິກຜ່າຕັດຜ່ານທໍ່. 
 

ສຈ.ປອ ເຈິ່ນບິ່ງຢາງ (ຜູ້ທຳອິດຈາກຊ້າຍ) ຖ່າຍຮູບ ຮ່ວມກັບ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ນາຍົກລັດຖະມົນ ຕີ ຍີ່ປຸ່ນ Shinzo Abe
ແລະ ທ່ານ Shigemi Kitahara ປະ ານ ກຸ່ມບໍລິສັດ Kitahara. ພາບ: ເອກະສານ



ສຈ.ປອ ເຈິ່ນບິ່ງຢາງ (ຜູ້ທີສີ່ຈາກຊ້າຍ) ຮັບລາງວັນ “ຜູ້ເກັ່ງ ກ້າ ແຜ່ນດິນ ຫວຽດ” ປີ 2019. ພາບ: ເອກະສານ


ສຈ.ປອ ເຈິ່ນບິ່ງຢາງ  ແລະ ທ່ານ Shigemi Kitahara ປະ ທານກຸ່ມບໍລິສັດ Kitahara ລົງນາມ ບົດບັນທຶກຊ່ວຍຈໍາກ່ຽວ ກັບການຟື້ນຟູຄຸນນະພາບສູງ ຢູ່ໂຮງໝໍມິດຕະພາບ ຫວຽດ ດຶກ 1. ພາບ: ເອກະສານ



ສຈ.ປອ ເຈິ່ນບິ່ງຢາງ ລົງນາມຂໍ້ຕົກລົງ ຄວາມຮ່ວມມື ກັບກຸ່ມ ບໍລິສັດ Medtronic (ສ ອາເມລິກາ). ພາບ: ເອກະສານ
 
ກຳເນີດຢູ່ເຂດຊົນນະບົດທຸກຍາກ ຂອງ ແຂວງ ຖ໋າຍບິ່ງ ໃນ ຄອບຄົວມີລູກຫຼາຍຄົນ, ສຈ.ປອ ເຈິ່ນບິ່ງຢາງ ກ່າວວ່າ: “ພໍ່ ແມ່ຂ້າພະເຈົ້າ ເປັນຄົນຖືສຳຄັນ ການສຶກສາ ແລະ ຍາມໃດ ກໍສ້າງສະພາບແວດລ້ອມ ການຮຽນໃນຄອບຄົວຕະຫຼອດ ເວ ລາ”. ນັ້ນແມ່ນແຫຼ່ງພະລັງແຮງ ຊຸກຍູ້ທ້າວ ເຈິ່ນບິ່ງຢາງ ປະ ສົບຜົນສໍາເລັດ ໃນການຮຽນ ສູງຕະຫຼອດເວລາ.

ຫຼັງຈາກຮຽນຈົບ ມັດທະຍົມຕົ້ນ, ໃນຊ່ວງເວລາ ເລືອກ ວິຊາ ຮຽນຕໍ່, ຄອບຄົວ ສຈ.ປອ ເຈິ່ນບິ່ງຢາງ ມີຄົນໃນຄອບຄົວ ຕິດພະຍາດ ແຕ່ບໍ່ສາມາດປິ່ນປົວໄດ້, ທ່ານຫວນຄືນຫຼັງ: “ສະໄໝນັ້ນ ການແພດຍັງບໍ່ທັນພັດທະນາ, ຂ້າພະເຈົ້າ ຕັດ ສິນໃຈ ເສັງເຂົ້າຂະແໜງການແພດ ກັບແນວຄວາມຄິດ ແບບງ່າຍໆ ຂອງທ້າວ ຢາງ ຜູ້ທີ່ຢາກຮູ້ວິທີປິ່ນປົວພະຍາດ ໃຫ້ແກ່ຍາດພີ່ນ້ອງເທົ່ານັ້ນ”.

ປີ 1982, ພາຍຫຼັງ ກັບຄືນປະເທດ ຫຼັງຈາກໄປລາຍງານ ວິທະຍາສາດ ຢູ່ Massachusetts (ສ ອາເມລິກາ), ສຈ ໂຕນເຖິດຕຸ່ງ ໄດ້ຮັບຄຳເຊີນ ມາໂອ້ລົມ ກັບນັກສຶກສາ ຂອງ ມະຫາວິທະຍາໄລແພດສາດຮ່າໂນ້ຍ.

