• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປູກຕົ້ນໄມ້ 1 ຕື້ຕົ້ນເພື່ອຫັນເປົ້າໝາຍ “ຫວຽດນາມ ຂຽວ” ໃຫ້ປະກົດຜົນເປັນຈິງ

      ວັນທີ 31 ທັນວາ 2020, ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ໄດ້ເຊັນຄຳສັ່ງເລກທີ 45 ກ່ຽວກັບການຈັດຕັ້ງຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ເພີ່ມທະວີວຽກງານຮັກສາ, ຂະຫຍາຍປ່າໄມ້ນັບແຕ່ຕົ້ນປີ 2021 ໃນທັນທີ.
ພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ, ລະດູບານໃໝ່ປີສະຫລຸ 2021” (ພາບ: VGP)
      ຕອນເຊົ້າວັນທີ 20 ກຸມພາ, ທີ່ແຂວງ ຝູອຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ, ລະດູບານໃໝ່ປີສະຫລຸ 2021”. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:
        “ນີ້ແມ່ນໂຄງການທີ່ມີຄວາມໝາຍທີ່ສຸດຄືປະທານ ໂຮ່ຈີມິນ ໄດ້ຊີ້ແຈ້ງໄວ້. ເລື່ອງນີ້ບໍ່ສິ້ນເປືອງ ແຕ່ນຳມາໃຫ້ຜົນປະໂຫຍດຫລາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ປະທານ ໂຮ່ຈີມິນ ແມ່ນຜູ້ທຳອິດໂດຍກົງປຸກລະດົມບຸນເຕັດໃໝ່ປູກຕົ້ນໄມ້ ໃນວັນທີ 28 ພະຈິກ 1959. ເພື່ອໃຫ້ ຫວຽດນາມ ຂຽວສົດງົດງາມກ່ວາ ຫຼື ເພື່ອ ຫວຽດນາມ ຂຽວ ແມ່ນສານຕົ້ນຕໍຂອງໂຄງການປູກຕົ້ນໄມ້ 1 ຕື້ ຕົ້ນ.
        ເດືອນ ພະຈິກ 2020, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີຂໍ້ລິເລີ່ມປູກຕົ້ນໄມ້ 1 ຕື້ຕົ້ນໃນໄລຍະ 5 ປີແຕ່ 2021 – 2025. ວັນທີ 31 ທັນວາ 2020, ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ໄດ້ເຊັນຄຳສັ່ງເລກທີ 45 ກ່ຽວກັບການຈັດຕັ້ງຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ເພີ່ມທະວີວຽກງານຮັກສາ, ຂະຫຍາຍປ່າໄມ້ນັບແຕ່ຕົ້ນປີ 2021 ໃນທັນທີ.
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ບຸກຄົນຈົ່ງສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ ເພື່ອແຜ່ຂະຫຍາຍ, ຊຸກຍູ້ຂະບວນການບຸນເຕັດປູກຕົ້ນໄມ້.
        ແລະກໍ່ໃນຕອນເຊົ້າວັນທີ 20 ກຸມພາ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ສົມທົບກັນຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ກອງພັນໃຫຍ່ນະຄອນຫລວງ (ກອງພົນ 308) ຈັດຕັ້ງພິທີປຸກລະດົມບຸນເຕັດປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຢັ້ງຢືນຄວາມເຊື່ອໝັ້ນວ່າ ສະຫະພັນແມ່ຍິງ ຫວຽດນາມ ຈະສືບຕໍ່ຂົນຂວາຍສະມາຊິກສະຫະພັນ ສົມທົບກັບກຳລັງປະກອບອາວຸດໃນທົ່ວປະເທດ ຕັ້ງໜ້າຕອບສະໜອງຂະບວນການປູກຕົ້ນໄມ້./.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top