• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢຶດໝັ້ນລັດທິ ມາກເລນິນ, ແນວຄິດໂຮ່ຈີມິນ ແມ່ນການເລືອກເຟັ້ນຂອງພັກ, ຂອງປະຊາຊົນ

      ຮ່າງບົດລາຍງານການເມືອງທີ່ນຳສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ເນັ້ນຫນັກວ່າ: ແນວຄິດການຊີ້ນຳນຳພາຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມໃນໄລຍະຈະມາເຖິງ ແມ່ນ “ຢຶດໝັ້ນ ແລະໝູນໃຊ້, ພັດທະນາລັດທິມາກ ເລນິນ ແນວຄິດໂຮ່ຈິີມິນ ຢ່າງມີຫົວຄິດປະດິດສ້າງ, ຢຶດໝັ້ນເປົ້າໝາຍເອກະລາດຊົນຊາດ ແລະລັດທິສັງຄົມນິຍົມ, ຢຶດໝັ້ນແນວທາງການປ່ຽນແປງໃຫມ່ຂອງພັກ ເພື່ອສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ. ນີ້ແມ່ນບັນຫາມີລັກສະນະຫລັກການ, ໄດ້ຮັບການຢັ້ງຢືນເພີ່ມເຕີມ, ພັດທະນາຜ່ານ ກອງປະຊຸມຄັ້ງຕ່າງໆ ແລະ ແມ່ນຄວາມສະເຫມີຕົ້ນສະເຫມີປາຍໃນວິວັດການກ້າວໄປເຖິງເປົ້າໝາຍເພື່ອນຳປະເທດຫວຽດນາມກາຍເປັນປະເທດຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ວາດພາບເຖິງຮູບພາບລຸງໂຮ່ ເປັນປະທານກອງປະຊຸມໃຫຍ່ທົ່ວປວງຊົນທັງຊາດຢູ່ ເຕີນຈ່າວ ເມື່ອວັນທີ 16/8/1945
ພາບ:binhthanh.hochiminhcity.gov.vn
      ກ່ອນທີ່ມີພັກນຳພາ, ການລຸກຮຶ້ຂຶ້ນ, ຂະບວນການຂອງປັນຍາຊົນຜູ້ຮັກຊາດໄດ້ເຕົ້າໂຮມປະຊາຊົນເພື່ອຕ້ານພວກລ່າເມືອງຂຶ້ນຝລັ່ງເກີດຂຶ້ນ ຫລາຍຄັ້ງແຕ່ກໍ່ຖືກປາບປາມ, ເສັ້ນທາງປົດປ່ອຍຊາດເກືອບຄືວ່າບໍ່ມີທາງອອກ. ຈົນເຖິງເມື່ອຜູ້ນຳ ຫງວຽນອາຍກວັກ (ປະທານໂຮ່ຈີມິນ) ພາຍຫລັງອອກເດີນທາງເຄື່ອນໄຫວກູ້ຊາດຢູ່ຕ່າງປະເທດມາເປັນເວລາຫລາຍປີ ໄດ້ສຳຜັດກັບລັດທິ ມາກເລນິນ
ເສັ້ນທາງກູ້ຊາດຫວຽດນາມ ຈຶ່ງມີບາດກ້າວຫັນປ່ຽນໂດຍພື້ນຖານ. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ (ວັນທີ 3 ກຸມພາປີ 1930) ພາຍໃຕ້ການນຳພາ ຂອງພັກ ແລະ ແສງສະຫວ່າງຂອງລັດທິ ມາກເລນິນ ປະເທດຊາດ ຈຶ່ງມີ ເອກະລາດ ເສລິພາບ, ສະຖຽນລະພາບ ແລະ ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບມີຄວາມອີ່ມໜຳສຳລານສົມບູນພູນສຸກ.
ພິເສດໃນໄລຍະເກືອບ 35 ປີ ແຫ່ງການປ່ຽນແປງໃຫມ່ (ປີ 1986 ມາຮອດປະຈຸບັນ), ຍ້ອນໄດ້ຢຶດໝັ້ນຕໍ່ລັດທິ ມາກເລນິນ ແນວຄິດໂຮ່ຈີມິນ ໃນສະພາບການໂລກພວມຜັນແປໄປຢ່າງສັບສົນ, ກິດຈະການປ່ຽນແປງໃຫມ່ຂອງຫວຽດນາມ ຍາດໄດ້ຜົນງານໃຫຍ່ຫລວງຫລາຍຢ່າງໃນທຸກຂົງເຂດ.
