• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ພະລັງຊີວິດຂອງເຄື່ອງແຕ່ງກາຍ ບູຮານ ຫວຽດ

ດ້ວຍຄວາມຮັກ ແບບພິເສດ ຕໍ່ເຄື່ອງນຸ່ງ ສະໄໝບູຮານ ຫວຽດນາມ, ນັກອອກແບບ ຫງວຽນດຶກລົກ ໄດ້ອຸທິດເຫື່ອແຮງ ຫຼາຍພຄວນ ໃນການຟື້ນຟູ ແລະ ນຳ ຫຼາຍຊຸດເຄື່ອງນຸ່ງສະໄໝ ບູຮານ ມາຍັງ ໝູ່ສາມັນຊົນ, ພິເສດແມ່ນ ໄວໜຸ່ມສາວ. 
ເມື່ອເວົ້າເຖິງ ວາດສະໜາ ທີ່ເຮັດໃຫ້ຕົນເອງ ເກີດມີຄວາມຮັກຫຼົງໄຫຼ ຕໍ່ວັດທະນະທຳມູນເຊື້ອ ແລະ ແຟຊັ່ນ, ນັກອອກແບບ ຫວຽນດຶກລົກ ໃຫ້ຮູ້ວ່າ ເພິ່ນມີຄວາມສົນໃຈ ກັບປະຫວັດສາດ ຫວຽດນາມ ຕັ້ງແຕ່ນ້ອຍ, ຍ້ອນພໍ່ເຖົ້າເປັນຊ່າງຕັດຫຍິບ, ເພາະສະນັ້ນ ເພິ່ນກໍ່ເລີຍ ໄດ້ຮູ້ຈັກ ກັບການອອກແບບ, ຕັດຫຍິບໂສ້ງເສື້ອ ຫຼາຍຊຸດ ໃຫ້ຕົນເອງຕາມໃຈມັກ. ເມື່ອໃຫຍ່ຂຶ້ນມາ, ຈາກຄວາມສົນໃຈ ທີ່ມີຕໍ່ ວັດທະນະທຳ ແລະ ແຟຊັ່ນ, ເພິ່ນຈຶ່ງຄິດເຖິງ ເລື່ອງເຮັດແນວໃດ ເພື່ອສາມາດ ຟື້ນຟູ, ຮັກສາບັນດາຊຸດເຄ່ືອງນຸ່ງສະໄໝບູຮານ ແລະ ໃຫ້ນັບມື້ມີຫຼາຍຄົນ ໄດ້ຮູ້ເຖິງ ບັນດາຊຸດເຄ່ືອງນຸ່ງທີ່ສວຍງາມດັ່ງກ່າວ.

ເພິ່ນພ້ອມກັບ ໝູ່ຫຼາຍຄົນ ໄດ້ຕັດສິນໃຈ ສ້າງຕັ້ງບໍລິສັດຫຸ້ນສ່ວນ ອີເວິນຮຽນ ແລະ ເລີ່ມລົງມືປະຕິບັດ ການຜະລິດ ເຄື່ອງນຸ່ງ   ສະໄໝບູຮານ ຂອງ ຫວຽດນາມ. ເພື່ອຜະລິດບັນດາຊຸດເຄື່ອງນຸ່ງດັ່ງກ່າວ, ນອກຈາກ ການອ່ານປຶ້ມ ເພື່ອຊອກຮູ້ ກ່ຽວກັບປະຫວັດສາດ, ນອກອອກແບບ ຫງວຽນດຶກລົກ ຍັງອອກ ໄປຍັງບັນດາ ເຂດຮ່ອງຮອຍປະຫວັດສາດ, ສາລາບ້ານ, ບັນດາໝູ່ບ້ານທຳອາຊີບ ຕໍ່າແຜ່ນຕັດຫຍິບມູນເຊື້ອອີກດ້ວຍ. ນອກຈາກນັ້ນ, ເພິ່ນຍັງໄດ້ ຮັບການຊ່ວຍເຫຼືອ, ທີ່ປຶກສາ ຈາກບັນດາ ນັກຄົ້ນຄວ້າ, ຜູ້ຊ່ຽວຊານ ກ່ຽວກັບ ເຄື່ອງນຸ່ງສະໄໝບູຮານ ເພື່ອສາມາດ ປະຕິບັດ ກົດຂໍ້ບັງຄັບ ຂອງການຕັດຫຍິບ ຢ່າງຖືກຕ້ອງ.








ຊຸດສະສົມ ແຟຊັ່ນ ເຄື່ອງນຸ່ງສະໄໝບູຮານ ຂອງນັກອອກແບບ ຫງວຽນດຶກລົກ .


ນັກອອກແບບ ຫງວຽນດຶກລົກ-ຕາງໜ້າບໍລິສັດ ຫຸ້ນສ່ວນ ອີເວິນຮຽນ ແນະນຳຊຸດສະສົມຕໍ່ທ່ານຜູ້ຊົມ. 


