• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຈ. ປອ ຫງວຽນເກື່ອງຖິ້ງ-ຜູ້ຊ່ຽວຊານແຖວໜ້າ ໃນການຜ່າຕັດ ກະເພາະລໍາໄສ້ ຢູ່ຫວຽດນາມ

ເຮັດວຽກເປັນເວລາກວ່າ 30 ປີ, ສຈ.ປອ ຫງວຽນເກື່ອງຖິ້ງ (ອະດີດ ຜູ້ ຮັບຜິບຊອບ ພະແນກພາຍນອກ ລະບົບຍ່ອຍອາຫານ, ຜູ້ຮັບຜິດ ຊອບ ການຜ່າຕັດກະເພາະລໍາໄສ້, ສະຖາບັນຄົ້ນຄວ້າ ວິທະຍາສາດ ການ ແພດ ແລະ ການຢາ 108, ໂຮງໝໍສູນກາງກອງທັບ 108 ເປັນ ຜູ້ ໄດ້ປະກອບສ່ວນ ນຳຂະແໜງ B3 (ພະແນກ ກະເພາະ ລໍາໄສ້) ກາຍເປັນ ໜຶ່ງໃນບັນດາສູນກາງຜ່າຕັດກະເພາະລໍາໄສ້ ແຖວໜ້າ ຂອງ ຫວຽດນາມ, ການນໍາໃຊ້ເຕັກໂນໂລຊີ ທ່ີທັນສະໄໝຫຼາຍຢ່າງ ທຽບເທົ່າກັບ ບັນດາ ໂຮງໝໍໃຫຍ່ ໃນລະດັບພາກພື້ນ ແລະ ສາກົນ. 
ໃນການເດີນທາງ ເພື່ອປິ່ນປົວ ຊ່ວຍເຫຼືອກູ້ເອົາຊີວິດຜູ້ຄົນ ຂອງທ່ານ ໝໍ, ເຂົາເຈົ້າ ຕ້ອງພົບກັບຫຼາຍກໍລະນີ ທີ່ຍາກຈະຫຼົງລືມໄດ້ ອັນເນື່ອງ ຈາກ ເລື່ອງລາວຕ່າງໆ ທີ່ເຕັມໄປດ້ວຍນໍ້າໃຈ ລະຫວ່າງ ຜູ້ຄົນດ້ວຍກັນ ທີ່ຢູ່ອ້ອມຂ້າງ. ກໍລະນີທີ່ ສຈ.ປອ ຫງວຽນເກື່ອງຖິ້ງ ໄດ້ເລົ່າໃຫ້ ພວກຂ້າພະເຈົ້າຟັງ ກໍ່ແມ່ນກໍລະນີດັ່ງກ່າວ.

ນັ້ນແມ່ນຄົນເຈັບ ທີ່ມາຈາກແຂວງ ຮາຍເຢຶອງ ມີເນື້ອງອກໄຂມັນ ຂະໜາດໃຫຍ່ຢູ່ ໃນທ້ອງ ຄືກັບຄົນຖືພາ ເປັນເວລາຫຼາຍເດືອນ. ຄົນ ເຈັບ ໄດ້ໄປຍັງໂຮງໝໍສູນກາງ ແລະ ໂຮງໝໍຫຼາຍແຫ່ງ ເພື່ອຫາວິທີ ປິ່ນປົວ ແຕ່ບໍ່ມີໂຮງໝໍໃດຮັບຜ່າຕັດ ຍ້ອນເນື້ອງອກໃຫຍ່ຫຼາຍ. ສຈ. ປອ ຫງວຽນເກື່ອງຖິ້ງ ຫວນຄືນອະດີດ ກ່ຽວກັບກໍລະນີຄົນເຈັບ ທີ່ໄດ້ ສ້າງ ຄວາມຊົງຈໍາ ຍາກທີ່ຈະຫຼົງລືມສຳລັບເພິ່ນວ່າ: “ເມື່ອມາຫາ ຂ້າພະເຈົ້າ, ຄົນເຈັບ ຢູ່ໃນສະພາວະສິ້ນຫວັງ ແລະ ເຈັບປວດທີ່ສຸດ. ຫຼັງການຄົ້ນ ຄວ້າໄລຍະໜຶ່ງ,  ຂ້າພະເຈົ້າຕັດສິນໃຈ ທຳການຜ່າຕັດ ແລະ ເອົາເນື້ອ ງອກ ຊຶ່ງມີນໍ້າໜັກເຖິງ 25 ກິໂລກຼາມ”. ສຈ.ປອ ຫງວຽນເກື່ອງຖິ້ງ ໃຫ້ຮູ້ ຕື່ມວ່າ ອາຊີບເປັນທ່ານໝໍ ມີຈຸດດີທ່ີວ່າ ເມື່ອກອບກູ້ເອົາໄດ້ຊີວິດ ຂອງ ຄົນເຈັບ, ຄວາມສຸກ, ຄວາມຮູ້ບຸນຄຸນຢ່າງຈິງໃຈ ຂອງຄົນເຈັບ ແລະ ສະມາຊິກ ໃນຄອບຄົວ ຂອງ ເຂົາເຈົ້າ ແມ່ນຄວາມສຸກ ຂອງ ຜູ້ເປັນທ່ານໝໍ ແລະ ເປັນກໍາລັງໃຈ ເຮັດໃຫ້ທ່ານໝໍຜ່ານຜ່າ ທຸກຄວາມຫຍຸ້ງຍາກລຳບາກ ແລະ ສິ່ງທ້າທາຍໃນອາຊີບ.

