• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ແຂວງ ກວາງນິງ

ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ມອບຂອງຂວັນ 250 ພູດໃຫ້ຜູ້ຕາງໜ້າຄອບຄົວນະໂຍບາຍ.
ທ່ານພົນໂທ ຮ່ວາງຊວນຈຽນ ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ”. (ພາບ: bienphong.com.vn)

ວັນທີ 14 ມັງກອນ, ທ່ານພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ພະນັກງານ, ນັກຮົບຢູ່ບັນດາກົມກອງທະຫານຊາຍແດນ ແລະ ຄອບຄົວນະໂຍບາຍໃນບໍລິເວນເຂດຊາຍແດນນະຄອນ ມອງກາຍ ແລະ ເມືອງ ຫາຍຮ່າ,  ແຂວງ ກວາງນິງ. ຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ມອບຂອງຂວັນ 250 ພູດໃຫ້ຜູ້ຕາງໜ້າຄອບຄົວນະໂຍບາຍ; ມອບທຶນສຶກສາ 250 ທຶນໃຫ້ບັນດານັກຮຽນທຸກຍາກໃນບໍລິເວນເຂດຊາຍແດນຂອງແຂວງ ກວາງນິງ.

        ເມື່ອໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ປໍ່ແຫ່ນ ແລະ ກວາງດຶກ, ທ່ານພົນໂທ ຮ່ວາງຊວນຈຽນ ສະເໜີໃຫ້ບັນດາກົມກອງຮັກສາທ່າກຽມພ້ອມສູ້ຮົບ ແລະ ເພີ່ມທະວີການລາດຕາເວັນ, ກວດກາ, ກຳແໜ້ນສະພາບການ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ເຂດຊາຍແດນໄວ້ຢ່າງໝັ້ນຄົງ; ຍູ້ແຮງການໂຄສະນາກ່ຽວກັບກົດໝາຍວ່າດ້ວຍທະຫານຊາຍແດນ ຫວຽດນາມ ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top