ການສະແດງໄດ້ຮັບຄວາມຊົມເຊີຍຈາກຜູ້ເຂົ້າຮ່ວມ.

ເຖິງປີ 2019, ເພິ່ນຕັດສິນໃຈ ນຳຊຸດສະສົມ ເຄື່ອງນຸ່ງສະໄໝ ບູຮານ ທີ່ມີຊື່ວ່າ “ກື້ວກ໋ຽນເຕິນ -ບ່ອນອະນາຄົດ ໄດ້ກໍ່ສ້າງຈາກ ອະດີດ” ມາສະແດງເທິງເວທີ ຂອງ ສັບປະດາແຟຊັ່ນ ແລະ ການ ເສີມສວຍສາກົນ ຫວຽດນາມ. ຊຸດສະສົມດັ່ງກ່າວ ລວມມີບັນດາຊຸດເຄື່ອງນຸ່ງ ດີເດັ່ນ ຂອງຊົນຊັ້ນຂຸນນາງ ແຕ່ສະໄໝ ລາຊະວົງ ຫງວຽນ, ມີຄວາມຊັດເຈນ ດ້ານປະຫວັດສາດ, ຮັບປະກັນ ຄວາມສົມດຸນ ປະສົມປະສານ ລະຫວ່າງ ຄວາມເປັນຈິງ ແລະ ລັກສະນະການນຳໃຊ້, ລັກສະນະສິລະປະ ແລະ ຄວາມປານີດອີກດ້ວຍ.

ເບິ່ງຊຸດເຄື່ອງນຸ່ງສະໄໝບູຮານ ແຕ່ລະຊຸດ ທີ່ສວຍງາມ, ເຕັມໄປ ດ້ວຍ ສີສັນວັດທະນະທຳ ຫວຽດ ເຊິ່ງອີເວິນຮຽນ ໄດ້ຟື້ນຟູຂຶ້ນໃໝ່ ຈະສາມາດເຫັນໄດ້ ຄວາມລະອຽດລະອໍ, ໃນແຕ່ລະສ່ວນ, ແຕ່ລະເສັ້ນໄໝຫຍິບ ດ້ວຍລວດລາຍ, ລາຍດອກ ທີ່ແຈ້ງຊັດ. ໄປ ພ້ອມກັບ ຊຸດເຄື່ອງນຸ່ງ ແມ່ນເຄື່ອງໃຊ້ເສີມເຊັ່ນ: ໝວກ, ເກີບ, ເຄື່ອງແຕ່ງຕົວ ກໍ່ໄດ້ຮັບການຄົ້ນຄວ້າ, ອອກແບບ ຢ່າງລະມັດ ລະວັງ ພາຍໃຕ້ ການແນະນໍາ ຂອງ ບັນດາ ຜູ້ຊ່ຽວຊານ ແລະ ໄດ້ ປະຕິບັດ ໂດຍນາຍຊ່າງຜູ້ມີປະສົບການສູງ. 

ຊຸດສະສົມ ແຟຊັ່ນ ຂອງ ນັກອອກແບບ ຫງວຽນດຶກລົກ ພ້ອມ ກັບເພື່ອນຮ່ວມງານ ຢູ່ ອີເວິນຮຽນ ຊ່ວຍໃຫ້ ໄວໜຸ່ມຫຼາຍຄົນ ມີ ຄວາມຮູ້-ຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ເຄື່ອງນຸ່ງສະໄໝບູຮານ ຫວຽດ ຄື: ເສື້ອຍາວ 5 ປ່ຽງ, ເສື້ອ ຢາວລີ໊ງ, ເສື້ອ ເຍີດບິ່ງ ແລະ ອື່ນໆ.

ນັກອອກແບບ ຫງວຽນດຶກລົກ ໃຫ້ຮູ້ວ່າ: “ພາຍຫຼັງການສະແດງ ແຟຊັ່ນ ມາຫຼາຍລາຍການ, ມີຄົນໜຸ່ມສາວ ທີ່ມີຄວາມນິຍົມຊົມ ຊອບ ກັບເຄື່ອງນຸ່ງສະໄໝບູຮານ ຫວຽດ ຂອງ ອີເວິນຮຽນ ນັບມື້ຫຼາຍຂຶ້ນ. ໄວໜຸ່ມສາວບາງຄົນ ເປັນນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນ ຢູ່ ຕ່າງປະເທດ ໄດ້ມາສັ່ງຊື້ ຊຸດເຄື່ອງນຸ່ງສະໄໝບູຮານ ຮັບໃຊ້ ໃຫ້ແກ່ງານແຕ່ງດອງ ຂອງຕົນ”. 

ຊຸດສະສົມ ເຄື່ອງນຸ່ງສະໄໝ ບູຮານ ທີ່ມີຊື່ວ່າ “ກື້ວກ໋ຽນເຕິນ -ບ່ອນອະນາຄົດ ໄດ້ກໍ່ສ້າງຈາກ ອະດີດ” :
 






 
ບົດ: ເງິນຮ່າ - ພາບ: ແທງຢາງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top