ຄວາມອຸທິດຕົນໃນອາຊີບ ຂອງ ສຈ.ປອ ຫງວຽນເກື່ອງຖິ້ງ ເໝືອນດັ່ງ ການຕອບບຸນແທນຄຸນ ຕໍ່ຄວາມມຸ່ງມາດປາຖະໜາຂອງພໍ່ ກ່ອນເພິ່ນ ຈາກໄປວ່າ: “ເຖິງແນວໃດກໍ່ຕາມ, ພວກລູກ ຕ້ອງມີຄົນໜ່ຶງ ຕ້ອງຕາມ ອາຊີບເປັນແພດ, ແມ່ນແຕ່ເປັນພະຍາບານ ກໍໄດ້ ເພື່ອ ຊ່ວຍເຫຼືອພໍ່ ແມ່ພີ່ນ້ອງຢູ່ອ້ອມຂ້າງ”. ນີ້ກໍແມ່ນເຫດຜົນ ຫຼັງສົງຄາມ ເຖິງວ່າ ໄດ້ຮັບ ຄັດເລືອກໄປຝຶກອົບຮົມ ດ້ານວັດທະນະທຳ ເພື່ອຮັບໃຊ້ໃນກອງທັບ ແຕ່ ສຈ.ປອ ຫງວຽນເກື່ອງຖິ້ງ ໄດ້ເລືອກຂະແໜງວິຊາການແພດ ເພື່ອ ປະຕິບັດ ຕາມຄວາມມຸ່ງມາດປາຖະໜາ ຂອງພໍ່ ກ່ອນເພິ່ນຈາກໄປ.

ຈາກແພດຜ່າຕັດ, ສຈ.ປອ ຫງວຽນເກື່ອງຖິ້ງ ໄດ້ກາຍເປັນ ພະນັກ ງານ ຫຼັກແຫຼ່ງ ສືບຕໍ່ຮັກສາມູນເຊື້ອ ຂອງ ຮຸ່ນກ່ອນ, ກໍ່ສ້າງ ຂະແໜງ ຜ່າຕັດ ກະເພາະລໍາໄສ້, ໂຮງໝໍສູນກາງກອງທັບ 108 ກາຍເປັນໜຶ່ງ ສູນກາງແຖວໜ້າ ກ່ຽວກັບການຜ່າຕັດກະເພາະລໍາໄສ້ ຢູ່ ຫວຽດນາມ. 


ສຈ.ປອ ຫງວຽນເກື່ອງຖິ້ງ (ອະດີດຜູ້ຮັບຜິບຊອບຂະແໜງພາຍນອກ, ຜູ້ຮັບຜິດຊອບວິຊາການຜ່າຕັດກະເພາະລໍາໄສ້, ສະຖາບັນຄົ້ນຄວ້າວິ ທະຍາສາດ ການແພດ ແລະ ການຢາ 108
ຖືວ່າ ເປັນ ຜູ້ມີ “ສີມືຄຳ” ຂອງ ໂຮງໝໍສູນກາງ ກອງທັບ 108.



