• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດຂອງ​ຊາວ ຫວຽດ​ນາມ ອາ​ໄສ​ ຢູ່​ຕ່າງ​ປະ​ເທດ ເປັນ​ຂົວ​ຕໍ່​​ແກ່ການສົ່ງ​ສິນ​ຄ້າ​ໄປ​ຍັງ​ຕະຫຼາດ ​ເອີ​ຣົບ

ຕາມການສະຖິຕິແລ້ວ, ປັດຈຸບັນ ມີວິສາຫະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະມານ 3500 ແຫ່ງພວມເຄື່ອນໄຫວຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ. ນີ້ແມ່ນແຫຼ່ງກຳລັງສໍາຄັນຊ່ວຍໂຄສະນາ ແລະ ນຳສິນຄ້າ ຫວຽດນາມ ຈຳໜ່າຍຢູ່ປະເທດປະຈຳຖິ່ນ. ປັດຈຸບັນ, ຫວຽດນາມ ພວມເຂົ້າຮ່ວມສົນທິສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ບັນດາວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ ໄດ້ ແລະ ພວມກາຍເປັນຂົວຕໍ່ນຳສິນຄ້າ ຫວຽດນາມ ເຂົ້າສູ່ເອີຣົບເວົ້າລວມ ແລະ ບັນດາປະເທດສະມາຊິກ ອີຢູ ເວົ້າສະເພາະ.
ສະຫະພາບເອີຣົບ (ອີຢູ) ແມ່ນຕະຫຼາດທີ່ກວ້າງໃຫຍ່ ມີປະຊາກອນປະມານ 500 ລ້ານຄົນ ດ້ວຍຍອດຜະລິດຕະພັນພາຍໃນກຸ່ມໃນແຕ່ລະປີແມ່ນຂຶ້ນເຖິງ 18.000 ຕື້ USD. ອີຢູ ກໍແມ່ນຄູ່ຮ່ວມມືສຳຄັນອັນດັບ 2 ຂອງ ຫວຽດນາມ ແລະ ແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ.

ນັບແຕ່ເມື່ອສົນທິສັນຍາ EVFTA ມີຜົນສັກສິດ ແຕ່ເດືອນສິງຫາ 2020 ມານີ້, ວິສາຫະກິດ ຫວຽດນາມ ຢູ່ ເອີຣົບ ຍາມໃດກໍຕັ້ງໜ້າຮ່ວມເດີນທາງພ້ອມກັບວິສາຫະກິດພາຍໃນປະເທດ, ຊອກຫາຕະຫຼາດ, ຍາດແຍ່ງກາລະໂອກາດ ເຊິ່ງ EVFTA ນຳມາເພື່ອຍູ້ແຮງການສົ່ງສິນຄ້າໄປຍັງຕະຫຼາດເອີຣົບ, ພິເສດ ແມ່ນບັນດາຜະລິດຕະພັນກະເສດ, ສິນໃນນ້ຳ ກໍຄືບັນດາປະເພດສິນຄ້າ ຫວຽດນາມ ທີ່ມີທ່າແຮງແກ້ງແຍ້ງ.

ການປຸງແຕ່ງປາເພື່ອສົ່ງອອກ (ພາບ: TTXVN)

ໄລຍະຜ່ານມາ, ມີຫຼາຍວິສາຫະກິດຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ຍາມໃດກໍຮ່ວມເດີນທາງ, ໜູນຊ່ວຍ, ແບ່ງປັນກັບບັນດາວິສາຫະກິດພາຍໃນປະເທດ ຊອກຫາໂອກາດລົງທຶນ, ເປີດກວ້າງການດຳເນີນທຸລະກິດຢູ່ຕະຫຼາດເອີຣົບເວົ້າສະເພາະ ແລະ ຕະຫຼາດສາກົນເວົ້າລວມ. ບັນດາວິສາຫະກິດຊາວ ຫວຽດນາມ ອາໄສຢູ່ ເອີຣົບ ມີທ່າແຮງໃນການເປັນວິສາຫະກິດຂົວຕໍ່ສະໜິດສະໜົມ, ມີຄວາມເຂົ້າໃຈຕະຫຼາດ, ພາສາ, ກົດໝາຍຂອງປະເທດປະຈຳຖິ່ນ. ທ່ານ ຫງວຽນງອັກຈ້ຽວ, ຮອງປະທານສະຫະສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຖືວ່າ:

