• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ແມ່ນ​ບັນ​ຫາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຈີນ

     ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ, 71 ປີ ແຫ່ງວັນຊາດຈີນ ແລະ ການສະເຫຼີມສະຫຼອງ 70ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ, ວັນທີ 29 ກັນຍາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ດຳເນີນການໂອ້ລົມທາງໂທລະສັບ

 ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ (ພາບ: TTXVN) 
      ທີ່ການໂອ້ລົມທາງໂທລະສັບ, ທ່ານ ສິຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເນັ້ນໜັກວ່າ ພັກ, ລັດ ຈີນ ຖືການພົວພັນບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ເປັນສຳຄັນທີ່ສຸດ, ທ່ານຢັ້ງຢືນວ່າ ຈີນ ຈະສືບຕໍ່ຕັ້ງໜ້າສະໜັບສະໜູນ ຫວຽດນາມ ປະຕິບັດໜ້າທີ່ກຳມະການບໍ່ປະຈຳການ ຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປະທານ ໝູນວຽນ ອາຊຽນ ປີ 2020 ໃຫ້ສຳເລັດເປັນຢ່າງດີ. ພ້ອມທັງສະແດງວຄວາມພ້ອມກັບການນຳຂັ້ນສູງ ຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດ, ຍູ້ແຮງການຮ່ວມມືແທດຈິງ ແລະ ມີປະສິດທິຜົນ ລະຫວ່າງ ສອງປະເທດ ໃນບັນດາຂົງເຂດ ໃຫ້ຫຼາຍກ່ວາອີກ, ນຳການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ ຈີນ - ຫວຽດນາມ ພັດທະນານັບມື້ນັບເລິກເຊິ່ງກ້ວາງຂວາງ, ນຳເອົາຜົນປະໂຫຍດ ອັນແທດຈິງ ມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
            ສ່ວນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ໃນຕະຫຼອດໄລຍະ 70 ປີທີ່ຜ່ານມາ, ການພົວພັນ ລະຫວ່າງ ຫວຽດນາມ - ຈີນ ເຖິງວ່າຜ່ານການເວລາມາໄດ້ຫຼາຍປີແລ້ວ ກໍ່ຕາມ ແຕ່ຍາມໃດ ນ້ຳໃຈໄມຕິຈິດມິດຕະພາບ ແລະ ການຮ່ວມມືຍາມໃດກໍ່ແມ່ນບັນຫາສຳຄັນຕົ້ນຕໍ. ທ່ານ ຫງວຽນຝູຈ້ອງ, ຖືວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສອງຝ່າຍໄດ້ດຳເນີນຫຼາຍການເຄື່ອນໄຫວແລກປ່ຽນ ດ້ວຍຫຼາຍຮູບການ ທີ່ມີໄຫວພິບ, ບັນລຸໄດ້ໝາກຜົນທີ່ດີ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ຈີນ. ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ແກ້ໄຂບັນດາບັນຫາຍັງຄົງຄ້າງ, ພິເສດແມ່ນບັນຫາຢູ່ທະເລ, ຕາມເນື້ອໃນຈິດໃຈຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງແຕ່ລະພັກ, ແຕ່ລະປະເທດລັດ.
(ແຫຼ່ງຄັດຈາກ VOV)


 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top