• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ເພື່ອ​ຍົກ​ສູງ​ລັກ​ສະ​ນະ​ແກ້ງ​ແຍ່ງ​ແຫ່ງ​ຊາດ

ຕອນບ່າຍວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄົບຄະນະ ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020. ເຫດການໂດຍຄະນະເສດຖະກິດສູນກາງ ແລະ ກະຊວງກໍ່ສ້າງ ຫວຽດນາມ ສົມທົບກັບບາງກະຊວງ, ຂະແໜງການຈັດຕັ້ງຂຶ້ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກກ່າວຄຳເຫັນທີ່  ກອງປະຊຸມຄົບຄະນະ ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະ ອາຊຽນ 2020 (ພາບ: VGP)

ກ່າວຄຳເຫັນທີ່ເວທີປາໄສ, ໃນຖານະຕຳແໜ່ງ ຫວຽດນາມເປັນປະທານອາຊຽນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ບັນດາສະມາຊິກ ອາຊຽນ ຈະຍົກສູງຈິດໃຈສາມັກຄີ, ຕັດສິນໃຈ, ຮ່ວມແຮງຮ່ວມໃຈປະຕິບັດບັນດາບຸລິມະສິດຂອງປີ ອາຊຽນ 2020 ໃຫ້ເປັນຢ່າງດີ, ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນໃຫ້ປະສົບຜົນສຳເລັດ. ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ຫວຽດນາມມີຫຼາຍນະໂຍບາຍ ແລະ ມານະພະຍາຍາມພັດທະນາ ຕົວເມືອງອັດສະລິຍະ, ຖືການກໍ່ສ້າງຕົວເມືອງອັດສະລິຍະເປັນໜຶ່ງໃນ 3 ເນື້ອໃນຫຼັກແຫຼ່ງໃນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ ຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານ ຫງວຽນຊວັນຟຸກກ່າວວ່າ:

        ຫວຽດນາມກຳນົດວ່າ ການພັດທະນາຕົວເມືອງອັດສະລິຍະ, ຍືນຍົງແມ່ນທິດເດີນທີ່ມີລັກສະນະບຸກທະລຸເພື່ອປະກອບສ່ວນຍົກສູງລັກສະນະແກ້ງແຍ້ງແຫ່ງຊາດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວນີ້, ການພັດທະນາຕົວເມືອງອັດສະລິຍະ, ກ່ອນອື່ນໝົດຕ້ອງຕິດພັນຢ່າງແໜ້ນແຟ້ນກັບພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ແຂງແກ່ນ, ສ້າງອຳນາດການປົກຄອງເອເລັກໂຕນິກ, ກ້າວໄປເຖິງອຳນາດການປົກຄອງດີຈີຕອນໃນການປະຕິວັດອຸດສາຫະກຳ 4.0 ແລະ ວິວັດການພັດທະນາຕົວເມືອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top