“ສິນຄ້າ ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ຄຸນນະພາບໃນຕະຫຼາດປະເທດປະຈຳຖິ່ນ ແລະ ເປັນທີ່ຮູ້ຈັກ ກໍຄື ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ອີຢູ. ນີ້ແມ່ນປະສິດທິຜົນ ເຊິ່ງສັນຍາ FTA  ນຳມາໃຫ້ພວກເຮົາ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ວິສາຫະກິດ ຫວຽດນາມ ຄວນເຂົ້າຮ່ວມໃນລະບົບສະໜອງສິນຄ້າຢ່າງເລິກເຊິ່ງກວ່າ ນັບແຕ່ຂອດຜະລິດຕະຫຼອດຮອດການຈຳໜ່າຍເຖິງມືຜູ້ບໍລິໂພກ ແລະ ມີກຳລັງແກ້ງແຍ້ງ, ເຄື່ອງໝາຍສິນຄ້າ ຫວຽດນາມ ຈະບືນຕົວໄປໄກທົ່ວໂລກ.”

ທ່າແຮງຂອງ ຫວຽດນາມ ເມື່ອ EVFTA ມີຜົນສັກສິດແມ່ນ ປັດຈຸບັນ, ຫວຽດນາມ ພວມມີຫຼາຍວິສາຫະກິດ ຊາວ ຫວຽດນາມ ອາໄສຢູ່ ອີຢູ, ໂດຍສະເພາະແມ່ນບັນດາສູນການຄ້າຂອງຄົນ ຫວຽດນາມ ທີ່ມີວິສາຫະກິດນັບພັນແຫ່ງນຳເຂົ້າສົ່ງອອກ, ຄ້າຂາຍ ແລະ ໃຫ້ການບໍລິການ. ບັນດາວິສາຫະກິດດັ່ງກ່າວ ແມ່ນບັນດາວິສາຫະກິດ ອີຢູ ທີ່ມີປະສົບການດຳເນີນທຸລະກິດ, ມີຄວາມເຂົ້າໃຈກ່ຽວກັບຕະຫຼາດ, ກົດໝາຍ, ພາສາຂອງປະເທດປະຈຳຖິ່ນ ແລະ ກໍແມ່ນຂົວຕໍ່ໃຫ້ບັນດາວິສາຫະກິດ ຫວຽດນາມ, ອີຢູ. ເພື່ອຍູ້ແຮງການສົ່ງອອກສິນຄ້າໄປຍັງຕະຫຼາດເອີຣົບ, ທ່ານ ຮວ່າງຊວັນບິ່ງ, ປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ໂປໂລຍ ຖືວ່າ:

“ບັນດາວິສາຫະກິດພາຍໃນປະເທດ ຄວນເຮັດຜະລິດຕະພັນໃຫ້ສົມບູນແບບຕາມມາດຕະຖານຂອງ ອີຢູ, ສ້າງເຄື່ອງໝາຍການຄ້າຕາມຜະລິດຕະພັນ, ເປັນເຈົ້າການສົ່ງເສີມການສົ່ງອອກໄປຍັງຕະຫຼາດ ອີຢູ ໃນຂະນະທີ່ບັນດາປະເທດອື່ນຍັງບໍ່ທັນເຊັນສັນຍາ FTA ກັບ ອີຢູ. ນອກຈາກນັ້ນ, ຕ້ອມມີແຜນການຮ່ວມມືແບບຍາວນານກັບບັນດາວິສາຫະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຊອກຮູ້ຕະຫຼາດ, ສຳຜັດຕະຫຼາດ, ແນະນຳໂຄສະນາ, ຈຳໜ່າຍຜະລິດຕະພັນຢູ່ ອີຢູ, ສ້າງຮູບແບບ logistic, ໜູນຊ່ວຍການສົ່ງອອກ - ນຳເຂົ້າໃຫ້ມີປະສິດທິຜົນ”.

