• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຟ້າມຈີແຄ໋ງ ແລະ ຜູ້ມີຄວາມຫຼົງໄຫຼກັບເຄື່ອງດົນຕີພື້ນເມືອງ

ເຮືອນຫຼັງນ້ອຍ ຂອງທ່ານ ຟ້າມຈີແຄ໋ງ ຕັ້ງຢູ່ຖະໜົນ ຮ່າງນ໋ອນ (ຮ່າໂນ້ຍ) ຖືເປັນ “ຫໍພິພິທະພັນ” ເຄື່ອງດົນຕີພື້ນເມືອງ ຫວຽດ ນາມ ທີ່ຫຍໍ້ສ່ວນ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານ ຟ້າມຈີແຄ໋ງ ຍັງຮູ້ວິທີ ຜະລິດ ແລະ ນຳໃຊ້ເຄື່ອງດົນຕີພື້ນເມືອງ ຫຼາຍຊະນິດທີ່ ແຕກ ຕ່າງກັນ. 
ກຳເນີດເກີດ ໃນຄອບຄົວ ທ່ີມີມູນເຊື້ອ ຜະລິດເຄື່ອງດົນຕີ ຢູ່ ຮ່າງ ນ໋ອນ, ພໍ່ແມ່ນ ທ່ານ ຟ້າມຈີເດືອງ, ເປັນນາຍຊ່າງຜະລິດເຄື່ອງ ດົນຕີ ທີ່ມີຊື່ສຽງຢູ່ ຮ່າໂນ້ຍ, ສະນັ້ນ “ເຄື່ອງດົນຕີພື້ນເມືອງ ຈິ່ງມີ ຄວາມສະໜິດຕິດພັນກັບ ທ່ານ ຟ້າມຈີແຄ໋ງ ຕັ້ງແຕ່ເຍົາໄວ”. ທ່ານ ແຄ໋ງ ໄດ້ຮູ້ຈັກກັບການຜະລິດ ໜ້າກອງຕັ້ງແຕ່ອາຍຸ 8-9 ປີ. ເມື່ອ ເຂົ້າໃຈໄດ້ຄຸນຄ່າຂອງ ເຄື່ອງດົນຕີພື້ນເມືອງ, ທ່ານ ຟ້າມຈີແຄ໋ງ ໄດ້ຊອກຮູ້ຮໍ່າຮຽນ ວິທີການຜະລິດເຄື່ອງດົນຕີມູນເຊື້ອຫຼາຍ ຊະ ນິດ ທີ່ແຕກຕ່າງກັນ. 

ເຮັດວຽກຢູ່ໂຮງລະຄອນ ລິເກ ສູນກາງ, ສະນັ້ນ ທ່ານ ແຄ໋ງ ໄດ້ມີເງື່ອນໄຂເພື່ອໄປສະແດງ ຢູ່ຫຼາຍທ້ອງຖິ່ນໃນທ່ົວປະເທດ. ສຳລັບ ທ່ານ ຟ້າມຈີ໋ແຄ໋ງ, ການໄປສະແດງທຸກໆ ຄັ້ງ ຈະແມ່ນໂອກາດໄດ້ໄປຊອກຮູ້, ສະສົມເຄື່ອງດົນຕີພື້ນເມືອງ ຂອງ ບັນດາຊົນເຜົ່າ ຢູ່ ຫວຽດນາມ. 


ທ່ານ ຟ້າມຈີແຄ໋ງ ພວມສະແດງດົນຕີໃນເຂດຫວ່າງສະແດງເຄື່ອງດົນຕີຂອງຕົນ.  


ທ່ານ ຟ້າມຈີແຄ໋ງ ພວມປະຕິບັດບັນດາຂັ້ນຕອນໃນການຜະລິດ ດ່າເບົ່າ.


ໝາກນຳເຕົ້າແຫ້ງ ໄດ້ຕັດ ແລະ ຄວັດຮູເພື່ອຕໍ່ສາຍ.


ທ່ານ ຟ້າມຈີແຄ໋ງ ພວມປະຕິບັດບັນດາຂັ້ນຕອນສຸດທ້າຍໃນການຜະລິດ ດ່າເບົ່າ.



ທ່ານ ຟ້າມຈີແຄ໋ງ ພວມປະຕິບັດບັນດາຂັ້ນຕອນສຸດທ້າຍໃນການຜະລິດ ພິມ.


ການປະກອບ ແລະ ສຳເລັດບັນດາຂັ້ນຕອນການຜະລິດ ພິມ. 


ເຄື່ອງດົນຕີ ເຕີຣືງ ໄດ້ຜະລິດໂດຍທ່ານ ຟ້າມຈີແຄ໋ງ.


ມູມໜຶ່ງຫວ່າງສະແດງບັນດາເຄື່ອງດົນຕີພື້ນເມືອງ ທີ່ເຮືອນຂອງທ່ານ ຟ້າມຈີແຄ໋ງ.

