• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ແລະ ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ເບິ່ງ​ແຍງ​ດູ​ແລ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ ປະ​ເທດ​ຊາດ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສະແດງຄວາມຮູ້ບູນຄຸນຕໍ່ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ອັນໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ ບັນດາວິລະຊົນ, ຜູ້ມີຄຸນງາມຄວາມດີ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ພັນລະຍາຂອງທ່ານອະດີດພັນເອກ ເລຮ່ຽນຕ່າຍ

ເນື່ອງໃນໂອກາດລົງພົບປະກັບຜູ້ມີສິດເລືອກຕັ້ງແຂວງເຮົ້າຢາງ, ຕອນບ່າຍວັນທີ 9 ພຶດສະພາ, ທ່ານ ເຈິ່ນແທັງເໝີນ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວທ່ານ ພັນເອກ ເລຮ່ຽນຕ່າຍ, ທ່ານໝໍດີເດັ່ນ, ວິລະຊົນກຳລັງປະກອບອາວຸດປະຊາຊົນ.

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສະແດງຄວາມຮູ້ບູນຄຸນຕໍ່ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ອັນໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ ບັນດາວິລະຊົນ, ຜູ້ມີຄຸນງາມຄວາມດີ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ນັ້ນແມ່ນມູນເຊື້ອ, ຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ. ໃນໂອກາດນີ້, ທ່ານ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ກໍ່ໄດ້ໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ພັນລະຍາຂອງທ່ານອະດີດພັນເອກ ເລຮ່ຽນຕ່າຍ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top