 
ປັດຈຸບັນ, ຕາມຕົວເລກສະຖິຕິຫຼ້າສຸດ, ບັນດາໂຮງໝໍ ຫວຽດ ນາມ ໄດ້ຜັນຂະຫຍາຍເຕັກນິກການຜ່າຕັດຜ່ານທໍ່ 92% ຢູ່ ພາກເໜືອ, 91% ຢູ່ພາກໃຕ້ ແລະ 88% ຢູ່ພາກກາງ. 
ສຈ.ປອ ເຈິ່ນບິ່ງຢາງ ຂະນະນັ້ນ ກຳລັງເປັນນັກສຶກສາ ປີທີ່ ສອງ ແລະ ເປັນໜຶ່ງໃນບັນດານັກສຶກສາ ນັ່ງຢູ່ໃນສະໂມ ສອນ ມື້ນັ້ນ ໄດ້ຫວນຄືນເຖິງ ຄວາມຮູ້ສຶກ ເມື່ອໄດ້ເຫັນ, ໄດ້ ຟັງ ວິລະບຸລຸດ ຂອງ ຂະແໜງການຜ່າຕັດ ຫວຽດນາມ ໂອ້ ລົມ “ແບບລີລາ ທີ່ຄ່ອງແຄ້ວ, ສະຫງ່າຜ່າເຜີຍ, ຜົມທ່ີແຊມ ດອກເລົາ ຂອງເພິ່ນ ເໝືອນດັ່ງເປັ່ງປະກາຍ ເຮັດໃຫ້ບັນດາ ນັກສຶກ ຂ້າພະເຈົ້າຮູ້ສຶກນິຍົມ ນັບຖືເປັນຢ່າງຍິ່ງ”.

ນັ້ນກໍແມ່ນເຫດຜົນເຮັດໃຫ້ນັກສຶກສາ ເຈິ່ນບິ່ງຢາງ ຕັດສິນໃຈ ເຂົ້າຮຽນ ຂະແໜງການຜ່າຕັດ ເຖິງວ່າ ບັນດາອາຈານ ຈະ ກ່າວວ່າ: “ນັກສຶກສາ ທ່ີມີນຳ້ໜັກພຽງ 47 ກິໂລກຣາມ ຈະບໍ່ ເໝາະສົມ ເພື່ອຮຽນຂະແໜງການຜ່າຕັດ”. ຈາກການພົບປະ ຄັ້ງທຳອິດ ແລະ ໜຶ່ງດຽວ ຂອງ ລູກສິດ ຜູ້ທຸກຍາກ ກັບ ສຈ ໂຕນເຖິດຕຸ່ງ ຢູ່ສະໂມສອນ ປີນັ້ນ ເໝືອນດັ່ງເປັນການສາກ  ຂອງ ຊາຕາກຳ. ລູກສິດຄົນນີ້ ພາຍລຸນມາ ໄດ້ນຳເຕັກນິກ ໃໝ່ ທ່ີມີຄວາມກ້າວໜ້າ ຂອງ ຊາວຕາເວັນຕົກ ເຂົ້ານໍາໃຊ້ຢູ່ ຫວຽດນາມ, ສືບຕໍ່ມູນເຊື້ອ ແລະ ຄວາມກະຕືລືລົ້ນ ຂອງ ມື້ ລາງ ສຈ ໂຕນເຖິດຕຸ່ງ. ທ່ານ ໄດ້ກາຍເປັນ “ກັບຕັນເຮືອ” ສືບຕໍ່ນຳພາ “ເຮືອ” ການຜ່າຕັດ ໃນໂຮງໝໍແຖວໜ້າ ຂອງ ຫວຽດນາມ ພັດທະນາຢ່າງກ້າວກະໂດດຂັ້ນ ແລະ ມີຄວາມ ສົມດຸນ ໃນຍຸກສະໄໝໃໝ່. ສຈ. ປອ ເຈິ່ນບິ່ງຢາງ ຢັ້ງຢືນວ່າ: “ປັດຈຸບັນ, ເຕັກນິກໃໝ່ທັງໝົດ ຢູ່ໃນໂລກຕ່າງກໍໄດ້ຜັນຂະ ຫຍາຍຢູ່ໂຮງໝໍ ຫວຽດດຶກ. ບັນດາສູນກາງໃຫຍ່ຢູ່ ໃນໂລກ ຜ່າຕັດ ຫຍັງໄດ້, ຫວຽດນາມ ກໍສາມາດເຮັດໄດ້”. 
 
ບົດ: ຖາວວີ-ພາບ: ຫວຽດເກື່ອງ ແລະ ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top