• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຟື້ນຟູໝູ່ບ້ານ ຫັດຖະກໍາ ໄມ້ໄຜ່ ທູຮ່ົງ

ເຕັກນິກການປຸກເຮືອນດ້ວຍໄມ້ໄຜ່  ທີ່ໄດ້ຮັບການ ຕີລາຄາ ວ່າ ດີທ່ີສຸດຢູ່ພາກເໜືອ, ພ້ອມກັບຄວາມກະຕືລືລົ້ນ, ຄວາມ ເຊື່ອ ໝັ້ນ ແລະ ຄວາມສັດທາ ຂອງຕົນ, ສະຫະກອນ ຜະລິດໄມ້ໄຜ່ ທູຮ່ົງ ໄດ້ຟື້ນຟູຄືນໃໝ່ ໝູ່ບ້ານອາຊີບແຫ່ງໜຶ່ງ ທີ່ມີຊື່ສຽງຢູ່ ນະ ຄອນ ຮ່າໂນ້ຍ. 
ປີ 2016, ສະຫະກອນ ຜະລິດໄມ້ໄຜ່ ທູຮ່ົງ ຢູ່ຕາແສງ ຊວນທູ, ເມືອງ ຊອ໋ກເຊີນ, ນະຄອນ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງຂຶ້ນມາ (ແຕ່ກ່ອນເປັນໂຮງງານ ຜະລິດຕະພັນຈັກສານ ຫວາຍ, ໄມ້ໄຜ່ ທູກຸກ), ນີ້ເປັນການຢັ້ງຢືນ ກ່ຽວກັບ “ການຟື້ນຄືນໃໝ່” ຂອງ ອາ ຊີບ ຜະລິດ ໄມ້ໄຜ່ ຢູ່ທ້ອງຖິ່ນດັ່ງກ່າວ. 

ທ່ານ ຫງວຽນວັນເຕື້ອ, ຮອງອຳນວຍການ ສະຫະກອນ ຜະລິດ ໄມ້ໄຜ່ ທູຮົ່ງ ໃຫ້ຮູ້ວ່າ ປັດຈຸບັນ, ສະຫະກອນ ພວມທໍາການກໍ່ ສ້າງ ເຮືອນໄມ້ໄຜ່ ຕາມບັນດາເຂດທ່ອງທ່ຽວທຳມະຊາດ, ເຂດ ພັກຜ່ອນ ເພື່ອສຸຂະພາບ ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ສາມາດຢັ້ງຢືນໄດ້ວ່າ ທົ່ວພາກເໜືອ ມີພຽງ ໝູ່ ບ້ານ ທູຮົ່ງ ຈຶ່ງມີເຕັກນິກການ ປຸກເຮືອນ ດ້ວຍໄມ້ໄຜ່ ທີ່ແໜ້ນ ໜາ ທີ່ສຸດ. 


ບັນດາກິດຈະການກໍ່ສ້າງດ້ວຍໄມ້ໄຜ່ ຕ້ອງນຳໃຊ້ປະເພດ ໄມ້ໄຜ່ ໄດ້ແຊ່ນໍ້າ ຄົບ ຕາມມາດຕະຖານ 3 ປີ. ພາບ: ແທງຢາງ/VNP


ການຄວັດ, ເຈາະດ້ວຍມືທັງແຫຼມທັງແໜ້ນ, ເຮັດໃຫ້ໄມ້ໄຜ່ ບໍ່ແຕກ. ພາບ: ແທງຢາງ/VNP


ບັນດາຊານຊ່າງ ພວມສານກະແຕະເຂົ້າກັນ ກາຍເປັນຜະລິດ ຕະພັນທີ່ໜ້າ ປະທັບໃຈ. ພາບ: ແທງຢາງ/VNP


ກະແຕະໄມ້ໄຜ່ ໄດ້ຜ່າເປັນກະແຕະນ້ອຍຫຼາຍແຕະ.  ພາບ: ແທງຢາງ/VNP


ກະແຕະໄດ້ສານເຂົ້າກັນ ກາຍເປັນຜະລິດຕະພັນທີ່ໜ້າ ປະທັບໃຈ. ພາບ: ແທງຢາງ/VNP


ບັນດານາຍຊ່າງ ພວມສ້າງ ເຮືອນໄມ້ໄຜ່ ໃຫ້ສົມບູນແບບ. ພາບ: ແທງຢາງ/VNP


ບັນດາຂັ້ນຕອນສຸດທ້າຍ ເພື່ອເຮັດໃຫ້ການສ້າງ ເຮືອນ ໄມ້ໄຜ່ ໄດ້ສົມບູນແບບ. ພາບ: ແທງຢາງ/VNP

