• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນ​ກະ​ທົບຂອງ​ໂລກ​ລະ​ບາດ​ໂຄວິດ-19 ຕໍ່ກັບ​ກ​ານ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ລາວ

ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ການຮ່ວມມື ແລະ ລົງທຶນ ຢູ່ ລາວ ຈັດຕັ້ງການໂອ້ລົມສົນທະນາກັບບັນດາວິສາຫະກິດເພື່ອປຶກສາຫາລືກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຕໍ່ກັບການເຄື່ອນໄຫວດຳເນີນທຸລະກິດຢູ່ ລາວ ແລະ ທິດທາງໃນໄລຍະຈະມາເຖິງ.

ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄໍາເຫັນທີ່ການໂອ້ລົມ (ພາບ: TTXVN)

ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ແຈ້ງໃຫ້ຊາບ ບາງການຂໍ້ກຳນົດທິດໃຫຍ່ທີ່ອາດຈະປະຕິບັດໃນໄລຍະຈະມາເຖິງ, ເມື່ອລັດຖະບານສອງຝ່າຍປະຕິບັດການຜ່ອນຜັນບາງກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ອະນຸຍາດເປີດການເຊື່ອມຕໍ່ສາຍການບິນລະຫວ່າງສອງປະເທດ ຫວຽດນາມ-ລາວ, ເປີດບັນດາດ່ານຊາຍແດນສາກົນຄືນໃໝ່ອະນຸຍາດໃຫ້ພົນລະເມືອງສອງປະເທດໄດ້ໄປມາເພື່ອທຳມາຫາກິນດຳເນີນທຸລະກິດ. ທ່ານ ຫງວຽນບາຮຸ່ງຖືວ່າ:

“ ໃນໄລຍະຄວາມຫຍຸ້ງຍາກຄືໃນປະຈຸບັນ, ການໜູນຊ່ວຍຊຶ່ງກັນແລະກັນໃນສະມາຄົມວິສາຫະກິດແມ່ນມີຄວາມໝາຍສຳຄັນທີ່ສຸດ. ເພີ່ມທະວີຄວາມສາມັກຄີ ແລະ ໜູນຊ່ວຍຊຶ່ງກັນແລະກັນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ; ປ່ຽນແບບວິການຄຸ້ມຄອງການເຄື່ອນໄຫວຂອງວິສາຫະກິດ, ຍາດແຍ່ງບັນດາຜົນປະໂຫຍດຈາກການປະຕິວັດ 4.0, ພື້ນຖານເສດຖະກິດດີຈີຕອນທີ່ພວມດຳເນີນ. ກ່ຽວກັບໄລຍະກາງ ແລະ ໄລຍະຍາວ, ເມື່ອ ລາວ ປະຕິບັດສຳເລັດການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຕາມແລວ ເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ, ເຊື່ອມຕໍ່ ຈີ່ນ-ລາວ-ຫວຽດນາມ ແລະ ໄທ ແລ້ວກໍຈະເປີດໂອກາດຫຼາຍຢ່າງເພື່ອການລົງທຶນດຳເນີນທຸລະກິດໃໝ່. ເພາະສະນັ້ນ, ບັນດາວິສາຫະກິດຕ້ອງມີການກະກຽມ.”

ກໍ່ຢູ່ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າຂອງບັນດາວິສາຫະກິດ ຫວຽດນາມ ໄດ້ມີຂໍ້ສະເໜີລັດຖະບານ ລາວ ໃຫ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການຂົນສົ່ງສິນຄ້າ; ເຄົາລົບ ແລະ ປະຕິບັດຕາມບັນດາສັນຍາທີ່ໄດ້ລົງນາມ; ບັນດາທະນາຄານຄວມມີນະໂຍບາຍແລກປ່ຽນ ເງິນຕາຕ່າງປະເທດ ໃຫ້ແກ່ຜູ້ອອກແຮງງານ ແລະ ວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top