ບໍ່ພຽງແຕ່ ມີຜົນງານໃນການຄົ້ນຄວ້າ ວິທະຍາສາດເທົ່ານັ້ນ, ສຈ. ປອ ຫງວຽນເກື່ອງຖິ້ງ ເປັນ ອາຈານສອນ ທ່ີມີການປະດິດໃໝ່ ໃນວິທີການ ສິດສອນ
ແລະ ປັບປຸງຄຸນນະພາບການ ບຳລຸງສ້າງ ຂັ້ນມະຫາ ແລະ ເໜືອມະຫາ ຢ່າງບໍ່ຢຸດຢັ້ງ...



... ໃນເວລາ ເປັນອາຈານສອນ ຄວບຕຳແໜ່ງ ຂອງ ສະຖາບັນວິ ທະຍາຄານ ເສນາຮັກ ແລະ ມະຫາວິະທຍາໄລ ການແພດ ແລະ ການຢາ ຖ໋າຍບິ່ງ. 


ສຈ. ປອ ຫງວຽນເກື່ອງຖິ້ງ ແນະນຳ ໃຫ້ນັກສຶກສາ ຂອງ ສະຖາບັນ ວິທະຍາຄານ ເສນາຮັກ ໃນຊົ່ວໂມງຮຽນ ພາກປະຕິບັດຕົວຈິງ ທີ່ ໂຮງໝໍສູນກາງ ກອງທັບ 108. 


ສຈ. ປອ ຫງວຽນເກື່ອງຖິ້ງ (ຜູ້ທີສອງຈາກຂວາ) ກຳລັງທໍາການຜ່າຕັດ ຜ່ານທໍ່ ໃຫ້ຄົນເຈັບ. ພາບ: ເອກະສານ


ສຈ. ປອ ຫງວຽນເກື່ອງຖິ້ງ ໄດ້ຮັບການຢັ້ງຢືນ ຈາກກົມຊັບສິນທາງ ປັນຍາແຫ່ງຊາດ ຫວຽດນາມ ມອບໃບຢັ້ງຢືນດ້ວຍສິດທິບັດ ຜູກ ຂາດ ວິທີ ການແກ້ໄຂທີ່ມີປະໂຫຍດ.

ແຕ່ລະປີ, ສຈ.ປອ ຫງວຽນເກື່ອງຖິ້ງ ເປັນຜູ້ຜ່າຕັດໂດຍກົງໃຫ້ ແກ່ ຄົນ ເຈັບນັບຫຼາຍພັນກໍລະນີ, ໃນນັ້ນມີຫຼາຍຄົນໄດ້ຮັບການຊ່ວຍຊີວິດ ຍ້ອນເປັນພະຍາດອັນຕະລາຍ. ສຈ ວັນເຕິ່ນ, ທ່ານໝໍຜ່າຕັດທີ່ມີຊື່ສຽງ ຂອງ ນະຄອນ ໂຮ່ຈີມິນ ເມື່ອເບິ່ງລາຍງານ ການຜ່າຕັດ ຕັບ ຂອງ ສຈ ຖິ້ງໄດ້ ໃຫ້ຂໍ້ສັງເກດວ່າ: “ພວກຂ້າພະເຈົ້າ ໄດ້ທຳການຜ່າຕັດຕັບ ຫຼາຍ ກໍລະນີ ກວ່າ, ແຕ່ເຕັກນິກການຜ່າຕັດ ຂອງ ທ່ານ ຈະດີກວ່າ”. ນັ້ນແມ່ນເຫດຜົນທີ່ ສຈ. ປອ ຫງວຽນເກື່ອງຖິ້ງ ຈິ່ງເປັນທ່ີຍອມຮັບວ່າ ເປັນຜູ້ມີ “ສີມື ຄຳ” ຂອງ ໂຮງໝໍສູນກາງ ກອງ ທັບ 108.

