• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ມຸກ​ລັດ, ການ​ນຳ​ບັນ​ດາ​ປະ​ເທດ ອວຍ​ພວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 13, ປະມຸກລັດ, ການນຳບັນດາປະເທດໃນໂລກ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີຕອນຂຽນວ່າ: “ສະຫະພັນລັດເຊຍ ຕີລາຄາສູງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນປັດຈຸບັນ.”
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: TTXVN)

ໃນຈົດໝາຍອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະແດງຄວາມເຄົາລົບຕໍ່ບັນດາຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ການຮ່ວມມື ແລະ ສາຍພົວພັນຍຸດທະສາດ ຫວຽດນາມ - ອາເມລິກາ, ພ້ອມທັງປາດຖະໜາວ່າ ຈະສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ອວຍພອນໃຫ້ທ່ານເລຂາທິການໃຫຍ່ ປະສົບຜົນສຳເລັດໃນຖານະອັນສູງສົ່ງຂອງຕົນ.

        ຈົດໝາຍອວຍພອນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide  ໄດ້ມີຕອນຂຽນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອພວກເຮົາໄດ້ເຫັນດີເປັນເອກະພາບຈະສືບຕໍ່ນຳການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາກວ່າອີກ, ອັນໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນອັນເລິກເຊິ່ງລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ.”

        ສ່ວນໃນຈົດໝາຍອວຍພອນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ໄດ້ຂຽນວ່າ: “ຂ້າພະເຈົ້າ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ ໃນການພັດທະນາສາຍພົວພັນສອງປະເທດ ສ.ເກົາຫຼີ ແລະ ຫວຽດນາມ ໃນໄລຍະຜ່ານມາ.”

        ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຂຽນໃນຈົດໝາຍອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ “ຂ້າພະເຈົ້າ ປາດຖະໜາວ່າ ສອງປະເທດ ຈະພ້ອມກັນຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດເສດຖະກິດ, ວັດທະນະທຳ, ສາທາລະນະສຸກ,...

        ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ແລະ ທ່ານປະທານາທິບໍດີ ອິນເດຍ Ram Ram Nath Kovind ກໍໄດ້ສົ່ງຈົດໝາຍອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top