ຕາມທ່ານ ເຢືອງກວາງຟາຍ ອະດີດຫົວຫນ້າກົມ, ຄະນະກຳມະການກວດກາສູນກາງພັກແລ້ວ, ລັດທິ ມາກເລນິນ ແນວຄິດໂຮ່ຈີມິນ ຍັງຄົງແມ່ນແນວທາງກ້າວຫນ້າ, ການປະຕິວັດໂລກ ຢູ່ຈຸດເວລາປະຈຸບັນ ຍ້ອນລັກສະນະວິທະຍາສາດ ແລະ ສັດຈະວິພາກ:
ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ, ເອກະສານການເມືອງກອງປະຊຸມໃຫຍ່ໃນຄັ້ງຕ່າງໆ ແລະ ກົດລະບຽບພັກ ລ້ວນແຕ່ຢັ້ງຢືນ: ພັກກອມມູນິດ ຫວຽດນາມຖືລັດທິ ມາກເລນິນ   ແມ່ນພື້ນຖານແນວຄິດ ແລະ ແມ່ນເຂັມຊີ້ທິດໃຫ້ການກະທຳ. ແຕ່ວ່າ ນັບແຕ່ວິວັດການຄົ້ນຄວ້າທິດສະດີ ແລະສະຫລຸບພຶດຕິກຳຕົວຈິງ, ພັກກອມມູນິດຫວຽດນາມ ນັບມື້ນັບມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງບົດບາດຂອງແນວຄິດໂຮ່ຈີມິນຕໍ່ການພັດທະນາຂອງວິວັດການປະຕິວັດ ຫວຽດນາມ ແລະໄດ້ເພີ່ມເຕີມເຂົ້າພື້ນຖານແນວຄິດຂອງຕົນ.
ຈຸດເດັ່ນຂອງແນວແນວຄິດໂຮ່ຈີມິນ ແມ່ນການພັດທະນາບົນພື້ນຖານສືບທອດ, ຄັດເລືອກເອົາແນວຄິດ, ຄຸນຄ່າມູນເຊື້ອຂອງຊາດຫວຽດນາມ, ເໝາະສົມກັບພຶດຕິກຳຕົວຈິງຂອງສະພາບການປະຫວັດສາດຫວຽດນາມ, ຮັບເອົາ ແລະໝູນໃຊ້ສິ່ງຍອດຢ້ຽມດ້ານວັດທະນະທຳຂອງມວນມະນຸດ, ວັດທະນະທຳຝ່າຍຕາເວັນອອກ, ຕາເວັນຕົກ ພິເສດແມ່ນລັດທິ ມາກເລນິນ ຢ່າງມີຫົວຄິດປະດິດສ້າງ. ການຊີ້ນຳນຳພາອັນຖືກຕ້ອງຂອງພັກ ດ້ວຍເຂັມຊີ້ທິດແມ່ນລັດທິ ມາກເລນິນ -ແນວຄິດໂຮ່ຈີມິນ ໄດ້ສົມທົບຢ່າງກົມກຽວລະຫວ່າງກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄຫມ ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນໃນການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານ ຟ້າມວັນເຫີບ ຢູ່ຖະຫນົນ ເຈີນກວາງຢ້ຽວ ຮ່າໂນ້ຍ ໄດ້ເນັ້ນຫນັກວ່າ:
   “ລັດທິ ມາກເລນິນ ແນວຄິດໂຮ່ຈີມິນ ແມ່ນເງື່ອນໄຂທຳອິດ ແລະ ແນ່ນອນວ່າຈະສ້າງໄຊຊະນະໃຫ້ແກ່ຊາດຫວຽດນາມ. ໝາກຜົນຈະແຈ້ງທີ່ສຸດຈາກການ ນຳພາຂອງພັກ ນັ້ນແມ່ນບັນດາຜົນງານດ້ານເສດຖະກິດສັງຄົມຂອງພວກເຮົາປະຈຸບັນ ໃນການພັດທະນາເສດຖະກິດ, ໃນຂະບວນການຕ້ານໂລກລະບາດໂຄວິດ 19”