ປີ 1996, ສຈ. ປອ ຫງວຽນເກື່ອງຖິ້ງ ເປັນຜູ້ຊ່ວຍໃນການຜ່າຕັດໄສ້ ຕິ່ງ ຜ່ານທໍ່ ລາຍທຳອິດ ຢູ່ ໂຮງໝໍສູນກາງ ກອງທັບ 108. ແຕ່ໃນການ ຜ່າຕັດຜ່ານທໍ່ລາຍທີສອງ ສຈ. ປອ ຫງວຽນເກື່ອງຖິ້ງ ສາມາດ ເປັນຜູ້ ປະຕິບັດດ້ວຍຕົນເອງ. ໃນຊຸມປີຕໍ່ມາ, ພາຍໃຕ້ການນຳພາ ຂອງເພິ່ນ, ຂະແໜງ B3 ຍັງປະສົບຜົນສໍາເລັດ ໃນການນໍາໃຊ້ເຕັກນິກ ທີ່ຍາກໆ ກວ່າເຊັ່ນ: ການຜ່າຕັດລໍາໄສ້ໃຫຍ່ ຜ່ານກ້ອງ, ມ້າມ, ທໍ່ອາຫານ, ຕັບ... ແມ່ນແຕ່ ການຜ່າຕັດ ປ່ຽນຖ່າຍຕັບ. ປັດຈຸບັນ, ໂຮງໝໍສູນກາງ ກອງ ທັບ 108 ເປັນໂຮງໝໍ ໜຶ່ງດຽວ ໃນປະເທດ ສາມາດ ທຳການ ຜ່າຕັດ ປ່ຽນຖ່າຍຕັບ ຈາກ ຜູ້ໃຫ້ທີ່ຍັງມີຊີວິດ. 

ຈາກການປະກອບສ່ວນ ໃນເຂົ້າການກວດ ແລະ ປິ່ນປົວພະຍາດ, ຄົ້ນ ຄວ້າວິທະຍາສາດ ແລະ ບຳລຸງສ້າງ ບັນດາຜູ້ນຳ ຂະແໜງການແພດ ຮຸ່ນຕ່າງໆ, ສຈ.ປອ ຫງວຽນເກື່ອງຖິ້ງ ໄດ້ຮັບຫຼາຍລາງວັນອັນສູງສົ່ງ ເຊັ່ນ: ຫຼຽນໄຊຊະນະເລີດ ຊັ້ນໜຶ່ງ (ປີ 2004), ຫຼຽນໄຊປົກປັກຮັກສາ ປະເທດຊາດ ຊັ້ນ 2 (ປີ 2014) ແລະ ນາມມະຍົດ ທ່ານໝໍ ປະຊາຊົນ (ປີ 2017). 
ດ້ວຍບຸກຄະລິກຖະໜອມຖ່ອມຕົວ, ມັກສະແຫວງຫາຄວາມຮູ້ ແລະ ກຳໄດ້ສິ່ງໃໝ່ໆ ຢູ່ສະເໝີ, ສຈ.ປອ ຫງວຽນເກື່ອງຖິ້ງ ບໍ່ພຽງແຕ່ມີ ຄວາມສາມາດ ໃນການຄົ້ນຄວ້າວິທະຍາສາດ, ແຕ່ຍັງມີຜົນງານ ທີ່ ດີເດັ່ນໃນການຄົ້ນຄວ້າວິທະຍາສາດອີກດ້ວຍ. ທ່ານໄດ້ຕີພິມບົດຂຽນ 139  ບົດລົງໃນໜັງສືພິມ ຢູ່ພາຍໃນປະເທດ ແລະ ສາກົນ. ນອກຈາກນັ້ນ, ທ່ານຍັງໄດ້ຮັບໃບຢັ້ງຢືນສິດຜູກຂາດ ວິທີແກ້ໄຂທີ່ ມີປະໂຫຍດ ໂດຍກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ອຸດ ສາຫະກຳ ເປັນຜູ້ມອບ ປີ 2008.