ທ່ານ ຟຸ່ງກົງຢຸງ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະຈຳນະຄອນ ໂຮ່ຈີມິນ  (ພາບ: qdnd.vn)

ປັດຈຸບັນ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດມີພື້ນຖານວັດຖຸທີ່ດີ ເພື່ອພັດທະນາການດຳເນີນທຸລະກິດ, ຈຳໜ່າຍສິນຄ້າພາຍໃນປະເທດ. ພ້ອມກັບການພັດທະນາຂອງບັນດາສູນການຄ້າຂະໜາດໃຫຍ່, ປັດຈຸບັນ, ມີຊາວຫວຽດນາມຫຼາຍຄົນສາມາດສ້າງຕັ້ງລະບົບຈຳໜ່າຍສິນຄ້າ ຫວຽດ ຢູ່ຕະຫຼາດຂອງປະເທດປະຈຳຖິ່ນໄດ້. ປັດຈຸບັນ, ເພື່ອມີຄວາມສະດວກກວ່າໃນການອັບເດດຂໍ້ມູນ, ບັນດາອົງການການທູດຫວຽດນາມ ປະຈຳຕ່າງປະເທດ ກໍໄດ້ຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເຊື່ອມຕໍ່ກັບບັນດາວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຫຼືຖັນແຖວນັກຊ່ຽວຊານຊາວ ຫວຽດນາມ ເຮັດວຽກຢູ່ ອີຢູ. ທ່ານ ຟຸ່ງກົງຢຸງ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະຈຳນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

ພວກຂ້າພະເຈົ້າຈະແມ່ນຂົວຕໍ່ລະຫວ່າງວິສາຫະກິດພາຍໃນປະເທດ ກັບ ວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ແນ່ນອນວ່າ ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ ຈະມີໂອກາດໄດ້ສຳຜັດກັບຕະຫຼາດ ອີຢູ ໄດ້ຫຼາຍກວ່າອີກ, ໂດຍສະເພາະແມ່ນສັນຍາ EVFTA ໄດ້ຊ່ວຍໃຫ້ເສດຖະກິດນະຄອນ ໂຮ່ຈີມິນ ມີການຫັນປ່ຽນຢ່າງເຫັນໄດ້ຊັດ”.

 

ຍ້ອນມີສາຍສຳພັນຢ່າງແໜ້ນແຟ້ນກັບພໍ່ແມ່ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ມີສິນຄ້າ, ຜະລິດຕະພັນຫຼາຍຊະນິດຂອງຊາວ ຫວຽດນາມ ພວມໄດ້ວາງຂາຍຢູ່ຕະຫຼາດ ເອີຣົບ ນັບມື້ນັບຫຼາຍ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ເອີຣົບ. ພ້ອມກັນນັ້ນ ກໍປະກອບສ່ວນໂຄສະນາເຜີຍແຜ່ວັດທະນະທຳ ຫວຽດນາມ ໄດ້ເປັນຢ່າງດີ. ສັນຍາ EVFTA ກໍສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ເອີຣົບ ກຳນົດຄືນແບບວິທີດຳເນີນທຸລະກິດ ເພື່ອພັດທະນາ ແລະ ປະກອບສ່ວນເຂົ້າໃນການເຕີບໂຕຂອງການນຳເຂົ້າ - ສົ່ງອອກ ລະຫວ່າງ ຫວຽດນາມ - ອີຢູ. ໄປຄຽງຄູ່ກັບການຊຸກຍູ້ການສົ່ງສິນຄ້າອີຢູ ມາ ຫວຽດນາມ ແລ້ວ, ບັນດາວິສາຫະກິດເຫຼົ່ານັ້ນ ກໍພວມມານະພະຍາຍາມຮ່ວມສຳພັນກັນ, ຊ່ວຍໂຄສະນາ ແລະ ເປັນຂົວຕໍ່ໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປຍັງ ອີຢູ./.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top