ມາຮອດປະຈຸບັນ ຊາວຜູ້ອອກແຮງງານຕ່າງໆ, ບັນດາຂະບວນການສັງຄົມ,  ນັກເຄື່ອນໄຫວໃນສັງຄົມ ແລະມວນມະນຸດທີ່ກ້າວຫນ້າໃນໂລກ ຍັງບໍ່ທັນເຫັນແນວຄິດໃດສາມາດປ່ຽນແທນແນວຄິດລັດທິ ມາກເລນິນ ໃນການຕໍ່ສູ້ແກ້ໄຂບັນດາບັນຫາສັງຄົມ, ສູ້ຊົນເພື່ອແນວຄິດອັນສູງສົ່ງກ່ຽວກັບຄວາມກ້າວຫນ້າສັງຄົມ ແລະ ປົດປ່ອຍມະນຸດ ໄດ້. ປອ ຮ່າເຊີນທາຍ ອາຈານສອນວິທະຍາຄານການເມືອງ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ເລື່ອງພັກກອມມູນິດຫວຽດນາມ ຢຶດໝັ້ນເສັ້ນທາງໄດ້ເລືອກ ແມ່ນການເລືອກເຟັ້ນອັນຖືກຕ້ອງ ແລະ     ການເລືອກເຟັ້ນຂອງປະຫວັດສາດ ຂອງປະຊາຊົນ.                                     
 “ພຶດຕິກຳຕົວຈິງການປະຕິວັດຫວຽດນາມ ເວົ້າສະເພາະ ແລະໂລກເວົ້າລວມ ພິເສດແມ່ນການປະຕິວັດເດືອນຕຸລາ ລັດເຊຍ ປີ 1917 ແລະການປະຕິວັດເດືອນ ສິງຫາປີ 1945 ຢູ່ ຫວຽດນາມ ພ້ອມກັບຜົນງານຂອງກິດຈະການປ່ຽນແປງໃຫມ່ໃນໄລຍະກວ່າ 30 ປີຜ່ານມາ.ນັ້ນເປັນການພິສູດໃຫ້ເຫັນການເລືອກເຟັ້ນຂອງພັກ, ຂອງລຸງໂຮ່: ພັກເຮົາໄດ້ນຳເອົາລັດທິ ມາກເລນິນ ແນວຄິດໂຮ່ຈີມິນ ເປັນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວຂອງຕົນ”
ຫວຽດນາມ ພວມຍູ້ແຮງພາລະກິດແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ໃນສະພາບໂລກ,ພາກພື້ນ ແລະ ພາຍໃນປະເທດມີການຜັນແປຢ່າງສັບສົນຍາກທີ່ຈະຄາດຄະເນລ່ວງຫນ້າໄດ້.ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນພາຍພາກຫນ້າກໍຕາມ ແຕ່ຕໍ່ຫນ້າທີ່ຕັ້ງບົດບາດອິດທິພົນຊື່ສຽງ ຂອງຫວຽດນາມ ທີ່ບັນລຸໄດ້ໃນຕະຫລອດ 90 ປີຜ່ານມາ ນັບແຕ່ເມື່ອມີການຊີ້ນຳນຳພາຈາກພັກກອມມູນິດຫວຽດນາມ  ໄດ້ນຳເອົາ ຄວາມເຊື່ອໝັ້ນ, ຢຶດໝັ້ນລັດທິ ມາກເລນິນ ແນວຄິດໂຮ່ຈີມິນມາໃຫ້ປະຊາຊົນ. ເສັ້ນທາງການປະຕິວັດອັນຖືກຕ້ອງ, ມີວິທະຍາສາດ ແລະ ກຳລັງແຮງຂອງຍຸກສະໄຫມ ນັ້ນແມ່ນບັນດາພື້ນຖານອັນໝັ້ນແກ່ນເພື່ອໃຫ້ພັກກອມມູນິດຫວຽດນາມ  ນຳພາປະຊາຊົນທັງຊາດ ປະຕິບັດເປົ້າໝາຍ: ເອກະລາດຂອງຊາດ ຕິດພັນກັບລັດທິສັງຄົມນິຍົມ ຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top