• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພິທີໄຫວ້ບູຊາ ຊ້າງໃຫ້ມີສຸຂະພາບແຂງແຮງ

ສຳລັບຊາວ ມໂນງ, ເອເດ ທີ່ດຳລົງຊີວິດຢູ່ແຂວງ ດັກລັກ, ຊ້າງ ບໍ່ພຽງແຕ່ແມ່ນຊັບສົມບັດ ທີ່ລຳ້ຄ່າຂອງຄອບຄົວເທົ່ານັ້ນ, ແຕ່ ຍັງຖືເປັນເພື່ອນ, ເປັນສະມາຊິກ ໃນຄອບຄົວ ອີກດ້ວຍ. ເພາະ ສະນັ້ນ, ທຸກໆ ປີ ຄອບຄົວ ໃດທີ່ີມີຊ້າງ ກໍ່ຈະຈັດພິທີໄຫວ້ບູຊາ ຂໍໃຫ້ຊ້າງມີສຸຂະພາບແຂງແຮງ. ພິທີກໍາ ທ່ີເປັນເອກະລັກນີ້ ບໍ່ ພຽງ ແຕ່ນໍາເອົາ ອົງປະກອບທາງຈິດວິນຍານ ເທົ່ານັ້ນ, ແຕ່ຍັງ ຕັກເຕືອນ ເຊິ່ງກັນ ແລະ ກັນ ໃນການເຄົາລົບ, ດູແລ, ປົກປັກ ຮັກສາ ຊ້າງ ອີກດ້ວຍ.
ທ່ານ ດ່າມນັງລອງ ຢູ່ເມືອງ ລັກ ໃຫ້ຮູ້ວ່າ: “ຊາວ ມໂນງ ຖືຊ້າງ ຄືເພື່ອນຂອງຕົນ, ສະນັ້ນ ປີໃດກໍ່ຈັດພິທີໄຫວ້ບູຊາ ຂໍໃຫ້ຊ້າງມີ ສຸຂະພາບແຂງແຮງ. ໃນປີຜ່ານມາ, ຝູງຊ້າງຢູ່ ໄຕຫງວຽນ ຫຼຸດ ລົງຢ່າງເຫັນໄດ້ຊັດ, ສະນັ້ນການດູແລ ສຸຂະພາບຊ້າງ ນັບມື້ ຖື ເປັນສິ່ງສຳຄັນຍິ່ງ”. ຂຶ້ນແຕ່ລະຊົນເຜົ່າ, ເງື່ອນໄຂດ້ານເສດຖະ ກິດ ຂອງຄອບຄົວ, ເຈົ້າຂອງ ຊ້າງ ຈະມີວິທີການບູຊາ ທີ່ແຕກ ຕ່າງກັນ, ເຄື່ອງເສັ້ນໄຫວ້ ກໍ່ແຕກຕ່າງກັນ. ແຕ່ທຸກສິ່ງທຸກຢ່າງ ມີ ຄວາມໝາຍລວມ ຄືຂໍໃຫ້ຊ້າງມີສຸຂະພາບແຂງແຮງ ເພື່ອຊ່ວຍ ເຫຼືອວຽກໜັກໜາ ໃຫ້ແກ່ມະນຸດ. ພ້ອມນັ້ນ ກໍ່ກ່າວເຕືອນມະນຸດ ໃຫ້ການເຄົາລົບ, ຮັກແພງ, ດູແລ ຊ້າງ.

ໃນພິທີໄຫວ້ບູຊາ ຂໍໃຫ້ຊ້າງມີສຸຂະພາບແຂງແຮງ ຈະມີເຄື່ອງ ເສັ້ນໄຫວ້ ຄື: ເຫຼົ້າໄຫ, ຫົວໝູ, ດອກໄມ້, ເຄື່ອງໃນໝູ, ໝາກ ກ້ວຍ, ເຂົ້າ, ເລືອດ, ປາແຫ້ງ ພ້ອມກັບຕົ້ນກ້ວຍ ແລະ ອ້ອຍ ເພື່ອມອບໃຫ້ຊ້າງກິນ.


