• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ສູ້ຊົນກາຍເປັນມະຫາວິທະຍາໄລ “ມີຄຸນນະພາບສູງ” ນອນໃນກຸ່ມແຖວໜ້າຢູ່ ອາຊີ ແລະ ໃນໂລກ

      ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະ ອວຍພອນໃຫ້ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາສູນບຳລຸງສ້າງຂັ້ນມະຫາວິທະຍາໄລ, ຫຼັງມະຫາວິທະຍາໄລ ດ້ວຍລະດັບສາກົນ, ສວມບົດບາດສຳຄັນໃນລະບົບສຶກສາຂັ້ນມະຫາວິທະຍາໄລຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຈົດໝາຍໄປຍັງມະຫາວິທະຍາໄລ ໂຮ່ຈີມິນ
(ພາບປະກອບ: TTXVN)
      ວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຈົດໝາຍໄປຍັງມະຫາວິທະຍາໄລ ໂຮ່ຈີມິນ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະ ອວຍພອນໃຫ້ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາສູນບຳລຸງສ້າງຂັ້ນມະຫາວິທະຍາໄລ, ຫຼັງມະຫາວິທະຍາໄລ ແລະ ຄົ້ນຄວ້າວິທະຍາສາດ - ເຕັກໂນໂລຊີຫຼາຍຂະແໜງ, ຫຼາຍຂົງເຂດ, ມີຄຸນນະພາບສູງ, ດ້ວຍລະດັບສາກົນ, ສວມບົດບາດສຳຄັນໃນລະບົບສຶກສາຂັ້ນມະຫາວິທະຍາໄລຂອງ ຫວຽດນາມ. ປີ 2021, ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ທາງໂຮງຮຽນໄດ້ເປັນເຈົ້າການຮັບມື, ຫັນປ່ຽນວິທີການເຮັດວຽກ ແລະ ວຽກງານບຳລຸງສ້າງໃຫ້ເໝາະສົມໂດຍໄວ, ຍູ້ແຮງຄວາມເປັນເຈົ້າການ, ສືບຕໍ່ຮັກສາລະດັບສູງໃນບັນດາຕາຕະລາງຈັດອັນດັບມະຫາວິທະຍາໄລຂອງພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຈະເສີມຂະຫຍາຍຈິດໃຈເຂັ້ມແຂງດ້ວຍຕົນເອງ, ບືນຕົວຂຶ້ນຢ່າງແຮງຈາກກຳລັງແຮງຂອງຕົນ; ສ້າງ ແລະ ພັດທະນາມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໃຫ້ກາຍເປັນລະບົບມະຫາວິທະຍາໄລ “ມີຄຸນນະພາບສູງ”, ໃນກຸ່ມແຖວໜ້າຢູ່ ອາຊີ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top