ນາຍຊ່າງຂອງສະຫະກອນ ທູຮ່ົງ ມີເຕັກນິກ ການປຸກເຮືອນ ດ້ວຍ ໄມ້ໄຜ່ ແບບບໍ່ຊໍ້າໃຜ. ເຂົາເຈົ້າຄວັດ, ເຈາະດ້ວຍມືທັງ ແຫຼມທັງ ແໜ້ນ, ເຮັດໃຫ້ໄມ້ໄຜ່ ບໍ່ແຕກ. ຮູ ທີ່ເຈາະທັງແຫຼມ ທັງແໜ້ນ ຈົນ ເຖິງເວລາຕໍ່ຂື່ເຮືອນໃສ່ກັນ, ຮູ ກໍ່ບໍ່ແຕກ. ນັ້ນ ແມ່ນປະສົບການ, ແມ່ນສິ່ງຍອດຢ້ຽມຂອງການທຳອາຊີບ​ມາ ເປັນເວລາຫຼາຍປີ. ເພາະສະນັ້ນ, ລູກຄ້າຢູ່ທົ່ວທຸກແຫ່ງ ໄດ້ເລົ່າສູ່ກັນຟັງ ກ່ຽວກັບ ເຕັກນິກ ທີ່ຍອດຢ້ຽມ ໃນການຄວັດ, ເຈາະ ແລະ ເລື່ອຍ ຂອງ ຜະລິດຕະພັນ ທີ່ເຮັດດ້ວຍ ໄມ້ໄຜ່ ທູຮ່ົງ. 
 
ຕາມພົງສາວະດານ, ແຕ່ສະໄໝເຈົ້າຊີວິດ ເລແກ໋ງຮຶງ (1740 – 1786), ບ້ານ ທູຮ່ົງ ໃນສະໄໝກ່ອນ, ບ້ານ ທູຖຸຍ ໃນປັດຈຸບັນ ໄດ້ມີອາຊີບຜະລິດເຄື່ອງຕົບແຕ່ງພາຍໃນ ດ້ວຍໄມ້ໄຜ່. ບ້ານ ທູ ຮ່ົງ ຕັ້ງບ້ານເຮືອນຢູ່ລຽບຕາມ ແມ່ນໍ້າກ່າໂລ, ປະຊາກອນ ຫຼາຍ ຮ້ອຍຄອບຄົວ, ໃນນັ້ນ 30% ແມ່ນທຳອາຊີບ ຜະລິດ ໄມ້ໄຜ່ ຄື: ປຸກເຮືອນ, ເຮັດຕັ່ງ, ໂຕະ, ຕູ້, ຕຽງ, ຮ້ານບູຊາ...
ນອກຈາກປະສົບການ, ສະຫະກອນ ຍັງສ້າງໄດ້ເຄື່ອງໝາຍ ການ ຄ້າ ກັບລູກຄ້າ ໃນການເລືອກເອົາວັດຖຸດິບ ຢ່າງລະອຽດ. ທ່ານ ຫງວຽນວັນເຕື້ອ ກ່າວວ່າ: “ຖ້າວັດຖຸດິບ ໄດ້ຮັບການແກ້ໄຂ ຖືກ ຕາມເຕັກນິກ ຈະຊ່ວຍເຮັດໃຫ້ ກິດຈະການກໍ່ສ້າງມີຄວາມ ທົນ ທານ ເຖິງຮ້ອຍປີ”. 

ເພາະສະນັ້ນ, ວັດຖຸດິບ ທີ່ສະຫະກອນ ນຳໃຊ້ ສ່ວນຫຼາຍຈະແມ່ນປະເພດໄມ້ໄຜ່ ທ່ີມີຄຸນນະພາບລະດັບຊັ້ນນຳ, ປູກຫຼາຍ ຢູ່ ແຂວງ ບັກກ້ານ. ຕໍ່ໄປ, ຂັ້ນຕອນສຳຄັນທີ່ສຸດ ກ່ຽວຂ້ອງເຖິງ ຄວາມທົນທານ ຂອງ ກິດຈະການກໍ່ສ້າງ ແມ່ນການແກ້ໄຂແຫຼ່ງ ວັດຖຸດິບ. ໄມ້ໄຜ່ ທີ່ເລືອກມາ ຈະເອົາໄປແຊ່ ໃນໜອງນໍ້າ ໃຊ້ເວ ລາ ຢ່າງໜ້ອຍແມ່ນ 3 ປີ. ຕາມສັບວິຊາການແມ່ນ “ໄມ້ໄຜ່ 3 ນໍ້າ”, ຖ້ານໍາໃຊ້ ໄມ້ໄຜ່ ທີ່ແຊ່ນໍ້າ ບໍ່ເຖິງ 3 ປີ, ກິດຈະການກໍ່ສ້າງ ຈະບໍ່ມີຄວາມທົນທານ. ນີ້ກໍ່ເປັນເຫດຜົນ ເພື່ອໃຫ້ຜະລິດ ຕະພັນ ຂອງ ສະຫະກອນ ໄດ້ຮັບຄວາມນິຍົມ ໃຊ້ຫຼາຍ ຈາກລູກຄ້າ.

