• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ລາຍການ Davines Hair Show 2015

ລາຍການ Davines Hair Show 2015 ເປັນລະດູການທີ 10 ດ້ວຍຫົວເລື່ອງວ່າ: “ຂ້ອຍຮັກສາຄວາມງາມ” ຫາກໍໄດ້ຈັດຂຶ້ນ ທີ່ສູນ Gem Center (ເມືອງ 1, ນະຄອນໂຮ່ຈີມິນ) ໄດ້ນຳເອົາ ຄວາມຮູ້ ສຶກທີ່ໃໝ່ອ່ຽມໃຫ້ແກ່ທ່ານຜູ້ຊົມກ່ຽວກັບຂະບວນວິວັດແຫ່ງການຊອກຄົ້ນຄວາມງາມ ແລະ ປະດິດສ້າງທິດທາງຊົງຜົມແຟຊັ່ນໃໝ່ທີສຸດຂອງປີ. 
ໃນສາມຊຸດສະສົມແບບຊົງຜົມຂອງນັກອອກແບບແຖວໜ້າຫວຽດ ນາມ ສອງທ່ານຄື ຮວ່າງມິງເຕີມ ມີຊຸດສະສົມທີ່ໃສ່ຊື່ວ່າ “Forgotten Beauty” (ຄວາມງາມທີ່ຖືກລືມ), ໂດນເຮົ້າ (Don Hau) ໃນຊຸດສະສົມທີ່ໃສ່ຊື່ວ່າ “Legend” (ຕຳນານ) ແລະ ຊຸດສະສົມຂອງບັນດານັກອອກແບບຊົງຜົນທີ່ມາຈາກສະຖາບັນແຟຊັ່ນຜົມ Allilon (ລອນດອນ, ອັງກິດ) ໃນຊຸດສະສົມທີ່ໃສ່ຊື່ວ່າ “Reverie” (ພາບແຕ້ມຂະຈິດ) ໄດ້ເຮັດໃຫ້ທ່ານຜູ້ຊົມມີຄວາມຮູ້ສຶກຫຼາຍຢ່າງທີ່ແຕກຕ່າງກັນ.

ດ້ວຍປະສົບການ ແລະ ຄວາມຄ່ອງແຄ້ວດ້ານສີມືຂອງຕົນ, ນັກອອກແບບຊົງຜົມ ຮວ່າງມິງເຕີມ ໄດ້ເຮັດໃຫ້ບັນດາທ່ານຜູ້ຊົມ ມີຄວາມປະທັບໃຈເມື່ອໄດ້ຊົມ ບັນດານາງແບບເດີນຢູ່ເທິງ ເວທີສະແດງ ກັບຊົງຜົມແບບຕ່າງໆທີ່ນອນຢູ່ໃນຊຸດສະສົມແຟຊັ່ນທີ່ໃສ່ຊື່ “Forgotten” ຂອງນັກອອກແບບແຟຊັ່ນ Kelly ບຸ່ຍ (Kelly Bui). ນັກອອກແບບ ຊົງຜົມ ຮວ່າງມິງເຕີມ ໄດ້ໄຂຄວາມໃນໃຈອອກມາວ່າ: ຕົວເອງລາວ ມີຄວາມຫວັງຢາກສ້າງຄວາມງາມທີ່ເຄີຍຖືກລືມຕາມການເວລາຄືນໃຫມ່, ນຳມາເຊີ່ງແບບລີລາຂອງຍຸກໃໝ່ ແລະ ສ້າງເປັນກະແສແນວຄິດໃໝ່ທີ່ມີລັກສະນະການນິຍົມສູງ. 

ນັກອອກແບບຊົງຜົມ ຮວ່າງມິງເຕີມ ອອກແບບຊົງຜົມ ເທິງເວທີ ສະແດງ. 








ສະແດງການແຕ່ງຕົວແບບຊົງຜົມໃນຊຸດສະສົມທີ່ໃສ່ຊື່: “ຄວາມງາມທີ່ຖືກລືມ” ຂອງນັກອອກແບບຊົງຜົມ ຮວ່າງມິງເຕີມ
ໃນລາຍການ Davines Hair Show 2015. 

 
ດ້ວຍຈຸດປະສົງເຊື່ອມຕໍ່ລະຫວ່າງ ຄວາມງາມຂອງບັນດາ ທົດສະວັດທີ່ແຕກຕ່າງກັນ, ນັກອອກແບບຊົງຜົມ ຮວ່າງມິງເຕີມ ໄດ້ນຳໃຊ້ເຕັກ ນິກຕັດຕໍ່ ເພື່ອສ້າງເປັນຮູບກ້ອນ,  ທຳລາຍສ່ວນປະກອບເຂົ້າກັນຢູ່ ທາງໃນ ແລະ ສ້າງຂຶ້ນການເໜັງຕີງລະຫວ່າງຮູບກ້ອນຕ່າງໆ ໃນຊຸດ ສະສົມຂອງຕົນ. “ຄວາມງາມທີ່ຖືກລືມ” ມຸ່ງສູ່ຄວາມງາມຊ້ອນແຝງ ຖືກປິດບັງຍ້ອນຮູບຊົງພາຍນອກທີ່ອ່ອນໂຍນ ແລະ ເບົາບາງ.