ໝໍເຢົາ ນໍາໜ້າຂະບວນແຫ່ ເພື່ອທໍາພິທີໄຫວ້ບູຊາ ຂໍໃຫ້ ຊ້າງ ມີສຸຂະພາບ ແຂງແຮງ. ພາບ: ຈິ້ງໂປ້/VNP


ໝໍເຢົາ ສະແດງອາຄົມໃຫ້ແກ່ບັນດາຄວານຊ້າງ. ພາບ: ຈິ້ງໂປ້/VNP


ໝໍເຢົາ ທໍາພິທີໄຫວ້ບູຊາ ຂໍໃຫ້ ຊ້າງ ມີສຸຂະພາບ ແຂງແຮງ. ພາບ: ຈິ້ງໂປ້/VNP


ຊ້າງຫຼາຍໂຕ ພວມກະກຽມໃຫ້ແກ່ພິທີ. ພາບ: ຈິ້ງໂປ້/VNP


ພາຍຫຼັງພິທີໄຫວ້ບູຊາ ຈະແມ່ນງານລ້ຽງໝາກໄມ້ ໃຫ້ແກ່ ບັນດາຊ້າງ. ພາບ: ກົງດາດ/VNP


ບັນດາຄວານຊ້າງ ສົ່ງເຄື່ອງເສັ້ນໄຫວ້ ໃຫ້ກັນ ເພື່ອທໍາພິທີ ບູຊາ ໃຫ້ຊ້າງມີສຸຂະພາບແຂງແຮງ. ພາບ: ເຕິດເຊີນ/VNP

ທີ່ເມືອງ ບວນດົນ, ແຂວງ ດັກລັກ, ສະຖານທີ່ມີຈຳນວນຊ້າງ ອາໄສຫຼາຍທີ່ສຸດໃນທ່ົວປະເທດ, ຊາວບ້ານ ມັກຈັດພິທີ​ໄຫວ້ ບູຊາ ຂໍໃຫ້ຊ້າງມີສຸຂະພາບແຂງແຮງ ແບບລວມໝູ່. ໝໍ ເຢົາ ທີ່ໄດ້ເຊີນມາຕ້ອງເປັນຜູ້ທີ່ມີຄວາມເກັ່ງກ້າ ສາມາດ, ມີອິດທິ ພົນ ແລະ ມີຄວາມຮູ້ຄວາມເຂົ້າໃຈຕໍ່ຮີດຄອງປະເພນີ ຂອງ ຊົນ ເຜົ່າ. ໝໍເຢົນ ພ້ອມກັບຄວານຊ້າງໃນບ້ານ ມາເຮືອນ ເຈົ້າ ຂອງ ຊ້າງ ເພື່ອກະກຽມເຄື່ອງເສັ້ນໄຫວ້ ແລະ ກິນເຂົ້າ ນຳຄອບຄົວ. ໝູ່ບ້ານຫຼາຍແຫ່ງຍັງຂ້າຄວາຍ ເພື່ອຮັບໃຊ້ໃຫ້ແກ່ພິທີ ໄຫວ້ບູ ຊາຂໍໃຫ້ຊ້າງມີສຸຂະພາບແຂງແຮງ ແບບລວມໝູ່ພາຍໃນບ້ານ. 

ພິທີໄຫວ້ບູຊາ ຂໍໃຫ້ຊ້າງມີສຸຂະພາບແຂງແຮງ ມັກຈັດຂຶ້ນ ໃນ ທ້າຍປີ ຫຼື ຕົ້ນປີ. ພິທີດັ່ງກ່າວ ມີຄວາມໝາຍຕົ້ນຕໍ່ຄື ຂໍໃຫ້ຊ້າງ ມີສຸຂະພາບແຂງແຮງ, ຕັກເຕືອນໝົດທຸກຄົນ ຕ້ອງມີຄວາມ ດູ ແລ, ປົກປັກຮັກສາຊ້າງ ແລະມີອົງປະກອບທາງວັດທະນະທໍາ ແລະ ຈິດວິນຍານຂອງແຕ່ລະຊົນເຜົ່າ ອີກດ້ວຍ. 
 
ປະຕິບັດ: ເຕິດເຊີນ-ຈິ້ງໂປ້-ກົງດາດ


Top