• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບລາງວັນ ຄຸນນະພາບລະດັບຊາດ ແລະ ລາງວັນຄຸນນະພາບສາກົນ ອາຊີ - ປາຊີຟິກ 2018

      ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ  ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຈັດຕັ້ງ ພິທີມອບລາງວັນຄຸນນະພາບລະດັບຊາດ ປີ 2018 ໃຫ້ແກ່ວິສາຫະກິດ 75 ແຫ່ງ ແລະ ມອບລາງວັນ ຄຸນນະພາບລະດັບສາກົນ ອາຊີ - ປາຊີຟິກ  ໃຫ້ແກ່ວິສາຫະກິດ 2 ແຫ່ງ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມອບລາງວັນໃຫ້ບັນດາວິສາຫະກິດ (ພາບ: vnexpress) 
      ລາງວັນຄຸນນະພາບລະດັບຊາດ ແມ່ນລາງວັນສູງສຸດໃນລະບົບກົດໝາຍ ກ່ຽວກັບຄຸນນະພາບ, ຜະລິດຕະພັນສິນຄ້າ ໂດຍນາຍົກລັດຖະມົນຕີຫວຽດນາມຕົກລົງມອບໃຫ້ປະຈໍາປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດທີ່ບັນລຸໄດ້ຜົນງານດີເດັ່ນໃນວຽກງານຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການ, ໂດຍຕອບສະໜອງ 7 ມາດຕະຖານຂອງ ອົງການຄຸນນະພາບ ອາຊີ - ປາຊີຟິກ ເຊິ່ງລວມມີ: ບົດບາດຂອງການນໍາ; ການວາງແຜນກໍານົດຍຸດທະສາດ; ການກໍານົດທິດລູກຄ້າ ແລະ ການຕະຫຼາດ; ການວັດແທກ, ວິໄຈ ແລະ ຄຸ້ມຄອງປັນຍາຊົນ; ຄຸ້ມຄອງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ຄຸ້ມຄອງວິວັດການເຄື່ອນໄຫວ; ໝາກຜົນການເຄື່ອນໄຫວ; ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວົງຄະນະຍາດ ແລະ ສັງຄົມ. ກ່າວຄໍາເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢັ້ງຢືນວ່າ:
        “ມາດຕະຖານ 7 ຂໍ້ດັ່ງກ່າວ ໄດ້ສະແດງໃຫ້ເຫັນຫຼາຍຢ່າງ, ໃນນັ້ນໄດ້ສະແດງໃຫ້ເຫັນຄວາມສໍາຄັນຂອງການປ່ຽນແປງໃໝ່, ປະດິດຄິດສ້າງ. ເບື້ອງຫຼັງຂອງສິ່ງດັ່ງກ່າວນັ້ນ ຍັງແມ່ນປັດໄຈວັດທະນະທໍາຂອງວິສາຫະກິດ, ປັດໄຈຄຸນສົມບັດໃນການຜະລິດດໍາເນີນທຸລະກິດ. ພວກເຮົາຫວັງວ່າ ນັບມື້ນັບຈະມີວິສາຫະກິດຫຼາຍແຫ່ງເຂ້ົາຮ່ວມຂະບວນການດັ່ງກ່າວ ແລະ ລາງວັນນີ້ ນັບມື້ນັບໄດ້ແຜ່ຂະຫຍາຍ ແລະ ມີການປ່ຽນແປງໃໝ່ ເພື່ອໃຫ້ຂະບວນການ ມີສະມັດຕະພາບ, ຄຸນນະພາບນັບມື້ນັບພັດທະນາ, ມີປະສິດທິຜົນ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງປະເທດຊາດ”.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top