• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ 19

ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງໄຫວພິບແມ່ນປັດໄຈຫລັກແຫລ່ງຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.

Coopfood ພາກເຫນືອ ຍັງຄົງຮັກສາການເຄື່ອນໄຫວທີ່ເປັນປົກກະຕິ (ພາບ: VGP)

ປະຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ມີຫລາຍສັນຍານຕັ້ງຫນ້າ, ສ່ອງແສງການຟື້ນຕົວຢ່າງແຮງ ພາຍຫລັງ 01 ປີທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ 19. ເຖິງແນວໃດກໍຕາມ, ຕົວເລກ 51.500 ວິສາຫະກິດຕ້ອງຖອນຕົວອອກຈາກຕະຫລາດ ຍັງສະແດງໃຫ້ເຫັນຄວາມຫຍຸ້ງຍາກທີ່ຍັງມີຢູ່, ເປັນຕົ້ນເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນຮອບໃຫມ່ ພາຍຫລັງວັນພັກບຸນເມື່ອວັນທີ 30  ເມສາ - ວັນທີ 1 ພຶດສະພາ ຜ່ານມາ.

ໂລກລະບາດໂຄວິດ 19 ກໍ່ແມ່ນສິ່ງທົດສອບກຳລັງຄວາມສາມາດຂອງແຕ່ລະວິສາຫະກິດ. ໃນສະພາບການໃບສັ່ງຊື້ສິນຄ້າຫລາຍສະບັບຖືກຍົກເລີກ, ລາຍຮັບຫລຸດລົງຢ່າງແຮງ, ຄະນະການນຳ ບໍລິສັດ ຫຸ້ນສ່ວນ Dgroupກໍ່ໄດ້ມີການປ່ຽນແປງຍຸດທະສາດ. ບັນດາແຜນການໄລຍະຍາວໄດ້ຫັນເປັນໄລຍະສັ້ນ, ຊ້ຳບໍ່ໜຳຍັງກາຍເປັນແຜນການຮີບດ່ວນ. ສຳລັບລູກຄ້າ ປ່ຽນແທນການຈັດຕັ້ງການພົບປະ ການປະຊຸມໂດຍກົງ ດ້ວຍການຫັນມາເປັນຮູບການອອນລາຍ.

ບັນດາມາດຕະການຄຸ້ມຄອງວິສາຫະກິດກໍ່ໄດ້ຮັບການປະຕິບັດຕາມທິດຫລຸດຜ່ອນລາຍຈ່າຍ ແຕ່ຍັງຄົງຮັບປະກັນຄວາມຄືບຫນ້າຂອງວຽກງານ ແລະ ສິດຜົນປະໂຫຍດຂອງຄົນງານ. ຍ້ອນມີການດັດປັບຢ່າງທັນການ ແລະເໝາະສົມນັ້ນ, ທາງບໍລິສັດຍັງຄົງຮັກສາການເຄື່ອນໄຫວຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ. ທ່ານນາງ ເລຢູງ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Dgroupໃຫ້ຮູ້ວ່າ:

“ຖ້າຫາກພາກສ່ວນໃດບໍ່ມີຄວາມຈຳເປັນຮີບດ່ວນແມ່ນບໍ່ຕ້ອງໄປຫ້ອງການ ພວກຂ້າພະເຈົ້າອະນຸຍາດໃຫ້ເຂົາເຈົ້າເຮັດວຽກຢູ່ບ້ານ. ພວກຂ້າພະເຈົ້າຫນູນຊ່ວຍບັນດາເຄື່ອງມືທີ່ຈຳເປັນ ແລະ ລາຍຈ່າຍເພື່ອໃຫ້ເຂົາເຈົ້າເຮັດວຽກຢູ່ບ້ານໂດຍບໍ່ມີຜົນສະທ້ອນເຖິງຄວາມຄືບຫນ້າວຽກງານ.ສຳລັບພະນັກງານຜັດປ່ຽນກັນເຮັດວຽກຢູ່ບ້ານ ພວກຂ້າພະເຈົ້າມີກົນໄກ ແລະ ວິທີຄຸ້ມຄອງຜ່ານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ຮັບປະກັນການຕິດຕໍ່ພົວພັນຢ່າງສະດວກ ແລະ ມີການລາຍງານເປັນປະຈຳ”

