• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຜູ້ຄົ້ນພົບ ມະຫາສະໝຸດ

ຂ້າພະເຈົ້າຍັງຄິດວ່າຢູ່ຫວຽດນາມ ບັນດາຊ່າງຖ່າຍພາບ ພຽງແຕ່ ສຸມໃສ່ປະເພດ: ໜັງສືພິມ - ທິວທັດທໍາມະຊາດ - ຊີວິດປະຈໍາວັນ - ກິລາ - ທ່ອງທ່ຽວ... ຈົນໄດ້ເຫັນ ພາບຖ່າຍ ໃຕ້ນຳ້ ຂອງ ທ່ານ ຫງວຽນຫງອກທ້ຽນ (1988), ນັກຂຽນໜຸ່ມ ຄົນໜຶ່ງທີ່ຄຸ້ນເຄີຍ ເທິງ ເວບໄຊ Yourshot (ຄໍລໍາສະເພາະການຖ່າຍຮູບ) ຂອງ ວາລະ ສານ National Geographic.
ໃນຖານະເປັນວິສະວະກອນ ໄຟຟ້າ-ເອເລັກໂຕຣນິກ, ເລີ່ມຖ່າຍ ຮູບເມື່ອປີ 2017, ທຳອິດແມ່ນຖ່າຍຮູບກ່ຽວກັບຊີວິດປະຈຳວັນ, ແຕ່ຈາກຄວາມຫຼົງໄຫຼ ກັບການຖ່າຍຮູບຂອງຕົນ, ທ່ານ ຫງວຽນ ຫງອກທ້ຽນ ມີຮູບ 17 ໃບໄດ້ລົງໃນລາຍການ Daily Dozen, Assignment Story, Photo Of Day, Photo Of Month… ຂອງ ວາລະສານ National Geographic, ຕົວເລກດັ່ງກ່າວ ອາດ ຈະເພີ່ມຂຶ້ນ ໃນອະນາຄົດ...

ທ່ານ ຫງວຽນຫງອກທ້ຽນ ໄດ້ເບິ່ງລາຍການ “The Blue Planet”, ຮູບເງົາສາລະຄະດີ ກ່ຽວກັບໂລກໃຕ້ມະຫາສະໝຸດ ແລະ ສັດທະ ເລ, ປະຕິບັດໂດຍນັກທໍາມະຊາດ ວິທະຍາ ທ່ານ Sir David Attenborough ຈາກສະຫະລາຊະອານາຈັກ ອັງກິດ. 
 











 

ເປັນຜູ້ມັກຄວາມພະຈົນໄພ, ທ່ານ ຫງວຽນຫງອກທ້ຽນ ຕັດສິນໃນ ເລືອກເອົາປະເພດ Underwater photography ເປັນເສັ້ນທາງ ເພື່ອການຄົ້ນຫາ. ທຳອິດ ເພິ່ນມາຍັງນະຄອນ ຍາຈາງ ເພື່ອຮຽນ ເອົາ ໃບປະກາດ ກ່ຽວກັບ Freediving ( ດຳນໍ້າ ໂດຍບໍ່ໃຊ້ ບັ້ງອົກ ຊີ), ເພາະການຖ່າຍຮູບຢູ່ໃຕ້ນຳ້ ຈະຕ້ອງຍອມຮັບ ການປະເຊີນ ໜ້າກັບສິ່ງທ້າທາຍ ແລະ ຜົນຮ້າຍທີ່ອັນຕະລາຍ ເຖິງຊີວິດ ຖ້າຜູ້ ປະຕິບັດບໍ່ໄດ້ປະກອບຄວາມຮູ້ ແລະ ວິທີການ ປ້ອງກັນຕົວ ທີ່ຈຳ ເປັນໃນສະພາບແວດລ້ອມບໍ່ເອື້ອອໍານວຍຕໍ່ຮ່າງກາຍ; ຂາດອົກຊີ, ໄດ້ຮັບຄວາມດັນ ຂອງ ນໍ້າຢ່າງ ຕໍ່ເນື່ອງ, ກະແສນໍ້າປ່ຽນແປງ ເລື້ອຍໆ...

ຕະຫຼອດເວລາ 2 ປີ 2019-2020, ບ່ອນໃດ ທ້ອງທະເລ ມີຄວາມ ສະຫງົບ, ຢູ່ບ່ອນນັ້ນ ຈະມີໜ້າຂອງທ່ານ ຫງວຽນຫງອກທ້ຽນ, ບັນ ດາຮູບພາບ ທ່ີສົມບູນແບບ ນັບມື້ຫຼາຍຂຶ້້ນ, ເຮັດໃຫ້ເຫັນພື້ນທ່ີໜ້າ ອັດສະຈັນ ຂອງ ມະຫາສະໝຸດ ດ້ວຍແນວປະກາລັງ ທີ່ສວຍງາມ ຢ່າງໜ້າປະຫຼາດໃຈ, ເປັນສານ ຊ່ວຍໃຫ້ພວກເຮົາຮັບຮູ້ໄດ້ ຄວາມ ສວຍງາມ ທ່ີບົ່ມຊ້ອນຂອງຝັ່ງທະເລ ຫວຽດນາມ, ປູກຈິດສໍານຶກ ຂອງ ປະຊາຄົມ ກ່ຽວກັບການປົກປ້ອງ, ອະນຸລັກຮັກສາ ແຫຼ່ງຊັບ ພະຍາກອນ ທາງທະເລ ແລະ ລະບົບນິເວດ ອັນລໍ້າຄ່າ. 

ລາງວັນ ແລະ ງານວາງສະແດງ ຈຳນວນໜຶ່ງ: 
- ລາງວັນດີເດັ່ນ ຂອງ ງານປະກວດຮູບພາບ ມໍລະດົກ ຫວຽດນາມ 2019 (Vietnam Heritage Photo Awards);
- ລາງວັນຊ່າງພາບ Heritage - ສາຍທາງມໍລະດົກ 2020;
- ຫຼຽນທອງແດງ ຂອງ ງານປະກວດ ແລະ ງານວາງສະແດງ ຮູບ ພາບ ສິລະປະ ຫວຽດນາມ 2020;
- ບັນດາງານວາງສະແດງຮູບພາບ ໃນງານປະກວດຮູບພາບ ສິ ລະປະ ສາກົນ ຫວຽດນາມ 2019 (VN-19), ງານມະໂຫລານ ຊ່າງພາບໜຸ່ມ 2019, ລາງວັນຊ່າງພາບ Heritage 2019, ພາບ ສິລະປະ ທ່ອງທ່ຽວ ທົ່ວປະເທດ 2020;
- Finalist ຂອງ ງານປະກວດຮູບພາບສາກົນ Smithsonian 2019;
- Finalist ແລະ ອັນດັບທີ 5 ໃນງານປະກວດຮູບພາບ Epson International Pano Awards 2019;
- Winner Award ຂອງ Siena International Photo Awards 2020;
- Winner Award ຂອງ The Prix De La Photographie, Paris 2020 (PX3);
- Honorable-Mention & Remarkable Artwork & Commended award ຂອງ Drone Photo Awards 2020; The Prix De La Photographie, Paris 2020 (PX3); Siena International Photo Awards 2020;
- 17 Photos Published ໃນວາລະສານ National Geographic Yourshort.
ບົດ: ຫຼີຮວ່າງລອງ - ພາບ: ຫງວຽນຫງອກທ້ຽນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top