• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຸ ໂນອິນ ໄດ້ເຮັດໃຫ້ 1 ຄົນເສຍຊີວິດ, 1 ຄົນຫາຍສາບສູນ, 110 ຄົນໄດ້ຮັບບາດເຈັບ

      ຍ້ອນຜົນສະທ້ອນຈາກພາຍຸ ໂນອິນ, ໃນວັນທີ 18 ກັນຍາ, ຢູ່ບໍລິເວນບັນດາແຂວງ ແທັງຮ໊ວາ, ເງະອານ, ຮ່າຕິ້ງ ມີຝົນຕົກໜັກ, ລົມພັດແຮງ.
      
      ຕາມຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດຫວຽດນາມ ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 19 ກັນຍາ, ພາຍຸ ໂນອິນ (Noul) ໄດ້ເຮັດໃຫ້ 1 ຄົນເສຍຊີວິດ, 1 ຄົນຫາຍສາບສູນ, 110 ຄົນໄດ້ຮັບບາດເຈັບ. ພາຍຸຫົວນີ້ໄດ້ເຮັດໃຫ້ເຮືອນ 22.500 ຫຼັງຖືກເປ່ເພຫຼັງຄາເລີກ, ເນື້ອທີ່ນາ, ຜົນລະປູກ, ຕົ້ນໄມ້ກິນໝາກນັບພັນເຮັກຕາຖືກເສຍຫາຍ.
          ຍ້ອນຜົນສະທ້ອນຈາກພາຍຸ ໂນອິນ, ໃນວັນທີ 18 ກັນຍາ, ຢູ່ບໍລິເວນບັນດາແຂວງ ແທັງຮ໊ວາ, ເງະອານ, ຮ່າຕິ້ງ ມີຝົນຕົກໜັກ, ລົມພັດແຮງ. ຢູ່ຫຼາຍບ່ອນຖືກນ້ຳຖ້ວມ; ລົມພັດແຮງໄດ້ເຮັດໃຫ້ເຮືອນຊານຂອງປະຊາຊົນຫຼາຍຄົນຖືກເປ່ເພ, ຕົ້ນໄມ້ຫັກ, ສາຍສົ່ງໄຟຟ້າ, ສະຖານນີປັບໄຟຖືກຜົນສະທ້ອນ.
          ຢູ່ເຂດແຄມທະເລແຂວງ ແທັງຮ໊ວາ, ຊາວປະມົງໄດ້ຮັບການແນະນຳ, ໜູນຊ່ວຍນຳກ່ຳປັ່ນເຂົ້າເຂດຈອດຢ່າງປອດໄພ, ສະນັ້ນຈຶ່ງບໍ່ເກີດຄວາມເສຍຫາຍຫຼາຍ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ແທັງຮ໊ວາ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການທີ່ມີໜ້າທີ່, ທ້ອງຖິ່ນຕິດຕາມຢ່າງແໜ້ນແຟ້ນ, ຄາດຄະເນ, ກ່າວເຕືອນ, ລາຍງານຢ່າງທັນການກ່ຽວກັບສະພາບການຝົນຕົກ, ນ້ຳຖ້ວມ, ນ້ຳແກ່ງ, ດິນເຊາະເຈື່ອນ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງ ແລະ ປະຊາຊົນເປັນເຈົ້າການໃນການຜັນຂະຫຍາຍບັນດາມາດຕະການຮັບມື.
          ໃນບໍລິເວນແຂວງ ຮ່າຕິ້ງ, ກໍ່ເກີດມີຝົນຕົກໜັກ ແລະ ລົມພັດແຮງ. ຝົນຕົກໜັກໄດ້ເຮັດໃຫ້ຫຼາຍເຂດຊຸມຊົມຖືກນ້ຳຖ້ວມ. ສຳລັບເຂດພູດອຍມີຄວາມສ່ຽງອາດຈະເກີດນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນ, ທ່ານ ດັ້ງງອັກເຊີນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ, ໃຫ້ຮູ້ວ່າ.
          “ຕ້ອງຄຸ້ມຄອງແຕ່ລະບໍລິເວນ, ຄອບຄົວຂອງປະຊາຊົນໂດຍດ່ວນ ເພື່ອໃຫ້ໄດ້ຮັບຄວາມເອົາໃຈໃສ່ຫຼີກລ້ຽງຈາກຄວາມສ່ຽງ, ທາງແຂວງໄດ້ມອບໜ້າທີ່ຢ່າງຈະແຈ້ງໃນໂລກລະເລກທີ່ສົ່ງໄປໃຫ້ບັນດາທ້ອງຖິ່ນແລ້ວ”.
          ສ່ວນຢູ່ແຂວງ ເງະອານ, ບັນດາສູນສູບນ້ຳ-ປ່ອຍນ້ຳໃນບໍລິເວນຈຸດສຸມລ້ວນແຕ່ເຄື່ອນໄຫວຈົນສຸດຄວາມແຮງເພື່ອລະບາຍນ້ຳຝົນອອກ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top