ຕົວຢ່າງອື່ນ ກ່ຽວກັບການຮັບມືຢ່າງມີໄຫວພິບຂອງວິສາຫະກິດໃນສະພາບເກີດໂລກລະບາດໂຄວິດ 19 ນັ້ນແມ່ນ ລະບົບCoopfoodພາກເຫນືອ. ນອກຈາກບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ລູກຄ້າ ແລະ ພະນັກງານແລ້ວ, ທາງບໍລິສັດຍັງເປັນເຈົ້າການໃນການສ້າງເຂດວັດຖຸດິບ, ສະສົມແຫລ່ງສິນຄ້າ. ເອື້ອຍ ເຈີນຖູຍເຮືອງ ພະນັກງານຫ້ອງການ MarketingລະບົບCoopfoodພາກເຫນືອ ແບ່ງປັນວ່າ:

ພວກຂ້າພະເຈົ້າໄດ້ວາງແຜນຮັບມືເມື່ອເກີດໂລກລະບາດໄວ້ ມາແຕ່ດົນແລ້ວພວກຂ້າພະເຈົ້າໄດ້ມີການເຮັດວຽກກັບບັນດາຄູ່ຮ່ວມມື ແລະ ແຫລ່ງສະຫນອງສິນຄ້າກ່ອນນັ້ນສະນັ້ນ ພວກຂ້າພະເຈົ້າ ຍາມໃດກໍ່ຮັບປະກັນລາຄາສິນຄ້າປົກກະຕິບໍ່ມີການປ່ຽນແປງໃດກ່ອນ ແລະ ຫລັງໂລກລະບາດ ເພື່ອໃຫ້ປະຊາຊົນຍາມໃດກໍ່ເຊື່ອໝັ້ນມາຊື້ສິນຄ້າຂອງພວກຂ້າພະເຈົ້າ.”

ນີ້ແມ່ນສອງວິສາຫະກິດ ໃນຈຳນວນວິສາຫະກິດຫວຽດນາມ ຫລາຍແຫ່ງທີ່ປະສົບຜົນສຳເລັດໃນການຮັບມືກັບສະພາບເກີດໂລກລະບາດໂຄວິດ 19, ຍ້ອນຄວາມມີໄຫວພິບ ແລະ ເປັນເຈົ້າການໃນການສ້າງວິທີການຮັບມືໂດຍໄວ. ຕາມທ່ານ ຫວູຕຽນລົກ, ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລ້ວ, ການພ້ອມກັນການຫນູນຊ່ວຍຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ຊ່ວຍໃຫ້ວິສາຫະກິດມີຄວາມໝັ້ນໃຈ ແລະ ຮັກສາການເຄື່ອນໄຫວດຳເນີນທຸລະກິດແລ້ວ, ເລື່ອງເສີມຂະຫຍາຍກຳລັງແຮງພາຍໃນແມ່ນບັນຫາຫລັກແຫລ່ງເພື່ອໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນ. ທ່ານ ຫວູຕຽນລົກ ຢືນຢັນວ່າ:

“ເພື່ອຄົງຕົວໄດ້ໃນສະພາບເກີດໂລກລະບາດຄືປະຈຸບັນ ພ້ອມທັງວິສາຫະກິດກໍ່ຕ້ອງມີແຜນການສ້າງໂຄງປະກອບຄືນໃຫມ່ໃນໄລຍະຈະມາເຖິງກ່ຽວກັບການຄຸ້ມຄອງບໍລິຫານ,Marketing, ພິເສດແມ່ນບັນຫາຫັນເປັນເປັນດີຈີຕອນໃນບັນດາວິສາຫະກິດ. ໂດຍອີງໃສ່ພື້ນຖານດີຈີຕອນເພື່ອຊຸກຍູ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ.”

ອາດເຫັນໄດ້ວ່າປະຊາຄົມວິສາຫະກິດຫວຽດນາມພວມປັບຕົວໃຫ້ແທດເໝາະກັບສະພາບການໃຫມ່ທີ່ຫຍຸ້ງຍາກນັ້ນເປັນຢ່າງດີ. ນີ້ກໍ່ແມ່ນສິ່ງຊື່ງຫລາຍຄົນໄດ້ຕັ້ງຄວາມຫວັງຕໍ່ວົງການນັກທຸລະກິດໃນຍຸກໃຫມ່ຊື່ງແມ່ນບັນດາຜູ້ຄົນທີ່ໄດ້ສວມບົດບາດສຳຄັນໃນການພັດທະນາພື້ນຖານເສດຖະກິດຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top