• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 5 ສະພາເລືອກຕັ້ງແຫ່ງຊາດ

      ຕອນບ່າຍວັນທີ 12 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນເຈົ້າການວາລະປະຊຸມຄັ້ງທີ 5 ສະພາເລືອກຕັ້ງແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: TTXVN)
      ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ນີ້ແມ່ນວາລະປະຊຸມຄັ້ງປະຖົມມະເລິກພາຍຫຼັງບູລະນະບາງທີ່ຕັ້ງບຸກຄະລາກອນໃນສະພາເລືອກຕັ້ງແຫ່ງຊາດ, ຮຽກຮ້ອງວຽກງານຊີ້ນຳ, ນຳພາການເລືອກຕັ້ງຕ້ອງຮັບປະກັນລັກສະນະຕໍ່ເນື່ອງ, ລຸລ່ວງ, ມີປະສິດທິຜົນ. ສະພາເລືອກຕັ້ງແຫ່ງຊາດຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ໂດຍກົງ ແລະ ຊີ້ນຳ, ແນະນຳການຈັດຕັ້ງການເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນ ເຮັດແນວໃດຕ້ອງຮັບປະກັນປະຊາທິປະໄຕ, ຖືກຕ້ອງຕາມຂໍ້ກຳກົດຂອງກົດໝາຍ, ປອດໄພ, ປະຢັດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງຄັດເລືອກສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນຜູ້ທີ່ດີເດັ່ນ, ເປັນຜູ້ຕາງໜ້າໃຫ້ສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ; ເພື່ອໃຫ້ວັນເລືອກຕັ້ງທີ 23 ພຶດສະພາ 2021 ຈະມາເຖິງ ກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທດຈິງ.
        ທີ່ວາລະປະຊຸມ, ສະພາເລືອກຕັ້ງໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດໜ້າທີ່ພາຍຫຼັງກອງປະຊຸມຄັ້ງທີ 4 ມາຮອດປະຈຸບັນ; ໃບຍື່ນສະເໜີກ່ຽວກັບການສ້າງຕັ້ງ ແລະ ຜັນຂະຫຍາຍບັນດາຄະນະຕິດຕາມກວດກາຂອງສະພາເລືອກຕັ້ງແຫ່ງຊາດຄັ້ງທີ 2 ແລະ ຄັ້ງທີ 3; ລາຍງານວຽກງານກະກຽມກອງປະຊຸມປຶກສາຫາລືຄັ້ງທີ 3…
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top