ຈາກເຄື່ອງດົນຕີພື້ນເມືອງຈຳນວນໜຶ່ງ ທີ່ໄດ້ສືບທອດຈາກພໍ່, ປັດ ຈຸບັນ ທ່ານ ແຄ໋ງ ສາມາດຜະລິດ ເຄື່ອງດົນຕີ ຂອງ ບັນດາເຜົ່າ ໄດ້ຫຼາຍຮ້ອຍຊະນິດ ທີ່ແຕກຕ່າງກັນ, ນັບແຕ່ຊົນເຜົ່າສ່ວນນ້ອຍ ເຂດ ໄຕບັກ ເຖິງບັນດາຊົນເຜົ່າ ທີ່ມີພື້ນຖານວັດທະ ນະທຳດີເດ່ັນ ຢູ່ເຂດ ໄຕຫງວຽນ. 

ບໍ່ພຽງແຕ່ໄດ້ຮຽນຮູ້ວິທີຜະລິດເຄື່ອງດົນຕີພື້ນເມືອງ ໃດໜຶ່ງເທົ່າ ນັ້ນ, ພວກຂ້າພະເຈົ້າຍັງໄດ້ທ່ານ ແຄ໋ງ ເລົ່າສູ່ຟັງເລື່ອງລາວຕ່າງໆ ກ່ຽວກັບປະຫວັດຄວາມເປັນມາ ແລະ ຊື່ເອີ້ນ ຂອງ ເຄື່ອງດົນຕີ ຊະນິດນັ້ນອີກດ້ວຍ.

ດ່ານເບົ່າ (ເຄື່ອງດົນຕີພື້ນເມືອງໜຶ່ງ ຂອງ ຫວຽດນາມ ມີສາຍ ດຽວ) ແມ່ນຫຼັກຖານພະຍານໜຶ່ງ. ປັດຈຸບັນ, ທ່ານ ແຄ໋ງ ມີ ດ່ານ ເບົ່າ 3 ໜ່ວຍທີ່ໄດ້ລອກແບບສະບັບຕົ້ນ. ດ່ານເບົ່າ ໜ່ວຍທຳອິດ ເພິ່ນ ໄດ້ປະດິດສ້າງຄືນຕາມຮູບພາບເກົ່າ ໄດ້ປະໄວ້. ດ່ານເບົ່າ ໜ່ວຍທີສອງ ມີຂະໜາດນ້ອຍກວ່າເມື່ອທຽບກັບດ່ານເບົ່າ ໜ່ວຍ ທຳອິດ ແລະ ໄດ້ນຳໃຊ້ໃນການຂັບເສີມ. ສ່ວນດ່ານເບົ່າ ໜ່ວຍ ທີສາມ ໄດ້ປະດິດສ້າງຂຶ້ນນັບຕັ້ງແຕ່ມີດົນຕີ ເອເລັກໂຕຣນິກ. 


ເຄື່ອງດົນຕີ Klong put


ດ່ານເບົ່າ ໜ່ວຍທຳອິດ ເພິ່ນ ໄດ້ປະດິດສ້າງຄືນຕາມຮູບພາບເກົ່າ ໄດ້ປະໄວ້. 


ດ່ານ ເບົ່າ.


ປະເພດ ດ່ານ ເບົ່າ ນຳໃຊ້ໃນການຂັບ ເສີມ.


ພິມສິບຫົກສາຍ.


ພິນ


ດ່ານ ງ໋າວ. 


ກອງ ແຟກ 
ນຳໃຊ້ໃນການຂັບ ວັນ.


ສະໃນເຂົາຄວາຍ ແລະ ສະໃນຫອຍ.


ກອງ ຈີນັງ.

ບໍ່ພຽງແຕ່ຮູ້ວິທີຜະລິດເຄື່ອງດົນຕີ ເທ່ົານັ້ນ, ທ່ານ ແຄ໋ງ ຍັງຮູ້ສະ ແດງ ບົດດົນຕີພື້ນເມືອງ ຂອງ ຫວຽດນາມ ດ້ວຍເຄື່ອງດົນຕີ ທີ່ ເພິ່ນປະດິດສ້າງຂຶ້ນ ອີກດ້ວຍ. 

ທ່ານ ແຄ໋ງ ໃຫ້ຮູ້ວ່າ ດົນຕີເວົ້າລວມ, ໂດຍສະເພາະແມ່ນ ດົນຕີ ພື້ນເມືອງ ເປັນສຽງຈາກໃຈ ຂອງ ຊາວ ຮ່າໂນ້ຍ ທ່ີຮັກຫອມ ຮັກ ສັນຕິພາບ, ຮັກຄວາມງາມ. ນັ້ນແມ່ນ ພະລັງແຮງອ່ອນ ທ່ີຈູງໃຈ ເພື່ອເຮັດໃຫ້ ຮ່າໂນ້ຍ ກາຍເປັນຕົວເມືອງ ໜຶ່ງທີ່ງົດງາມ ແລະ ຍືນ ຍົງ ຕະຫຼອດໄປ.

 
ບົດ: ຖາວວີ - ພາບ: ແທງຢາງ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top