• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມເດືອນມະນຸດສະທຳປີ 2021 ດ້ວຍຫົວເລື່ອງ “ເພື່ອວົງຄະນະຍາດປອດໄພ”

      ເດືອນມະນຸດສະທຳປີ 2021 ຖືກຜັນຂະຫຍາຍໃນທົ່ວປະເທດແຕ່ວັນທີ 1 ຫາວັນທີ 31 ພຶດສະພາ ໂດຍຈຸດສຸມແມ່ນວັນທີ 8 ແລະ ວັນທີ 19 ພຶດສະພາ.
ປະທານສະພາກາແດງຮ່າໂນ້ຍ ດ່າວຫງອກຈ້ຽວ ກ່າວຄຳເຫັນທີ່ພິທິປຸກລະດົມ (ພາບ:TTXVN)
      ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດພິທີ      ປຸກລະດົມເດືອນມະນຸດສະທຳປີ 2021, ສະເຫຼີມສະຫຼອງວັນກາແດງ ແລະ ກາຊິກວົງເດືອນແດງສາກົນ (ຄືວັນທີ 8 ພຶດສະພາ) ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງມຸ່ງໄປເຖິງວົງຄະນະຍາດ.
    ເດືອນມະນຸດສະທຳປີ 2021 ຖືກຜັນຂະຫຍາຍໃນທົ່ວປະເທດແຕ່ວັນທີ 1-31 ພຶດສະພາ ໂດຍຈຸດສຸມແມ່ນວັນທີ 8 ພຶດສະພາ (ຊື່ງແມ່ນວັນເກີດຂອງທ່ານ Henry Dunant ຜູ້ກໍ່ຕັ້ງຂະບວນການກາແດງ ແລະ ກາຊິກວົງເດືອນແດງ ແລະ ກໍ່ແມ່ນວັນກາແດງ ແລະ ກາຊິກວົງເດືອນແດງສາກົນ ແລະ ວັນທີ 19 ພຶດສະພາ (ວັນຄ້າຍວັນເກີດທ່ານປະທາໂຮ່ຈີມິນ-ຜູ້ກໍ່ຕັ້ງ ແລະ ປະທານກິຕິມະສັກທຳອິດຂອງສະພາກາແດງຫວຽດນາມ.
   ດ້ວຍຫົວເລື່ອງ “ເພື່ອວົງຄະນະຍາດປອດໄພ”ເດືອນມະນຸດສະທຳປີ 2021 ຮຽກຮ້ອງທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈສ້າງວົງຄະນະຍາດແຫ່ງສາມັກຄີ, ມີໃຈບຸນໃຈກຸສົນ, ມີສຸຂະພາບແຂງແຮງ, ປອດໄພ.
  ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສຳນັກງານ, ວິສາຫະກິດ, ນັກທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຜູ້ມີໃຈບຸນໃຈກຸສົນ ແລະ ປຊຊ ທຸກຊັ້ນຄົນ ຈົ່ງສຶບຕໍ່ພ້ອມກັບສະພາກາແດງຫວຽດນາມ ຮ່ວມແຮງຮ່ວມໃຈຊ່ວຍໜູນຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ ໃຫ້ນັບມື້ນັບຫຼາຍ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ. ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະພາກາແດງຫວຽດນາມ ຈະແມ່ນອົງການທີ່ໜ້າໄວ້ເນື້ອເຊື່ອໃຈ ເພື່ອໃຫ້ບັນດາຜູ້ມີໃຈບຸນໃຈກຸສົນປະກອບທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນມູນເຊື້ອມະນຸດສະທຳຂອງຊາດ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top