ເນື່ອງຈາກມີສີມືອັນຄ່ອງແຄ່ວ ບວກກັບຄວາມປະດິດຄິດສ້າງ ໂດຍບໍ່ ມີ ທີ່ສິ້ນສຸດ, ນັກອອກແບບຊົງຜົມ Don ເຮົ້າ ໄດ້ ປະດິດຂຶ້ນຮູບແບບຊົງຜົມ 17 ແບບ ຊຶ່ງນອນຢູ່ໃນຊຸດສະສົມ “Legend”. ບັນດາແບບຊົງຜົມໄດ້ຮັບການປະດິດສ້າງຮູບຊົງ ຢ່າງພິຖີພິຖັນ ພ້ອມກັບບັນດາ ຊຸດອາພອນສະທ້ອນແສງສີຍິບໆຂອງໂລຫະ ທີ່ລາວເອງເປັນຜູ້ອອກ ແບບ ປະສົມກັບສິ້ນສ່ວນປະກອບ ແລະ ເຄື່ອງປະດັບທີ່ແປກປະຫຼາດ ໄດ້ເຮັດໃຫ້ກາຍເປັນດວງດອກໄມ້ ທີ່ມີຄວາມງາມຢ່າງສຸດສາດ. ຊຸດ ສະສົມຊົງຜົມ “Legend” ແມ່ນການສະແດງອອກເຖິງຄວາມເບັ່ງບານ ຂອງວັນເດືອນທີ່ຂຶ້ນໆລົງໆຕະຫລອດໄລຍະການເຮັດອາຊີບ ຂອງ Don ເຮົ້າ. ລາວໄດ້ນຳໃຊ້ຫມົດຄວາມສາມາດຂອງຕົນ ເຂົ້າໃນ ບົດຜົນ ການປະດິດຄິດແຕ່ງ ແລະ ມຸ່ງຫວັງໃຫ້ກາຍເປັນ “ຕຳນານ” ຄືດັ່ງຊື່ ເອີ້ນຂອງມັນເອງ.


ນັກອອກແບບຊົງຜົມ Don ເຮົ້າ (ຜູ້ຢືນຢູ່ເບື້ອງຊ້າຍ) ອອກແບບຊົງຜົມ ຢູ່ເທິງເວທີສະແດງ Davines Hair Show 2015.










ສະແດງບັນດາຕົວແບບຊົງຜົມໃນຊຸດສະສົມ “ຕຳນານ” ຂອງ ນັກອອກແບບຊົງຜົມ Don ເຮົ້າ
ໃນລາຍການ Davines Hair Show 2015. 

 
ໃນລາຍການ Davines Hair Show 2015 ລະດູທີ 10 ນີ້, ບັນດາ ນັກອອກແບບຊົງຜົມຂອງສະຖາບັນບຳລຸງສ້າງແຟຊັ່ນ, ອອກແບບຜົມ Allilon ລອນດອນ ໄດ້ສະແດງຊຸດສະສົມ “Reverie” ຊຶ່ງເອົາ ແນວ ຄວາມຄິດສ້າງສັນຈາກບັນດາຮູບພາບສັດຂອງນັກສິລະປິນ Emily ເຕີນ. ຕົວແບບຊົງຜົມ 16 ແບບ ແມ່ນມີ 16 ຮູບຊົງ ທີ່ເຕັມໄປດ້ວຍອາ ລົມຈິດປະທັບໃຈ ກັບການລະເບີດຂຶ້ນ ຂອງບັນດາ ພາກສ່ວນສີສັນ ແຈ້ງ, ມືດ ທີ່ໄດ້ປະສົມເຂົ້າກັນ ຕາມແບບລີລາ ຈິດຕະກຳ. ບັນດາ ເຕັກນິກນຳໃຊ້ເພື່ອສ້າງຂຶ້ນຮູບຊົງສີສັນເປັນຫຼືບເປັນຊັ້ນນັ້ນແມ່ນ ບັນດານັກອອກແບບຊົງຜົມຢາກສົ່ງຄວາມຮັກ, ການຂຸ້ນຂ້ຽວຢ່າງແຂງແຮງຕ້ອງກອບກູ້ ແລະ ປົກປ້ອງຮັກສາສິ່ງທີ່ມີຊີວິດໃນໜ່ວຍພິພົບນີ້. 



ບັນດານັກອອກແບບຊົງຜົມຈາກສະຖາບັນ Allilon (ລອນດອນ, ອັງກິດ) ປະດິດສ້າງຕົວແບບຊົງຜົມ
ຢູ່ເທິງເວທີສະແດງ Davines Hair Show 2015.





ການສະແດງຊົງຜົມແບບຕ່າງໆຂອງບັນດານັກອອກແບບທີ່ມາຈາກ ສະຖາບັນ Allilon (ລອນດອນ, ອັງກິດ)
ໃນລາຍການ Davines Hair Show 2015.

 
ບົດ: ຫງວຽນແອວງ - ພາບ: ທົງຫາຍ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top