ໃນວຽກງານບຳລຸງສ້າງ, ສຈ.ປອ ຫງວຽນເກື່ອງຖິ້ງ ເປັນຄູສອນ ລູກ ສິດຫຼາຍຮຸ່ນຄົນ, ປັດຈຸບັນ, ຫຼາຍຄົນໃນຈຳນວນນີ້ ກຳລັງເປັນ ພະ ນັກງານຫຼັກແຫຼ່ງ ຂອງ ໂຮງໝໍຫວຽດນາມ ແລະ ລາວ, ກໍຄື ໂຮງຮຽນ, ໂຮງໝໍ ຫຼາຍແຫ່ງ ຢູ່ໃນ ແລະ ນອກກອງທັບ.

ສຈ.ປອ ຫງວຽນເກື່ອງຖິ້ງ ຍັງເຂົ້າຮ່ວມ ສະພາປະເມີນບົດວິທະຍາ ນິພົນປະລິນຍາເອກ, ບົດວິທະຍານິພົນ ຂອງ ສະຖາບັນຄົ້ນຄວ້າ ວິ ທະຍາສາດ ການແພດ108, ມະຫາວິທະຍາໄລແພດສາດຮ່າໂນ້ຍ, ສະຖາບັນວິທະຍາຄານເສນາຮັກ, ມະຫາວິທະຍາໄລເຫວ້, ມະຫາ ວິທະຍາໄລການແພດ ແລະ ການຢາ ນະຄອນໂຮ່ຈີມິນ... ໃນຖານະ ເປັນປະທານສະພາ, ກຳມະການກວດກາ, ສະມາຊິກສະພາ...

ມີການປະດິດໃໝ່ ໃນວິທີການສິດສອນຢູ່ເລື້ອຍໆ ແລະ ປັບປຸງ ຄຸນ ນະພາບ ການບຳລຸງສ້າງ ຂັ້ນມະຫາ ແລະ ເໜືອມະຫາ ຢ່າງບໍ່ຢຸດຢັ້ງ, ສຈ.ປອ ຫງວຽນເກື່ອງຖິ້ງ ຍັງເປັນຫົວໜ້າບັນນາທິການ ແລະ ໄດ້ຂຽນຕຳລາສອນ, ປຶ້ມບຳລຸງສ້າງຂັ້ນມະຫາ ແລະ ເໜືອມະຫາ ກ່ຽວ ກັບຫົວຂໍ້ຕ່າງໆ ຊຶ່ງພົ້ນເດັ່ນແມ່ນ “ໄສ້ຕິ່ງອັກເສບ”, “ບັນດາ ກໍລະນີສຸກເສີນ ກ່ຽວກັບກະເພາະລໍາໄສ້ ທີ່ມັກພົບ”, “ການຜ່າຕັດ ກະເພາະລໍາໄສ້ ຜ່ານທໍ່” ແລະ ອື່ນໆ...

ໃນຖານະຫົວໜ້າພະແນກຜ່າຕັດ ກ່ຽວກັບ ກະເພາະລໍາໄສ້ ຂອງ ວິ ທະຍາ ຄານຄົ້ນຄວ້າ ວິທະຍາສາດ ການແພດ ແລະ ການຢາ 108, ສຈ. ປອ ຫງວຽນເກື່ອງຖິ້ງ ຍັງເປັນຄູສອນ, ຮັບຜິດຊອບສະຖາບັນ ວິທະຍາຄານ ເສນາຮັກ ການແພດ ແລະ ການຢາ ຖ໋າຍບິ່ງ.



ສຈ. ປອ ຫງວຽນເກື່ອງຖິ້ງ (ຜູ້ທີສອງຈາກຂວາ) ຖ່າຍຮູບຮ່ວມກັບ ສຈ ຊາວ ຝຣັ່ງ ໃນເວລາ ຝຶກງານ ຢູ່ໂຮງໝໍ Desgenettles (ຝຣັ່ງ) ປີ 1999. ພາບ: ເອກະສານ


ສຈ.ປອ ຫງວຽນເກື່ອງຖິ້ງ (ຜູ້ທ່ີສອງຈາກຊ້າຍ) ເຂົ້າຮ່ວມໃນຄະນະ ກໍາ ມະການ ປະເມີນ ບົດວິທະຍານິພົນ ລະດັບປະລິນຍາເອກ ດ້ານການ ແພດ, ບົດວິທະຍານິພົນ ປະລິນຍາໂທ ຂອງ ສະຖາບັນຄົ້ນຄວ້າ
ການ ແພດ ແລະ ການຢາ 108, ມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ, ສະຖາບັນວິ ທະຍາຄານ ເສນາຮັກ,
ມະຫາວິທະຍາໄລ ເຫວ້, ມະຫາວິທະ ຍາໄລ ການແພດ ແລະ ການຢາ ນະຄອນ ໂຮ່ຈີມິນ...


