• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດເພີ່ມທະວີການຂຸດຄົ້ນຕະຫລາດພາຍໃນປະເທດ, ຕັ້ງຫນ້າກະຕຸກຊຸກຍູ້ກຳລັງ ຊື້ ຜະລິດຕະພັນພາຍໃນປະເທດ

      ພາຍຫລັງຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ຫວຽດນານ ກໍ່ພວມຕັ້ງຫນ້າເລີ່ມຟື້ນຟູພື້ນຖານເສດຖະກິດຄືນໃຫມ່. ຕາມບັນດານັກຊ່ຽວຊານແລ້ວ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ຊຸກຍູ້ການຜະລິດດຳເນີນທຸລະກິດ. ພິເສດ ໃນສະພາບການສົ່ງອອກພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນການຜັນແປ ຂອງໂລກລະບາດໃນໂລກຍັງສັບສົນ, ຕະຫລາດພາຍໃນປະເທດ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ ໄດ້ຮັບຖືວ່າແມ່ນສະຖານທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນເພື່ອໃຫ້ບັນດາວິສາຫະກິດສຸມໃສ່ຂຸດຄົ້ນ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນພາຍຫລັງໂລກລະບາດໂຄວິດ 19.

ວິສາຫະກິດຕຳ່ແຜ່ນຕັດຫຍິບເພີ່ມທະວີການຈຳຫນ່າຍຜະລິດຕະພັນຢູ່ຕະຫລາດພາຍໃນປະເທດ  
      ໂດຍແມ່ນຫນຶ່ງໃນບັນດາຂະແຫນງຜະລິດທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນໂລກລະບາດໂຄວິດ 19, ເດືອນເມສາປີນີ້ ວົງເງິນສົ່ງອອກຂອງຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ຫລຸດລົງເຖິງ 20% ເມື່ອທຽບໃສ່ເດືອນມີນາ. ໄລ່ລວມ 4 ເດືອນຕົ້ນປີ, ວົງເງິນສົ່ງອອກຂອງຂະແຫນງ ບັນລຸພຽງ 10 ກວ່າຕື້ USD, ຫລຸດລົງ 6,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕໍ່ຫນ້າສະພາບການດັ່ງກ່າວ, ມີວິສາຫະກິດຕຳ່ແຜ່ນຕັດຫຍິບ ໄດ້ຊອກຫາທິດກ້າວເດີນໃຫມ່ ນັ້ນແມ່ນເພີ່ມທະວີການຈຳຫນ່າຍຜະລິດຕະພັນຢູ່ຕະຫລາດພາຍໃນປະເທດ. ທ່ານ ບຸ່ຍດຶກທັງ, ຫົວຫນ້າຫ້ອງການ marketing ບໍລິສັດໃຫຍ່ຕັດຫຍິບ 10 ໃຫ້ຮູ້ວ່າ:
 ໃນວິວັດການພວກຂ້າພະເຈົ້າເປີດປະຕູ ກໍ່ມີສັນຍານດີສົມຄວນ ນັ້ນແມ່ນ ຜູ້ບໍລິໂພກ ກໍ່ດີໃຈ ແລະ ພ້ອມແລ້ວທີ່ຈະໄປຊື້ສິນຄ້າກ່ອນຫນ້ານັ້ນ ພວກຂ້າພະເຈົ້າໄດ້ກະກຽມສິນຄ້າຫລາຍຊະນິດ ເພື່ອຕອບສະຫນອງຄວາມນິຍົມຊົມໃຊ້ຂອງລູກຄ້າເຮັດໃຫ້ລາຍຮັບເລີ່ມເພີ່ມຂຶ້ນ ແລະ ຄ່ອຍໆກັບຄືນສູ່ສະພາບປົກກະຕິ.”