ທ່ານ ຫງວຽນວັນເຕື້ອ ເລົ່າໃຫ້ຂ້າພະເຈົ້າຟັງ ກ່ຽວກັບເລື່ອງລາວ ໃນການສ້າງເຮືອນຫຼັງໜຶ່ງ ດ້ວຍໄມ້ໄຜ່ ໃຫ້ແກ່ລູກຄ້າ, ຂາດໄມ້ ໄຜ່ ພຽງ 2 ແມັດ, ແຕ່ເວລານັ້ນ ທາງສະຫະກອນ ບໍ່ມີໄມ້ໄຜ່ ໄດ້ ແຊ່ນໍ້າ ຄົບ ຕາມມາດຕະຖານ 3 ປີ, ທ່ານ ເຕື້ອ ຕ້ອງໄປຊອກຫາ ທຸກບ່ອນ, ບາງຄັ້ງຕ້ອງລົງບໍ່ນໍ້າ ເພື່ອນໍາໄມ້ໃຜ່ຂຶ້ນມາ ເບິ່ງແຕ່ຍັງ ບໍ່ໄດ້. ເພິ່ນຕ້ອງເສຍເວລາໄປຊອກຫາວັດຖຸດິບ ດ້ວຍໄລຍະທາງ 15 ກິໂລແມັດ, ແຕ່ກໍ່ຍັງບໍ່ໄດ້. ສຸດທ້າຍ ເພິ່ນຕ້ອງອອກໄປຫາ ແຂວງ ບັກນິງ ຈຶ່ງຊອກໄດ້ໄມ້ໄຜ່ 2 ແມັດ ເພື່ອນໍາມາ ປຸກເຮືອນ ຫຼັງດັ່ງກ່າວຈົນສໍາເລັດ.  ທ່ານ ເຕື້ອ ເວົ້າຢອກວ່າ: “ໄມ້ໄຜ່ 2 ແມັດນັ້ນ ຂອງ ຂ້າພະເຈົ້າ ສົມກັບລາຄາຫຼາຍລ້ານດົ່ງ”.  

ປັດຈຸບັນ, ສະຫະກອນ ມີແຮງງານຫຼັກ 12 ຄົນ, ສ່ວນ ທີ່ຍັງເຫຼືອ ແມ່ນແຮງງານ ເຮັດວຽກຕາມໃບສັ່ງຊື້ສິນຄ້າ.  ມີກິດຈະການກໍ່ ສ້າງ ບາງແຫ່ງ, ສະຫະກອນ ຕ້ອງລະດົມແຮງງານ ກວ່າ 30 ຄົນ ໃນການປະຕິບັດ ເພື່ອໃຫ້ສົມບູນແບບ. 

ນອກຈາກບັນດາກິດຈະການກໍ່ສ້າງດ້ວຍໄມ້ໄຜ່, ສະຫະກອນ ຍັງ ຜະລິດ ບັນດາຜະລິດຕະພັນ ຫັດຖະກຳ ສິລະປະກຳ ດ້ວຍໄມ້​ໄຜ້ ຄື: ຖາດຮອງນໍ້າ, ຈອກກິນນໍ້າ, ບ່ວງ, ສ້ອມ, ມ່ານກັ້ງ... 

ບັນດາ ຮ້ານອາຫານ, ເຮືອນຢູ່... ຂອງ ສະຫະກອນ ຜະ ລິດໄມ້ໄຜ່ ທູຮົ່ງ

















ຶ່ງໃນບັນດາທ່າແຮງ ຂອງ ສະຫະກອນ ເພື່ອສ້າງຄວາມໄວ້ວາງ ໃຈ ກັບລູກຄ້າ ແມ່ນບໍລິການ ຮັບປະກັນພິເສດ. ສະຫະກອນ ໄດ້ ສ້າງການປະກັນ ໃຫ້ແກ່ບັນດາກິດຈະການກໍ່ສ້າງ ຂອງຕົນເປັນ ເວລາ ເຖິງ 5 ປີ. ທຸກເມື່ອ, ຖ້າລູກຄ້າມີຄວາມຕ້ອງການ, ຂ້ອງ ໃຈ ກ່ຽວກັບຄຸນນະພາບ ຂອງ ຜະລິດຕະພັນ, ສະຫະກອນ ກໍ່ ຈະ ສົ່ງຄົນ ມາແກ້ໄຂເຖິງບ່ອນ. 

ຈາກບັນດາທ່າແຮງດັ່ງກ່າວນັ້ນ, ປັດຈຸບັນ ສະຫະກອນ ໄດ້ຮັບ ໃບສັ່ງຊື້ສິນຄ້າ ເຕັມຈົນເຖິງທ້າຍປີ. ລູກຄ້າຫຼາຍຄົນ ພ້ອມທີ່ຈະລໍຖ້າຫຼາຍເດືອນ ເພື່ອເຊັນສັນຍາ ກັບສະຫະກອນ. 
 
ບົດ: ຖາວວີ - ພາບ: ແທງຢາງ 

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top