ສຈ. ປອ ຫງວຽນເກື່ອງຖິ້ງ ຖ່າຍຮູບຮ່ວມກັບ ນັກສຶກສາ ປ້ອງກັນບົດ ວິທະຍານິພົນ ປະລິນຍາເອກ ທ່ີປະສົບຜົນສໍາເລັດ. 
 
ໄດ້ຕິດພັນກັບວົງການແພດ ເປັນເວລາຍາວນານ, ກັບອາຊີບປົວ ພະຍາດ ກູ້ເອົາ ຊີວິດຄົນ, ມີຄົນເຈັບ ຫຼາຍຄົນ, ມີຊາຕາກຳ ທ່ີແຕກ ຕ່າງກັນ ໄດ້ເຮັດໃຫ້ທ່ານ ມີຄວາມກັງວົນໃຈ ແລະ ຕ້ອງຕັດສິນ ທີ່ ກ່ຽວພັນເຖິງຊີວິດຂອງຜູ້ຄົນ ໃນເວລາສັ້ນທີສຸດ, ຊຶ່ງທ່ານໄດ້ໄຂ ຄວາມໃນໃຈອອກມາວ່າ: “ມີຄວາມກົດດັນຫຼາຍທີ່ສຸດ, ແຕ່ເໜືອ ສິ່ງອື່ນໃດ ແມ່ນຄວາມຮັກແພງ ທ່ີມີຕໍ່ຄົນເຈັບ”.

ຕາມ ສຈ.ປອ ຫງວຽນເກື່ອງຖິ້ງ, ສິ່ງຖ້າທາຍໃຫຍ່ສຸດ ສຳລັບທ່ານ ແມ່ນບັນດາກໍລະນີພະຍາດທີ່ຍາກ. ມີກໍລະນີປິ່ນປົວຫາຍດີ ແລະ ມີ ທັງກໍລະນີບໍ່ສາມາດປິ່ນປົວໄດ້. ມີກໍລະນີບົ່ງມະຕິພະຍາດບໍ່ໄດ້, ແຕ່ ມີ ກໍລະນີບົ່ງມະຕິພະຍາດໄດ້ ແຕ່ບໍ່ສາມາດປິ່ນປົວໄດ້. ດ້ວຍເຫດນັ້ນ ສຈ.ປອ ຫງວຽນເກື່ອງຖິ້ງ ໃຫ້ຮູ້ວ່າ ຕໍ່ໜ້າສະພາບການຜັນແປໄປຢ່າງ ສັບສົນ ຂອງໂລກໄພໄຂ້ເຈັບ ຄືປັດຈຸບັນ, ບັນດາແພດໝໍ ນອກຈາກ ຕ້ອງມີຄວາມຫຼົງໄຫຼ ກັບອາຊີບແລ້ວ ຍັງຈຳເປັນຕ້ອງມີການສຶກສາ ຮຽນຮູ້ເປັນປະຈຳ, ຍົກສູງຄວາມອາດສາມາດ ດ້ານພາສາຕ່າງປະເທດ ເພື່ອສາມາດຍົກລະດັບຄວາມຮູ້ໃໝ່. ນັ້ນແມ່ນເສັ້ນທາງຊື່ສຸດ ເພື່ອກ້າວໄປເຖິງຜົນສຳເລັດ ແລະ ຮັບປະກັນລະດັບຄວາມຮູ້ ຄວາມສາມາດ ເພື່ອອຸທິດໃຫ້ພາລະກິດ ວິທະຍາສາດ ກໍ ຄື ເພື່ອການເບິ່ງແຍງດູແລ ໃນດ້ານສຸຂະພາບຂອງປະຊາຊົນອີກດ້ວຍ. 

ບົດ: ຖາວວີ - ພາບ: ກົງດາດ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top