ເພື່ອຊຸກຍູ້ການຜະລິດດຳເນີນທຸລະກິດ ພາຍຫລັງໂລກລະບາດ, ມີວິສາຫະກິດຫລາຍແຫ່ງໄດ້ກຳນົດຄືນບັນດາຜະລິດຕະພັນ ແລະ ຕະຫລາດຍຸດທະສາດ, ສ້າງຕັ້ງ ແລະ ພັດທະນາການຮ່ວມສຳພັນລະຫວ່າງວິສາຫະກິດຜະລິດ ແລະ ວິສາຫະກິດຈຳຫນ່າຍ. ຄຽງຄູ່ກັນນັ້ນ ບັນດາວິສາຫະກິດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການຍົກລະດັບ ແລະ ເປີດກວ້າງພື້ນຖານໂຄງລ່າງການຜະລິດ, ບໍລິການເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ບໍລິໂພກ.
ໄລ່ລວມ 4 ເດືອນຕົ້ນປີນີ້ ຍອດປະລິມານສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກບໍລິການໃຊ້ສອຍ ແມ່ນຫລຸດລົງ 4,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຕ່ເຖິງຢ່າງໃດກໍຕາມ, ຂະແຫນງອຸດສາຫະກຳ ການຄ້າ ໄດ້ປະຕິບັດການເຊື່ອມຕໍ່ການສະຫນອງ ຄວາມຕ້ອງການ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ມີຜູ້ຊ່ຽວຊານຫລາຍທ່ານ ແລະ ການນຳວິສາຫະກິດຖືວ່າ ຕະຫລາດພາຍໃນ ພວມແມ່ນບ່ອນອີງທີ່ໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດຫວຽດນາມ. ທ່ານນາງ ແບກກີມເງິນ, ຜູ້ອຳນວຍການ ບໍລິສັດ ເງິນຢ່າງ ຈຳກັດ ຢືນຢັນວ່າ:
ພາຍຫລັງລັດຖະບານ ຜ່ອນຄາຍການປະຕິບັດໄລຍະຫ່າງສັງຄົມ ແລະ ບັນດາວິສາຫະກິດໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິວິສາຫະກິດພວກຂ້າພະເຈົ້າໄດ້ກະກຽມຂຶ້ນແຜນການໃຫ້ແກ່ການເຊື່ອມໂຍງເຂົ້າກັບຕະຫລາດຄືນໃຫມ່ສືບຕໍ່ການຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງຮ່ວມສຳພັນກັບລະບົບຈຳຫນ່າຍຮ້ານສັບພະສິນຄ້າລະບົບຂາຍຍ່ອຍ ເພື່ອນຳຜະລິດຕະພັນໄປຂາຍຢູ່ຕະຫລາດພາຍໃນປະເທດພວກຂ້າພະເຈົ້າເອົາໃຈໃສ່ເຖິງການກະຕຸກຊຸກຍູ້ຕະຫລາດພາຍໃນປະເທດ ເພາະວ່າ ນີ້ແມ່ນຕະຫລາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ
ຄວາມຈິງການຜັນແປຂອງຕະຫລາດຫວຽດນາມ ໃນໄລຍະຕ້ານໂລກລະບາດປະຈຸບັນ ອີກຄັ້ງຫນຶ່ງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງຕະຫລາດພາຍໃນແມ່ນໃຫຍ່ຫລວງທີ່ສຸດ ແລະ ມີແງ່ຫວັງສູງ. ຕາມນັກຊ່ຽວຊານຫລາຍທ່ານແລ້ວ, ແຜນນະໂຍບາຍເອົາໃຈໃສ່ເຖິງການເພີ່ມທະວີການຂຸດຄົ້ນຕະຫລາດພາຍໃນ ແລະ ກະຕຸກຊຸກຍູ້ກຳລັງຊື້ຜະລິດຕະພັນພາຍໃນປະເທດ ແມ່ນທິດກ້າວເດີນອັນຖືກຕ້ອງ ບໍ່ພຽງແຕ່ໃນໄລຍະປະຈຸບັນ ຫາກຍັງຊ່ວຍໃຫ້ພື້ນຖານເສດຖະກິດຂອງປະເທດຊາດໄດ້ຮັບການປັບປຸງໃນໄລຍະຍາວອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top