• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີອັດວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງບັນດາເຜົ່າເຂດຊາຍແດນຫວຽດນາມ-ລາວ

ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່່າທີ່ມາຈາກ 5 ແຂວງເຂດຊາຍແດນ ຫວຽດນາມ - ລາວ ປະມານ 600 ຄົນ. 

ການເດີນແບບຊຸດອາພອນ
ແຢ່ງຂອງພໍ່ແມ່ປະຊາຊົນເມືອງ ອາເລື່ອຍ ແຂວງ ເທື່ອທຽນ-ເຫວ້
(ພາບ:TTXVN) 

ຕອນຄໍ່າວັນທີ 19 ພຶດສະພາ, ຢູ່ ເມືອງອາເລື໊ອຍ, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງເທື່ອທຽນ-ເຫວ້ ໄດ້ຈັດຕັ້ງພິທີອັດ ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ, ເຂດພາກກາງ, ເຂດໄຕງວຽນ ປີ 2019 ດ້ວຍຫົວຂໍ້ວ່າ “ສາມັກຄີ, ສັນຕິພາບ ແລະ ພັດທະນາ”.

ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່່າທີ່ມາຈາກ 5 ແຂວງເຂດຊາຍແດນ ຫວຽດນາມ - ລາວ ປະມານ 600 ຄົນ. ວັນບຸນດັ່ງກ່າວ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງຄື: ການວາງສະແດງ, ແນນໍາ, ໂຄສະນາຜະລິດຕະພັນວັດທະນະທໍາ ແລະ ທ່ອງທ່ຽວຂອງບັນດາທ້ອງຖິ່ນ; ງານມະໂຫລານສະແດງສິລະປະມະຫາຊົນ; ການເດີນແບບຊຸດອາພອນປະຈໍາເຜົ່າ, ເຄື່ອງຫັດຖະກໍາຕໍ່າແຜ່ນແພພື້ນເມືອງ; ບັນດາການເຄື່ອນໄຫວກິລາ - ກາຍະກໍາທີີ່ເປັນມູນເຊື້ອຄື ດຶງເຊືອກ, ຍູ້ໄມ້, ຍິງໜ້າເກັກ, ບານສົ່ງຊາຍ ພ້ອມດ້ວຍການເຄື່ອນໄຫວການທ່ອງທ່ຽວທີ່ດູດດື່ມ.

ໃນພິທີ, ມີໝູ່ຄະນະ 12 ທິມ ແລະ ສ່່ວນບຸກຄົນ 7 ຄົນ ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top